ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ້າຍອາທິດຜ່ານມານີ້ ທ່ານນາງ ຄຳພູ ລິດທິສັກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂຂງ, ມີປະທານສະຫະພັນແມ່ຍິງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຢ້ຽມຢາມໃຫ້ກຳລັງໃຈເອື້ອຍນ້ອງແມ່ຍິງ ແລະ ເດັກນ້ອຍທີ່ຢູ່ສູນກັກໂຕຂອງເມືອງເປັນຕົ້ນ: ຈຸດຫົວໂຂງ, ແສນຮາດ, ເມືອງແສນ ແລະ ສະໜາມກິລາຂອງເມືອງ.
ການລົງຢ້ຽມຢາມຄັ້ງນີ້ ເຈົ້າເມືອງໆໂຂງ ກໍໄດ້ນຳເອົາວັດຖຸເຄື່ອງໃຊ້ທີ່ຈຳເປັນໃນຊີວິດປະຈຳໄປມອບໃຫ້ເອື້ອຍນ້ອງແມ່ຍິງ ແລະ ເດັກນ້ອຍ ພາຍຫຼັງທີ່ໄດ້ຮັບເຄື່ອງດັ່ງກ່າວຈາກທ່ານນາງ ເຕດາວັນ ແກ້ວພິລາວັນ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ ນຳມາມອບໃຫ້ເມືອງໃນອາທິດດຽວກັນເຊຶ່ງປະກອບມີ: ນ້ຳດື່ມ, ຄຸຢາງ, ຜ້າອັດປາກ, ສະບູ, ແປງສີແຂ້ວ, ຢາຖູແຂ້ວ, ສະເປກັນຍຸງ ແລະ ອື່ນໆ. ຈາກນັ້ນ ເຈົ້າເມືອງໆໂຂງກໍໄດ້ໂອ້ລົມຕໍ່ເອື້ອຍນ້ອງແມ່ຍິງວ່າ: ທຸກຄົນທີ່ຜ່ານການກັກໂຕຢູ່ສູນຂອງເມືອງແລ້ວ ຫາກກັບເມືອສູ່ອ້ອມກອດຜູ້ປົກຄອງກໍຈົ່ງໄດ້ມີສະຕິໃນການດຳລົງຊີວິດ ໝາຍຄວາມວ່າດຳລົງຊີວິດປົກກະຕິແບບໃໝ່ ໂດຍຢູ່ໃຫ້ໄດ້, ມີຄວາມປອດໄພດ້ານຊີວິດ, ຊັບສິນໃນເງື່ອນໄຂທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19; ເວົ້າລວມກໍຄື: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຄຽງຄູ່ກັບການປະຕິບັດບັນດາມາດຕະການຕ່າງໆທີ່ຂັ້ນເທິງວາງອອກແມ່ນດີທີ່ສຸດ ແລະ ເຮັດໃຫ້ວິກິດການຄັ້ງນີ້ຜ່ານພົ້ນໄປ; ເພາະໃນປັດຈຸບັນການນຳເຂົ້າສິນຄ້າທີ່ເປັນເຄື່ອງບໍລິໂພກຕ່າງໆຈາກປະເທດໃກ້ຄຽງແມ່ນບໍ່ມີ ຈຶ່ງຈຳເປັນຕ້ອງມີການຜະລິດຢູ່ພາຍໃນບ້ານຕົນເອງໃຫ້ຫຼາຍຂຶ້ນເພື່ອຕອບສະໜອງໃຫ້ຕະຫຼາດພາຍໃນເມືອງ ກໍຄືບໍລິໂພກພາຍໃນຄອບຄົວ ແລະ ແລກປ່ຽນສິນຄ້າທີ່ຈຳເປັນຫາກເຫັນວ່າຄອບຄົວຕົນເອງບໍ່ສາມາດຜະລິດໄດ້.
ຂ່າວແຈ້ງໃຫ້ຮູ້ຕື່ມວ່າ: ເມືອງໂຂງ ມີແຮງງານທີ່ເດີນທາງກັບມາຈາກຕ່າງປະເທດເຂົ້າມາຢູ່ສູນກັກໂຕມີຈຳນວນ 1.961 ຄົນ, ຍິງ 930 ຄົນ, ອອກຈາກສູນມີຈຳນວນ 1.866 ຄົນ, ຍິງ 887 ຄົນ, ຍັງສືບຕໍ່ກັກໂຕມີຈຳນວນ 71 ຄົນ, ຍິງ 32 ຄົນ; ໃນນີ້ ມີແຮງງານຕິດເຊື້ອທີ່ປິ່ນປົວຫາຍດີຈາກສູນປິ່ນປົວຂອງແຂວງ ແລ້ວສົ່ງກັບມາສືບຕໍ່ປິ່ນປົວກັກໂຕຢູ່ເມືອງອີກ 14 ວັນ ລວມມີ 465 ຄົນ, ຍິງ 243 ຄົນ, ອອກສູນຈຳນວນ 448 ຄົນ,ຍິງ 230 ຄົນ, ຍັງສືບຕໍ່ກັກໂຕ 12 ຄົນ, ຍິງ 9 ຄົນ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ສະຖານີວິທະຍຸ-ໂທລະພາບເມືອງໂຂງ