ໃນວັນທີ 31 ມີນາ 2021 ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ພ້ອມດ້ວຍບັນດາທຸຕານຸທູດຂອງປະເທດຄູ່ຮ່ວມພັດທະນາ ໄດ້ເຂົ້າພົບປະ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ທີ່ຫ້ອງວ່າການປົກຄອງແຂວງຊຽງຂວາງ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມການເບີ່ງການເຄື່ອນໄຫວວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ.
ໃນໂອກາດນີ້ ທ່ານ ບຸນຈັນ ສີວົງພັນ ໄດ້ແຈ້ງໃຫ້ຮູ້ກ່ຽວ ກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ລວມເຖິງການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະ ເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ແຂວງຊຽງຂວາງ ຊື່ງໃນໄລຍະກວ່າ 27 ປີຜ່ານມາ ມີຜູ້ຖືກເຄາະຮ້າຍຈາກລະເບີດຈຳນວນ 6.997 ຄົນ ເນື້ອທີ່ມີຄວາມສ່ຽງຈາກລະເບີດບໍ່ແຕກ 62.191 ເຮັກຕາ ສາມາດເກັບກູ້ລະເບີດໄດ້ 14.148 ເຮັກຕາ ໃນນີ້ເນື້ອທີ່ກະສິກຳ 12.315 ເຮັກຕາ ແລະ ເນື້ອທີ່ພັດທະນາ 1.833 ເຮັກຕາ. ໃນໂອກາດນີ້ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ໃນນາມຕາງໜ້າໃຫ້ອົງການປົກຄອງແຂວງຊຽງຂວາງ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງບັນດາປະເທດທີ່ໃຫ້ທຶນການຊ່ວຍ ເຫຼືອສະໜັບສະໜູນດ້ານມະນຸດສະທຳ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກໃຫ້ແກ່ລາວ ກໍຄືແຂວງຊຽງຂວາງແນໃສ່ເຮັດໃຫ້ປະຊາຊົນບັນດາເຜົ່າແຂວງຊຽງຂວາງໄດ້ຮັບໂອກາດໃນການຟື້ນຟູຊີວິດການເປັນຢູ່ໃຫ້ດີຂຶ້ນ ມີໂອກາດເຂົ້າເຖິງປັດໃຈດ້ານການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງ ໂດຍສະເພາະການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ສອດຄ່ອງກັບແຜນຍຸດທະສາດແຫ່ງຊາດໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ເສັ້ນ ທາງກ້າວສູ່ຄວາມປອດໄພໄລຍະ II, ນອກຈາກນີ້ຄະນະທຸຕານຸທູດຂອງປະເທດຄູ່ຮ່ວມພັດທະນາ ໄດ້ໄປຢ້ຽມຊົມສວນວາງສະແດງລູກລະເບີດເປົ່າຂອງໂຄງການເກັບກູ້ລະ ເບີດແຂວງຊຽງຂວາງ ແລະທົ່ງໄຫຫີນມໍລະດົກໂລກແຫ່ງທີ 3 ຂອງລາວຕື່ມອີກ.
Cr: ຈັນທະສອນ ສີຫານາດ





