ໃນຕອນບ່າຍວັນທີ 19 ມັງກອນ 2022 ທີ່ຫ້ອງວ່າການແຂວງ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ຕ້ອນຮັບທ່ານ ເຄນອິຈິ ໂຄບາຢາຊິ ( Mr.Kenichi kobayashi) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນປະຈຳ ສປປລາວ ຄົນໃໝ່. ໃນໂອກາດນີ້,ທ່ານ ເຄນອິຈິ ໂຄບາຢາຊິ ໄດ້ກ່າວຈຸດປະສົງໃນການເດີນທາງມາພົບປະ ໃນຄັ້ງນີ້.ຈາກນີ້ທ່ານເຈົ້າແຂວງຈຳປາສັກໄດ້ກ່າວຕ້ອນຮັບ ແລະຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ພົບປະ ຂອງທ່ານເອກອັກຄະຣາຊະທູດ ຢິປຸ່ນ ປະຈຳ ສປປລາວ ຄົນໃໝ່.ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມື,ຊ່ວຍເຫຼືອ ຂອງປະເທດຢິປຸ່ນ ຕໍ່ ສປປລາວ ໃນໄລຍະທີ່ຜ່ານມາ ເວົ້າສະເພາະຕໍ່ການພັດທະນາເສດຖະກິດ-ສັງຄົມຢູ່ແຂວງຈຳປາສັກ ເປັນຕົ້ນ ໂຄງການຂົວຂ້າມນໍ້າຂອງປາກເຊ -ໂພນທອງ,ການຊ່ວຍເຫຼືອຂົງເຂດສຶກສາ,ສາທາລະນະສຸກ ແລະອື່ນໆ. ທີ່ພົ້ນເດັ່ນໃນປະຈຸບັນແມ່ນການລົງທຶນໃນເຂດເສດຖະກິດພິເສດ ອັນໄດ້ປະກອບສ່ວນເຮັດໃຫ້ພື້ນຖານໂຄງລ່າງເສດຖະກິດ-ສັງຄົມຂອງແຂວງຈຳປາສັກມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ໂອກາດນີ້ທ່ານເຈົ້າແຂວງຈຳປາສັກ ແລະທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດຢິປຸ່ນ ປະຈຳ ສປປ ລາວ ກໍໄດ້ເຮັດວຽກຮ່ວມກັນ ໂດຍໄດ້ຮັບກຽດເປັນປະທານກອງປະຊຸມປຶກສາຫາລືຮ່ວມລະຫວ່າງພາກລັດ ແລະ ເອກະຊົນລາວ -ຍີ່ປຸ່ນທີ່ແຂວງຈຳປາສັກຄັ້ງທີ I ຊື່ງແມ່ນສະຖານທູດຍີ່ປຸ່ນປະຈຳລາວ ແລະ ສະພາການຄ້າ – ອຸດສະຫະກຳຍີ່ປຸ່ນປະຈຳລາວ ສາຂາປາກເຊຮ່ວມກັນຈັດຂຶ້ນ.
ຂ່າວ;ພາບ: ເກດສະໜາ ແກ້ວສຸວັນນະແສງ.
