ວັນທີ 17 ກໍລະກົດ 2023 ນີ້, ທ່ານ ວິໄລວົງ ບຸດດາຄຳ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ພ້ອມດ້ວຍ ທ່ານ ຮອງລາຂາພັກແຂວງ, ຫົວໜ້າຫ້ອງວ່າການແຂວງ ແລະ ພາກ ສ່ວນກ່ຽວຂອງ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານເປັນຕົ້ນ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ; ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໂດຍທ່ານນາງ ຄຳພູ ລິດທິສັກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂຂງ, ມີບັນດາທ່ານໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງ ແລະ ກຳລັງປະວຸດໃນ 2 ປະເພດກຳລັງ.
ໂອກາດນີ້ ທ່ານເຈົ້າເມືອງໆໂຂງ ກໍໄດ້ລາຍງານວ່າ: ໃນໄລຍະ 6 ເດືອນຕົ້ນປີ ແມ່ນໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະຂອງເມືອງ, ກໍ່ຄືຂອງແຂວງ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ເອົາໃຈໃສ່ຊຸກຍູ້ການຜະລິດລະດູແລ້ງ, ການຜະລິດລະດູຝົນ ແລະ ການຜະລິດເປັນສິນຄ້າອື່ນໆ, ສົ່ງເສີມການບໍລິການທ່ອງທ່ຽວ, ການຄ້າ, ດຶງດູດເອົາການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ໃນນັ້ນ: ສາມາດລະດົມເງິນຝາກໄດ້ທັງໝົດ 302,58 ຕື້ກີບ ທຽບໃສ່ແຜນປີປະຕິບັດໄດ້ 67,39 %, ປ່ອຍກູ້ໄດ້ 4,58 ຕື້ກີບ ເທົ່າກັບ 24,62% ຂອງແຜນ; ໂຄງການລົງທຶນຂອງລັດ ມີທັງໝົດ 9 ໂຄງການ (ເປັນໂຄງການສືບຕໍ່), ມູນຄ່າ 172,08 ຕື້ກີບ, ມູນຄ່າປະຕິບັດໜ້າວຽກໄດ້ 25,07 ຕື້ກີບ. ໃນນັ້ນ: ປະຕິບັດສໍາເລັດ 100% ມີ 01 ໂຄງການ ມູນຄ່າ 903 ລ້ານກີບ, ໂຄງການທຶນສົມທົບມີ 01 ໂຄງການ ຄື: ໂຄງການກໍ່ສ້າງທາງດິນແດງບ້ານພິມານໂພນ ມູນຄ່າ 365 ລ້ານກີບ ໃນນັ້ນ: ທຶນປະຊາຊົນ 265 ລ້ານກີບ ແລະ ເງິນກອງທຶນທາງ ປີ 2023 ຈໍານວນ 100 ລ້ານກີບ; ໄດ້ຮັບແຜນງົບປະມານຊໍາລະໂຄງການໜີ້ສິນ ທັງໝົດ 1.542,86 ລ້ານກີບ ມີ 03 ໂຄງການ, ໂຄງການທຶນຊ່ວຍເຫຼືອລ້າ ມີ 01 ໂຄງການ, ມູນຄ່າ 36,87 ຕື້ກີບ, ປະຕິບັດສໍາເລັດ 100%; ໂຄງການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ຢູ່ໃນຂັ້ນຕອນສຶກສາໂຄງການຄວາມເປັນໄປໄດ້ມີ 7 ໂຄງການ. ອັນສໍາຄັນ ໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ ແມ່ນໄດ້ສໍາເລັດການວາງສີລາລືກໂຄງການກໍ່ສ້າງຕືກອາເນກປະສົງແຄນຄູ່(ໄລຍະທີ 1 ຕືກຕີບເຂົ້າ)ມູນຄ່າການກໍ່ສ້າງ 200 ລ້ານໂດລາສະຫະລັດ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 4.896 ລ້ານກວ່າກີບ ເທົ່າກັບ 32,20% ຂອງແຜນປີ ໃນນັ້ນ: ເມືອງຮັບຜິດຊອບປະຕິບັດໄດ້ 4.420 ລ້ານກວ່າກີບ ທຽບໃສ່ແຜນປະຕິບັດໄດ້ 118%; ແລະ ແຂວງຮັບຜິດຊອບ (ແຜນ 11.455 ລ້ານກີບ) ຍັງບໍ່ທັນໄດ້ປະຕິບັດ. ປະຕິບັດລາຍຈ່າຍໄດ້ 7.322 ລ້ານກວ່າກີບ, ເທົ່າກັບ 51% ຂອງແຜນປີ (ແຜນປີ 14.411 ລ້ານກວ່າກີບ); ການຜະລິດເຂົ້ານາແຊງ ປະຕິບັດໄດ້ 2.512 ເຮັກຕາ ເທົ່າກັບ 83,76% ຂອງເນື້ອທີ່ແຜນການ, ຜົນຜະລິດໄດ້ 12.811 ໂຕນ. ການຜະລິດເຂົ້ານາປີ 2023, ມີເນື້ອທີ່ແຜນການ 16.179 ເຮັກຕາ, ປັກດໍາໄດ້ 1.619 ເຮັກຕາ ທຽບໃສ່ແຜນເທົ່າກັບ 10%. ການສົ່ງເສີມການຜະລິດເປັນສິນຄ້າ: ບໍລິສັດ IDP ແລະ ເຄື່ອຂ່າຍກະສິກອນລາວ ໄດ້ສົ່ງເສີມການຜະລິດເຂົ້າເປັນສິນຄ້າ ໃນເນື້ອທີ່ທັງໝົດ 2.330 ກວ່າເຮັກຕາ, ນໍາໃຊ້ແນວພັນ 8 ຊະນິດ, ຈໍານວນ 140 ກວ່າໂຕນ; ການຜະລິດຂອງສະຫະກອນ, ກຸ່ມການຜະລິດພາຍໃນເມືອງຈໍາໜ່າຍຜະລິດຕະພັນໄດ້ທັງໝົດ 1.870 ລ້ານກວ່າກີບ. ອັນສໍາຄັນແມ່ນໄດ້ສໍາເລັດຈັດພິທີປະກາດຍົກລະດັບກຸ່ມການຜະລິດ ເປັນສະຫະກອນໄດ້ 02 ສະຫະກອນຄື: ສະຫະກອນຜະລິດຫັດຖະກໍາຈັກສານໄມ້ປ່ອງບ້ານໂພນສະອາດ ແລະ ສະຫະກອນເຫຼົ້າຂາວດອນໂຂງ.
ຂ່າວໃຫ້ຮູ້ຕື່ມວ່າ: ໃນໂອກາດລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຂອງທ່ານເຈົ້າແຂວງຈຳປາສັກ ຄັ້ງນີ້ ມາໃນວັນທີ 18 ກໍລະກົດ ກໍໄດ້ເຂົ້າຮ່ວມພິທີມອບ-ຮັບ ແລະ ເປີດນໍາໃຊ້ຢ່າງເປັນທາງການເສັ້ນທາງເບຕົງ ແລະ ສິ່ງອໍານວຍຄວາມສະດວກ ບ້ານນາກະສັງ, ບ້ານດອນເດດ ແລະ ບ້ານດອນຄອນ; ໂຄງການດັ່ງກ່າວ ເປັນໂຄງການປັບປຸງເສັ້ນທາງ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວຢູ່ ບ້ານນາກະສັງ, ບ້ານດອນເດດ ແລະ ບ້ານດອນຄອນ ແມ່ນໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ມູນຄ່າການກໍ່ສ້າງລວມທັງໝົດ 3.964.300 ກວ່າໂດລາສະຫະລັດ ໂດຍມີຄວາມຍາວ 20 ກວ່າກິໂລແມັດ, ຊຶ່ງມີໄລຍະການກໍ່ສ້າງເດືອນ ພຶດສະພາ 2020 ຫາ 30 ມິຖຸນາ 2023 ຈຶ່ງໄດ້ສຳເລັດ 100%.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ສະຖານີວິທະຍຸ-ໂທລະພາບເມືອງໂຂງ
