ໃນວັນທີ 5 ພືດສະພາ2021 ນີ້ ທ່ານ ກອງສີ ວົງສີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານພັກເມືອງ,ເຈົ້າເມືອງໆປາກລາຍພ້ອມດ້ວຍຄະນະສະເພາະກິດຂັ້ນເມືອງໄດ້ສືບຕໍ່ເຄື່ອນໄຫວຕິດຕາມ, ຕິດຕາມກວດກາການຈັດຕັ້ງປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ສອງບ້ານຄື:ບ້ານ ນາຕ້າ ແລະ ບ້ານ ນາໂພ ເມືອງ ປາກລາຍ ແຂວງໄຊຍະບູລີ.
ໃນການລົງ ເຄື່ອນໄຫວຕິດຕາມ, ຕິດຕາມກວດກາຄັ້ງນີ້ທ່ານ ກອງສີ ວົງສີໄດ້ຮັບຟັງການລາຍງານການປ້ອງ ກັນ, ຄວບຄຸ້ມ ແລະ ການການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຈາກ ທ່ານ ທິດຂາວ ຈຳປາທອງ ນາຍບ້ານໆນາຕ້າໂດຍໄດ້ກ່າວວ່າ:ບ້ານນາຕ້າປະກອບມີ:16ໝ່ວຍຄຸ້ມຄອງພົນລະເມືອງ,ມີ 185ຄອບຄົວ,ມີພົນລະເມືອງທັງ ໝົດ 958 ຄົນ, ຍິງ475ຄົນ,ປະກອບມີ2ເຜົ່າຄື:ເຜົ່າລາວລຸ່ມ ແລະ ເຜົ່າກື່ມມຸ,ເຜົ່າລາວລຸ່ມມີ908ຄົນ,ຍິງ,447ຄົນ,ເຜົ່າກື່ມມຸມີ50ຄົນ,ຍິງ29ຄົນ,ອາຊີບຕົ້ນຕໍຂອງປະຊາຊົນແມ່ນຍືດຖືອາຊີບປູກຝັງ-ລ້ຽງ ສັດສັດໃຫ່ຍ,ທ່ານ ເຕັມ ແສງຈະເລີນ ນາຍບ້ານໆນາໂພປະກອບມີ: 260 ຄອບ ຄົວ,ມີພົນລະເມືອງທັງໝົດ 1.356ຄົນ, ຍິງ664ຄົນອາຊີບຂອງປະຊາຊົນແມ່ນຍືດຖືອາຊີບປູກຝັງ-ລ້ຽງສັດແລະຄ້າຂາຍບໍລິການອື່ນໆ,ຜ່ານມາທັງສອງບ້ານໄດ້ພ້ອມ ກັນຈັດຕັ້ງປະຕິບັດການຄວບຄຸ້ມການລະບາດຂອງພະຍາດໂຄວິດ-19ໄລຍະສອງນີ້ທັງສອງບ້ານພວກເຮົາໄດ້ເອົາໃຈໃສ່ປະຕິບັດຄຳສັ່ງເລກທີ15/ນຍຂອງນາຍົກລັດຖະມົນຕີ,ແຈ້ງການຂອງທ່ານເຈົ້າເເຂວງປະທານສະເພາະກິດຂັ້ນແຂວງສະບັບເລກທີ່ 076/ຈຂຊຍ,ລົງວັນທີ18ເມສາ2021,ຄຳສັ່ງຂອງທ່ານເຈົ້າເມືອງສະບັບເລກ 331/ຈມ,ປລລົງວັນທີ28ເມສາ2021ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບຂອງທຸກພາກສ່ວນເພື່ອສະກັດກັ້ນ,ປ້ອງກັນ,ຄວບຄຸ້ມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ19 ແລະຄຳສັ່ງຂອງຄະນະປະຈຳພັກເມືອງສະບັບເລກທີ 125/ຄພມ ລົງວັນທີ2ພືດສະພາ2021ວ່າດ້ວຍການເພີ່ມທະວີຄະນະຮັບຜິດຊອບຄະນະພັກແຕ່ລະຂັ້ນໃນການສືບຕໍ່ສະ
ກັດກັ້ນ,ປ້ອງກັນ,ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ19ຢ່າງເປັນເຈົ້າການແລະໄດ້ຮັບຜົນດີເຊີງສະແດງອອກການກະກຽມຄວາມພ້ອມຮັບມື ແລະ ເຝົ້າລະວັງປ້ອງກັນສະກັດກັ້ນການລະບາດພະຍາດໂຄວິດ19ນັບແຕ່ຕົ້້ນເດືອນເມສາຜ່ານມາທັງສອງບ້ານພວກເຮົາກໍ່ໄດ້ພ້ອມກັນເວນຍາມຕິດຕາມພາຫະນະເຂົ້າ-ອອກເປັນປົກກະຕິ,ເອົາໃຈໃສ່ໃນການເອົານິຕິກຳຂອງຂັ້ນເທີງມາເຜີຍແຜ່ປະກາດຂ່າວໂດຍຜ່ານພາຫະນະໂທລະໂຄ່ງບ້ານໃນແຕ່ລະວັນເພື່ອໃຫ້ແຕ່ລະພາກສ່ວນພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າໃຈແຈ້ງແລະຮູ້ປະຕິບັດ,ມາຮອດປະຈຸບັນແມ່ນເຫັນໄດ້ວ່າບ້ານທັງສອງບໍ່ມີຄົນຕິດເຊື້ອພະຍາດໂຄວິດ19
ໂອກາດນີ້ ທ່ານ ກອງສີ ວົງສີ ໄດ້ໂອ້ລົມໃຫ້ທິດຊີ້ນໍາຕໍ່ອຳນາດການປົກຄອງບ້ານທັງສອງແລະເຈົ້າທີ່ເວນຍາມທີ່ປະຈໍາຢູ່ຈດເຂົ້າ-ອອກຕ່າງໆຂອງບ້ານໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຕາມຄໍາສັ່ງ, ແຈ້ງການຕ່າງໆ ທີ່ຂັ້ນເທິງວາງອອກ ຢ່າງເຂັ້ມງວດ ພ້ອມຈົດບັນທຶກການເຂົ້າ-ອອກປະຈຳວັນ ໃຫ້ລະອຽດຊັດເຈນ ເພື່ອລາຍງານຜູ້ຮັບຜິດຊອບຂັ້ນເມືອງຂອງຕົນເປັນປະຈໍາ; ມອບໃຫ້ຄະນະພັກຮາກຖານກຸ່ມບ້ານ, ນາຍບ້ານ ຜັນຂະຫຍາຍນິຕິກໍາຕ່າງໆ ທີ່ກ່ຽວຂ້ອງເຖິງມາດຕະການ ປ້ອງກັນໂຄວິດ-19 ອອກທາງສື່ໂທລະໂຄ່ງບ້ານ ເພື່ອໃຫ້ພໍ່ແມ່ປະຊາຊົນທຸກຊັ້ນຄົນໄດ້ຮັບຮູ້ກັນຢ່າງທົ່ວເຖິງ; ຫ້າມປະຊາຊົນທຸກຊັ້ນຄົນທີ່ອາໄສ ແລະດໍາລົງຊີວິດພາຍໃນບ້ານອອກຈາກເຮືອນ ຍົກເວັ້ນກໍລະນີຈຳເປັນ, ຫ້າມຄົນພາຍໃນບ້ານເດີນທາງໄປຕ່າງແຂວງ, ຕ່າງເມືອງ ແລະຫ້າມຄົນຕ່າງແຂວງ, ຕ່າງເມືອງ ເຂົ້າມາບ້ານ ຍົກເວັ້ນຜູ້ມີພູມລໍາເນົາ, ເຮັດວຽກຢູ່ພາຍໃນເມືອງ, ຜູ້ທີ່ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນເມືອງ; ທັງນີ້ ເພື່ອສະກັດກັ້ນບໍ່ໃຫ້ມີຜູ້ທີ່ເດີນທາງມາຈາກກຸ່ມສ່ຽງເຂົ້າມາໃນເມືອງປາກລາຍກໍ່ຄືທັງສອງບ້ານພວກທ່ານ ຫຼືຖ້າມີ ກໍໃຫ້ເຂົ້ານອນສູນຈໍາກັດບໍລິເວນທີ່ຄະນະສະເພາະກິດກໍານົດໄວ້ໂດຍທັນທີ ແລະ ໃນໂອກາດນີ້ທ່ານ ກອງສີ ວົງສີ ພ້ອມດ້ວຍຄະນະກໍ່ໄດ້ເປັນກຽດເປີດປ້າຍ ບ້ານປ້ອງກັນຄວາມສະຫົງບດີທັງສອງບ້ານຕື່ມອີກ


