ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມຄະນະ, ໄດ້ພົບປະໂອ້ລົມຊຸກຍູ້ຊີ້ນຳວຽກງານກະ ສິກຳ ແລະ ປ່າໄມ້.ພິທີຈັດຂຶ້ນທີ່ພະແນກກະສິກຳ ແລະ ປະໄມ້ແຂວງ ໃນວັນທີ 12 ຕຸລາ 2023. ມີທ່ານຫົວໜ້າພະແນກ, ຮອງພະແນກ,ຫົວໜ້າຫ້ອງການ ແລະ ຂະແໜງການພາຍໃນພະແນກກະສິກຳ ແລະ ປະໄມ້ແຂວງ ເຂົ້າຮ່ວມ.
ໃນພິທີທ່ານ ສົມລິດ ວິລະວົງ ຫົວໜ້າພະແນກກະສິກຳ ແລະ ປະໄມ້ແຂວງ ແລະ ຄະນະ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດປະຈຳ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປິ 2023 ແລະ ການປະຕິບັດວຽກງານວາລະແຫ່ງຊາດ ໄລຍະ 2021 – 2023. ຊຶ່ງໃຫ້ເຫັນແຜນງານ ຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ. ເຊັ່ນ:ດ້ານປູກຝັງ: ສາມາດຜະລິດເຂົ້ານາແຊງປີ 2023: ປະຕິບັດໄດ້ 7.633 ເຮັກຕາ, ຜົນຜະລິດ 35.581 ໂຕນ. ທຽບໃສ່ໄລຍະດຽວປະຕິບັດໄດ້ເພີ້ມຂື້ນ 13%, ທຽບໃສ່ແຜນການປະຕິບັດໄດ້ 82 %. ການຜະລິດເຂົ້ານາປີ 2023 : ເນື້ອທີ່ແຜນການ 117.000 ເຮັກຕາ, ມາຮອດປະຈຸບັນປະຕິບັດໄດ້ 118.938
ເຮັກຕາ ທຽບໃສ່ແຜນປະຕິບັດໄດ້ 101,6%. ຄາດຄະເນເນື້ອທີ່ເກັບກ່ຽວທັງໝົດ 118.867 ເຮັກຕາ, ຄາດຄະເນຜົນຜະລິດ 416.035 ໂຕນ.
ການດຸ່ນດ່ຽງເຂົ້າກິນ:ໃນປີ 2023 ຜົນຜະລິດເຂົ້າລວມ ໄດ້ 447.187 ໂຕນ ( ເຊີ່ງໄດ້ຈາກຜົນຜະລິດເຂົ້ານາປີ 2022 + ນາແຊງປີ2023 ) ເຂົ້າສະເລ່ຍໃສ່ພົນລະເມືອງ ໄດ້ 573 ກິໂລ/ຄົນ/ປີ .
ການປູກພືດລະດູແລ້ງ ແລະ ລະດູຝົນ: ເນື້ອທີ່ແຜນການ 83.394 ເຮັກຕາ, ປະຕິບັດໄດ້ 67.266 ເຮັກຕາ, ຜົນຜະລິດໄດ້ 1.464.186ໂຕນ ທຽບໃສ່ໄລຍະດຽວປະຕິບັດໄດ້ເພີ້ມຂື້ນ 20 %, ທຽບໃສ່ແຜນການປະຕິບັດໄດ້ 89.26 % ໃນນັ້ນ : ການປູກພືດລະດູແລ້ງປະຕິບັດໄດ້ 53.792 ເຮັກຕາ, ຜົນຜະລິດໄດ້ 1.368.683 ໂຕນ, ທຽບໃສ່ໄລຍະດຽວໄດ້ ເພີ້ມຂື້ນ 43 %, ຈາກນີ້ຍັງຍົກໃຫ້ເຫັນດ້ານການລ້ຽງສັດ ແລະ ການປະມົງ, ແຜນງານ ຜະລິດ ກະສິກຳ ແລະ ປ່າໄມ້ ເປັນສິນຄ້າ: ການປູກພືດສິນຄ້າ ,ແຜນງານ ຄຸ້ມຄອງປ່າໄມ້ ແລະຊັບພະ ຍາກອນ,ວຽກພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕື່ມອີກ.
ພາຍຫຼັງຮັບຟັງການລາຍງານແລ້ວ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ແລະຄະນະນຳແຂວງ ກໍໄດ້ມີຄຳເຫັນໂອ້ລົມໂດຍຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດວຽກງານກະສິກຳ ແລະ ປ່າໄມ້,ພັດທະນາຂົນນະບົດ ໃນໄລຍະຜ່ານມາ ອັນເປັນທ່າແຮງການປະກອບສ່ວນໃນການພັດທະນາເສດຖະກິດ – ສັງຄົມ ຂອງແຂວງ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງ ສະແດງອອກໃນການສະເລ່ຍເຂົ້າກິນ ມີສ່ວນແຮໄວ້ແລະ ເປັນສິນຄ້າ,ຈາກນີ້ການຜະລິດຊາ,ກາເຟ ກໍເປັນສິນຄ້າຍຸດທະສາດຂອງລັດຖະບານ ຂອງແຂວງທີ່ສ້າງລາຍໄດ້ໃຫ້ແກ່ຊາວສວນໄດ້ເປັນຢ່າງດີ. ຕໍ່ບາງບັນຫາ ແລະ ຄຳສະເໜີ ບາງດ້ານທ່ານເຈົ້າແຂວງ ແລະ ຄະນະນຳ ໄດ້ໃຫ້ກຽດຊີ້ນຳ ໃຫ້ຄະນະນຳພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ສືບຕໍ່ນຳພາເພື່ອປັບປຸງ ແລະ ພັດທະນາ ຢ່າງມີປະສິດທິພາບ ໃຫ້ຫຼາຍຂຶ້ນ ເຮັດໃຫ້ຂະແໜງກະສິກຳ,ປ່າໄມ ແລະ ພັດທະນາຊົນນະບົດ ຕິດພັນກັບການພັດນາພື້ນຖານໂຄງລ່າງ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນສູງຂຶ້ນເລື້ອຍໆ.
ເກດສະໜາ ແກ້ວສຸວັນນະແສງ