ໃນວັນທີ 5 ພະຈິກ 2021. ທີຫ້ອງປະຊຸມຫ້ອງການສາທາລະນະສຸກເມືອງປາກລາຍ ແຂວ ໄຊຍະບູລີ ໄດ້ເປີດກອງປະຊຸມ ຄົ້ນຄ້ວາ, ປືກສາຫາລື ແລະ ວ່າງແຜນການກໍ່ສ້າງສ້ອມແປງໂຮງໝໍຊຸມຊົນເມືອງປາກລາຍ ໂດຍການເຂົ້າ ຮ່ວມຂອງທ່ານ ກອງສີ ວົງສີ, ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເມືອງປາກລາຍ ມີຮອງຫົວໜ້າພະແນກສາທາລະນະສຸກແຂວງ, ແລະ ຜູ້ຕ່າງຫນ້າຈາກຫ້ອງການກ່ຽວຂອງເຂົ້າຮ່ວມ.
ທ່ານ ວິລະພອນ ສີຈະເລີນ ຫົວໜ້າວິຊາ ການ ບໍລິສັດຫົງໄຊຍະພອນກໍ່ສ້າງຈໍາກັດຜູ້ດຽວ ໄດ້ຂື້ນລາຍງານແຜນການຈັດຕັ້ງປະຕິບັດແລະ ທົບທວນຜັນຂະຫຍາຍບົດບັນທືກ (ຄັ້ງວັນທີ 8 ມັງກອນ 2021) ເພື່ອຈະໄດ້ແກ້ໄຂໃນບາງໜ້າວຽກ ພ້ອມທັ້ງສໍາຫຼວດສະຖານທີ່ກໍສ້າງລະຫວ່າງບໍລິສັດ ກັບ ຄະນະກໍາມະການຂອງແຂວງ ແລະ ເມືອງ ຄົ້ນຄ້ວາກະກຽມແຕ່ງຕັ້ງຄະນະກຳມະການຕິດຕາມການກໍ່ສ້າງ ກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບ ແລະ ຮັບຮອງເອົາແຜນດຳເນີນການກໍ່ສ້າງທາງບໍລິສັດສະ
ເໜີ ໃນການກໍ່ສ້າງ ແລະ ສ້ອມແປງ ໂຮງໝໍຊຸມຊົນເມືອງປາກລາຍ, ພາຍຫຼັງໄດ້ສໍາຫຼວດສະຖານທີຕົວຈິງແລ້ວທາງຄະນະກໍາມະການ ແລະ ບໍລິສັດ ໄດ້ຕົກລົງເຫັນດີເປັນເອກະພາບກັນໃນໜ້າວຽກທີຈະເລີ່ມລົງມືກໍ່ສ້າງ.
ໂອກາດນີ້ທ່ານ ກອງສີ ວົງສີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆປາກລາຍ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ແລະ ໃຫ້ທິດຊີ້ນຳການຈັດຕັ້ງປະຕິບັດວຽກງານກໍ່ສ້າງໂດຍໄວຕາມສັນຍາ ຮັບປະກັນໜ້າວຽກທີ່ໄດ້ກໍານົດໄວ້ໃຫ້ສໍາເລັດຕາມແຜນການ ພ້ອມທັງຮັບ ປະກັນຄຸນນະພາບ, ຮັບປະກັນຄວາມປວດໄພໃນເວລາລົງມືກໍ່ສ້າງ. ພ້ອມທັງປະຕິບັດຕາມມາດຕະການຂອງການສະກັດກັ້ນ, ຄວບຄຸມ, ປ້ອງກັນ ການແຜ່ລະບາດຂອງພະຍາດ ໂຄວິດ -19 ທີພວມລະບາດຢູ່ໃນປັດຈຸບັນນີ້.
ຂ່າວ-ພາບ: ໄລ ໄຊຍະວົງ.

