ວັນທີ 4 ກຸມພາ 2023 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ວັນໄຊ ຈັນພອນ ຜູ້ວ່າຣາດຊະການຈັດຫວັດນະຄອນພະນົມ ແຫ່ງຣາຊາອານາຈັກໄທ ພ້ອມດ້ວຍບັນ ດາທ່ານໃນຄະນະບໍລິຫານງານຈັງຫວັດ ທີ່ໄດ້ເຄື່ອນໄຫວພົບປະຢ້ຽມຢາມຄະນະການນຳແຂວງຄຳມ່ວນ ໂດຍໄດ້ຈັດພິທີພົບປະຂຶ້ນທີ່ໂຮງແຮມຣີເວີເຣຍ ເມືອງທ່າແຂກ ແຂວງຄຳມ່ວນ, ມີທ່ານຮອງເຈົ້າແຂວງ, ບັນດາພະແນກການ, ຂະແໜງການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຈຸດປະສົງໃນການພົບປະຢ້ຽມຢາມໃນຄັ້ງນີ້ ກໍ່ເພື່ອເປັນການສືບຕໍ່ເສີມຂະ ຫຍາຍຄວາມສຳພັນ, ສັນຖະວະໄມ ຕີລະຫວ່າງສອງແຂວງໃຫ້ນັບມື້ນັບແໜ້ນແຟ້ນກັນດີຂຶ້ນ ເຊິ່ງໄດ້ແລກປ່ຽນປຶກສາຫາລືໃນຫລາຍດ້ານໂດຍສະເພາະທາງດ້ານການຄ້າ-ການລົງທຶນ, ການບໍລິການທ່ອງທ່ຽວ ລວມເຖິງການຮັກສາຄວາມລະບຽບຮຽບຮ້ອຍຕາມຊາຍແດນ ລະ ຫວ່າງສອງແຂວງ ຄຳມ່ວນ-ນະຄອນພະນົມ ໃຫ້ມີຄວາມສອດຄ່ອງ, ກົມກຽວ ເພື່ອຫລີກລ້ຽງບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນ, ຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນຂອບເຂດຊາຍແດນ.
ໂອກາດດັ່ງກ່າວ ທ່ານ ວັນໄຊ ພອງສະ ຫວັນ ເຈົ້າແຂວງຄຳມ່ວນຍັງໄດ້ສະເໜີມາຍັງຝ່າຍຈັງຫວັດນະຄອນພະນົມ ເສີມຂະຫຍາຍໃນການພົບປະແລກປ່ຽນໄປມາຫາສູ່ເຊິ່ງກັນ ແລະ ກັນ ຢ່າງໜ້ອຍປີລະສອງຄັ້ງ, ເພື່ອພົບປະແລກປ່ຽນທາງດ້ານວິຊາການ, ສືບຕໍ່ພົວພັນຮ່ວມມືທາງດ້ານການຄ້າ-ການລົງທຶນ ແລະ ການທ່ອງທ່ຽວໂດຍອີງຕາມທ່າແຮງຂອງແຂວງຄຳມ່ວນ ແລະ ແຂວງ ນະຄອນພະນົມ ເພື່ອເສີມສ້າງໃຫ້ຂະແໜງດັ່ງກ່າວໄດ້ມີຄວາມເຂັ້ມແຂງ ແນໃສເຮັດໃຫ້ສອງປະເທດກໍ່ຄືສອງແຂວງ ຄຳມ່ວນ – ນະຄອນພະນົມ ມີຄວາມແໜ້ນແຟ້ນ, ມີຄວາມເຂົ້າໃຈ, ມີຄວາມເລິກເຊິ່ງຂື້ນໄປເລື້ອຍໆ.
ພ້ອມນີ້ທັງສອງຝ່າຍຍັງໄດ້ມອບຂອງຂວັນທີ່ລະນຶກ ໃຫ້ກັນ ແລະ ກັນ ພ້ອມທັງອວຍພອນໄຊ ມາໃນໂອກາດນີ້. ຈົ່ງມີແຕ່ຄວາມຜາສຸກ ແລະ ໄດ້ຮັບຜົນສຳເລັດໃນໜ້າທີ່ວຽກງານ, ເສີມຂະຫຍາຍມິດຕະພາບ, ຄວາມສຳພັນສັນຖະ ວະໄມຕີໃຫ້ນັບມື້ມີຄວາມໝັ້ນຄົງ.
ຂ່າວ;ພາບ: khammouanenews


