ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ຕ້ອນຮັບ ທ່ານ ໂທຊິໂອະ ນາກາເຊະ (Toshio NAGASE) ຫົວໜ້າອົງການໄຈກາ ປະຈຳ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ໃນໂອກາດ ເຂົ້າຢ້ຽມຂ່ຳນັບ ເພື່ອພົບປະ. ເມື່ອວັນທີ 13 ທັນວາ 2021, ທີ່ຫ້ອງວ່າການແຂວງຈຳປາສັກ.

ໃນໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ສະແດງຄວາມຮັບຕ້ອນຊົມເຊີຍຕໍ່ ທ່ານ ໂທຊິໂອະ ນາກາເຊະ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳ ແໜ່ງເປັນໜ້າຫົວອົງການໄຈກາຄົນໃໝ່ ປະຈຳ ສປປ ລາວ ແລະເຊື່ອ ໝັ້ນຢ່າງຍິ່ງວ່າໃນວາລະທີ່ທ່ານດຳລົງຕຳແໜ່ງເປັນຫົວໜ້າອົງການໄຈກາ ປະຈຳ ສປປ ລາວ ນີ້, ການພົວພັນຮ່ວມມື ລະຫວ່າງອົງການໄຈກາ ກັບ ສປປ ລາວ ເວົ້າລວມ, ເວົ້າສະເພາະ ກັບແຂວງຈຳປາສັກ ຈະໄດ້ຮັບການເສີມຂະຫຍາຍ ເຂົ້າສູ່ລວງເລິກ ຢ່າງບໍ່ຢຸດຢັ້ງ.

ພ້ອມນັ້ນ, ທັງສອງຝ່າຍ ຍັງໄດ້ຕີລາຄາສູງ ຕໍ່ຜົນສຳເລັດຂອງການຮ່ວມມື ລະຫວ່າງ ແຂວງຈຳປາສັກ ແລະອົງການໄຈກາ ນັບແຕ່ຊຸມປີ 2010 ເປັນຕົ້ນມາ, ແຂວງຈຳປາສັກ ໄດ້ຮັບ ການຊ່ວຍເຫລືອເພື່ອການພັດທະນາ ຈາກ ອົງການ JICA ມີທັງໝົດຈໍານວນ 46 ໂຄງການ, ການພັດ ທະນາດ້ານສີມືແຮງງານ ແລະ ທາງດ້ານການສຶກສາ ແລະກິລາ ລວມມູນຄ່າ 11.558.087 ໂດລາສະ ຫະລັດ. ພ້ອມດຽວກັນນີ້, ທ່ານເຈົ້າແຂວງຈຳປາສັກ ຍັງໃຫ້ຮູ້ກ່ຽວກັບຈຸດພິເສດ ແລະທ່າແຮງຂອງແຂວງຈຳປາສັກ ພ້ອມທັງ ສະເໜີ ຕໍ່ ທ່ານ ໂທຊິໂອະ ນາກາເຊະ ຫົວໜ້າອົງການໄຈກາ ປະຈຳລາວ ໃນການ ສືບຕໍ່ ຮ່ວມມື ແລະຊ່ວຍເຫລືອແຂວງຈຳປາສັກ ໃນ ຂະແຫນງການສຶກສາ, ສາທາ ລະນະສຸກ, ໂຍທາທິການ ແລະ ຂົນ ສົ່ງ ແລະຂະແຫນງກະສິກຳ ເພື່ອສົ່ງເສີມການລົງທຶນ ຂອງ ທຸລະ ກິດຍີ່ປຸ່ນ ຢູ່ ແຂວງຈຳປາສັກ ເພື່ອເສີມຂະຫຍາຍການຮ່ວມມື ລະ ຫວ່າງ ແຂວງຈຳປາສັກ ແລະອົງການໄຈກາ ທີ່ມີມາແລ້ວນັ້ນໃຫ້ນັບມື້ນັບຂະຫຍາຍຕົວ ເທື່ອລະກ້າວ.

ຂ່າວ: ທັດຊະນະ