ທ່ານ ບຸນຈັນ ສີວົງພັນ ເຈົ້າ ແຂວງຊຽງຂວາງ ພ້ອມຄະນະ ລົງກວດກາ, ຊຸກຍູ້ການກໍ່ສ້າງພະເຈົ້າອົງຫລວງ ໃນວັນທີ 13 ທັນວາ 2021. ໂອກາດນີ້ ທ່ານ ບຸນມີ ສອນມີໄຊ ປະທານບໍລິ ສັດຮັບເໝົາກໍ່ສ້າງ ແທ່ນນັ່ງພະເຈົ້າອົງຫລວງ ໄດ້ລາຍງານ ກ່ຽວກັບວຽກທີ່ຕົນເອງຮັບຜິກຊອບ, ມາຮອດ ປະຈຸບັນການກໍ່ສ້າງຂັ້ນ ໄດ, ເດີ່ນຊົມວິວຢູ່ຕໍ່ໜ້າພະເຈົ້າອົງຫລວງ ແລະ ສາລາຊົມວິວ ທີ່ມີ ມູນຄ່າ 2 ຕື້ກ່ວາກີບ ມີບາງໜ້າວຽກແມ່ນໃກ້ຈະສຳເລັດແລ້ວ, ບາງໜ້າວຽກ ກຳລັງຈັດຕັ້ງປະ ຕິບັດ ແລະ ຂັ້ນຕອນອອກແບບວຽກງານດັ່ງກ່າວ ເປັນວຽກລະ ອຽດອ່ອນເພາະຕ້ອງໄດ້ຖາມຊອກຮູ້ ເພື່ອໃຫ້ຖືກຕາມວັດ ທະນາທຳ.
ໂອກາດນີ້, ທ່ານເຈົ້າແຂວງຊຽງຂວາງ ກໍໄດ້ເນັ້ນໃຫ້ບໍລິສັດຜູ້ຮັບເໝົາກໍ່ສ້າງ ໃຫ້ເອົາໃຈໃສ່ຈັດລຳ ດັບບັນດາໜ້າວຽກທີ່ຈະປະຕິບັດ ເພື່ອເຮັດໃຫ້ວຽກງານດຳເນີນເປັນປົກກະຕິ ການກໍ່ສ້າງຈິ່ງຈະສຳເລັດຕາມຄາດໝາຍ ໂດຍເນັ້ນຄຸນນະພາບເປັນຫລັກ ແລະ ໃຫ້ປຶກສາ ນຳພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ຖືກຕາມວັດທະນາທຳ, ຫລັກທຳ, ຫລັກການ ແລະ ເຕັກ ນິກໃນການກໍ່ສ້າງໃຫ້ສະຫງ່າ, ຍືນຍາວ ເພື່ອໃຫ້ປະຊາຊົນແຂວງຊຽງຂວາງ ໄດ້ກາບໄຫ້ວສັກ ກາ ລະບູຊາຕະຫລອດກາລະນານ.
Loading...