ໃນວັນທີ 19 ພຶດສະພາ 2021 ນີ້ທ່ານນາງ ຄຳພູ ລິດທິສັກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂຂງ, ພ້ອມບັນດາທ່ານໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງໄປມອບສັງກະສີ, ເຫຼັກຕະປູ, ນ້ຳດື່ມ ແລະ ຜ້າອັດປາກ-ດັງ ໃຫ້ຄອບຄົວຜູ້ທີ່ຖືກຜົນກະທົບຈາກພະຍຸລະດູຮ້ອນໃນຄ່ຳຄືນວັນທີ 17 ພຶດສະພາ ຜ່ານມາ ພາຍຫຼັງທີ່ໄດ້ລົງຕິດຕາມກວດກາເບິ່ງຜົນເສຍຫາຍດ້ວຍຕົນເອງ; ທັງນີ້ ກໍເພື່ອເປັນການສ້າງຂວັນກຳລັງໃຈ ແລະ ເປັນການບັນເທົາທຸກໃນເບື້ອງຕົ້ນ.