ວັນທີ 9 ພະຈິກ 2021, ທ່ານ ກອງສີ ວົງສີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆປາກລາຍ ພ້ອມດ້ວຍພະນັກງານ ຫ້ອງການສົ່ງເສີມກະສິກຳ ແລະ ປ່າໄມ້ເມືອງ,ໜ່ວຍງານທີ່ກ່ຽວຂ້ອງໄດ້ລົງຊຸກຍູ້ວຽກງານການປູກພືດອຸດສາຫະກຳລະດູແລ້ງເປັນສິນຄ້າຢູ່ 2 ບ້ານຄື: ບ້ານ ແສນພົນ ແລະ ບ້ານຕາກແດດ ເມືອງ ປາກລາຍ ແຂວງ ໄຊຍະບູລີ ໂດຍມີນາຍບ້ານທັງສອງບ້ານຮ່ວມນໍາພາເບິ່ງພື້ນທີ່ທຳການຜະລິດຂອງປະຊາຊົນເຂດດັ່ງກ່າວ.
ທ່ານ ບັນລຸດ ຊາວກະສິກອນ ບ້ານແສນພົນໄດ້ໃຫ້ຮູ້ວ່າ: ການປູກພືດອຸດ ສາຫະກຳເປັນສິນຄ້າ ຢູ່ຄອບຄົວຂອງຕົນເອງແມ່ນມີເນື້ອທີ່ທັງໝົດ 3.11 ເຮັກຕາ ພືດທີ່ປູກສ່ວນໃຫຍ່ແມ່ນ: ສາລີ ແລະ ຖົ່ວແດງ,ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວປີໜຶ່ງ 50 ລ້ານກ່ວາກີບ,ປະຈຸບັນ ຄອບຄົວຂອງຂ້າພະເຈົ້າໄດ້ຮັບການຢັ້ງຢືນເປັນຄອບຄົວພັດທະນາ, ຫຼຸດພົ້ນອອກຈາກຄວາມທຸກຍາກ ມາ ເປັນຄອບຄົວກຸ້ມຢູ່ ກຸ້ມກິນ ຊີວິດການເປັນຢູ່ຂອງຄອບຄົວໄດ້ຮັບການພັດ ທະນາດີຂຶ້ນເປັນກ້າວໆ, ທ່ານ ນາງ ດຳດີ, ແມ່ນຄອບຄົວຫນຶ່ງ ທີ່ເຮັດການຜະລິດກະສິກຳເປັນສິນຄ້າ ໃຫ້ຮູ້ວ່າ: ຄອບຄົວຂອງຕົນມີເນື້ອທີ່ໃນການປູກພືດອຸດສາຫະກໍາເປັນສິນຄ້າທັງໝົດມີ 5 ເຮັກຕາ ໃນນີ້ແມ່ນຈະແບ່ງເປັນໂຊນເພື່ອປູກພືດແຕ່ລະປະເພດເຊັ່ນ: ປູກມັນຕົ້ນ, ສາລີ ແລະ ຖົ່ວແດງ, ແລະພືດອື່ນຯ, ປັດຈຸບັນສວນຖົ່ວແດງ ເປັນໄລຍະກຳລັງບົວລະ ບັດຮັກສາ, ໃສ່ຝຸ່ນ, ເສຍຫຍ້າ, ຂ້າແມງໄມ້, ສ່ວນສວນມັນຕົ້ນ ແລະ ສາລີ ແມ່ນພວມເກັບກູ້ຢູ່ ຄາດກະວ່າຈະມີລາຍຮັບຈາກຜົນຜະລິດກະສິກະສິກຳ ຄັ້ງນີ້ 80-90 ລ້ານກີບ.
ການຜະລິດລະດູແລ້ງຂອງປະຊາຊົນເມືອງປາກລາຍ ໃນປີນີ້ແມ່ນເປັນຂະບວນຟົດຟື້ນ ແລະ ປູກສໍາເລັດ 100% ທັນຕາມລະດູການ, ສໍາລັບການປູກພືດອຸດສາຫະກໍາເປັນສິນຄ້າຂອງປະຊາຊົນໃນຂອບເຂດ ບ້ານ ແສນພົນ ແລະ ບ້ານຕາກແດດ ພືດທີ່ປະຊາຊົນປູກສ່ວນໃຫຍ່ແມ່ນ: ມັນຕົ້ນ, ສາລີ, ໝາກງາ, ຖົ່ວດິນ, ຖົ່ວແດງ ແລະ ອື່ນໆ, ມາຮອດປະຈຸບັນແມ່ນກໍາລັງບົວລະບັດຮັກສາ, ໃສ່ຝຸ່ນ ແລະ ເສຍຫຍ້າ-ຂ້າແມງໄມ້,
ການລົງຊຸກຍູ້ການປູກພືດເປັນສິນຄ້າໃນຄັ້ງນີ້ທ່ານ ກອງສີ ວົງສີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ປາກລາຍ ກໍ່ໄດ້ຊົມເຊີຍຕໍ່ປະຊາຊົນຊາວກະສິກອນທີ່ໄດ້ເອົາໃຈໃສ່ໃນການປູກພືດອຸດສາຫະກຳເປັນສິນຄ້າ ເພື່ອສົ່ງອອກ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນຈົ່ງສືກຕໍ່ເອົາໃຈໃສ່ບົວລະບັດຮັກສາ, ໃສ່ຝຸ່ນ, ເສຍຫຍ້າ, ຂ້າແມງໄມ້, ເຝົ້າລະວັງການລະບາດຂອງສັດຕູພືດ ແລະ ອື່ນໆ ເພື່ອຮັບປະກັນໃຫ້ການຜະລິດດັ່ງກ່າວໄດ້ຮັບໝາກຜົນສູງຕາມແຜນການທີ່ວາງໄວ້ການເຄື່ອນໄຫວດັ່ງກ່າວ ເພື່ອຊຸກຍູ້ ແລະ ສົ່ງເສີມຂະ ບວນ ການຜະລິດເປັນສິນຄ້າ, ສົ່ງເສີມການສ້າງຈິດສຳນຶກໃຫ້ ແກ່ຜູ້ຜະລິດຂອງຊຸມຊົນ ແລະ ຜູ້ປະກອບການຂະໜາດ ນ້ອຍ, ກາງ ໄດ້ເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນ ຂອງວຽກງານສົ່ງເສີມກະສິກໍາ,ໃນໂອກາດດຽວກັນນີ້ທ່ານຍັງໄດ້ລົງຢ້ຽມຢາມ ສວນໝາກໂມຂອງບໍລິສັດ ຄຳເງິນ ແສງຈັນ ແລະ ບໍລິສັດ ໄຊຍະບູລີຊົນຢວນສິບສອງພັນນາ ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ຕັ້ງຢູ່ບ້ານຕາກແດດ ເມືອງ ປາກລາຍ ແຂວງໄຊຍະບູລີ ຕື່ມອີກ.
ຂ່າວ-ພາບ: ເກດ ອານຸສອນ


