ວັນທີ 4 ສິງຫາ 2023 ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄໍາໄຊ ພ້ອມຄະນະ ໄດ້ສົມທົບກັບພະແນກການກ່ຽວຂ້ອງຂັ້ນແຂວງ ເຄື່ອນໄຫວສໍາຫຼວດເບິ່ງສະພາບນໍ້າຖ້ວມຢູ່ບ້ານຕ່າງໆໃນເມືອງປາກກະດິງ ໂດຍມີທ່ານ ພູເຂົາເງິນ ອິນທະວົງ ເຈົ້າເມືອງປາກກະດິງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານເຈົ້າແຂວງ ພ້ອມຄະນະ ໄດ້ລົງໄປສໍາຫຼວດເບິ່ງສະພາບຄວາມເສຍຫາຍຈາກໄພນໍ້າຖ້ວມຢູ່ ບ້ານນາເຄຶອ ບ້ານທົ່ງນາມີ ບ້ານນາສັງ ແລະ ຈຸດນໍ້າຖ້ວມຕ່າງໆຕາມແຄມທາງເລກທີ 13 ໃຕ້ ແລະ ເສັ້ນທາງເລກ 8A ພ້ອມທັງໄດ້ຮັບຟັງການລາຍງານສະພາບລວມກ່ຽວກັບຜົນກະທົບ ຄວາມເສຍຫາຍໃນຕ່າງໆຈາກທ່ານເຈົ້າເມືອງ ແລະ ຜູ້ຕາງໜ້າເລຂາພັກບ້ານທີ່ກ່ຽວຂ້ອງ ເປັນຕົ້ນສະພາບຄວາມເສຍຫາຍຂອງເນື້ອທໍາການຜະລິດ ຄວາມຍຸ້ງຍາກໃນການຍົກຍ້າຍສັດລ້ຽງຂອງປະຊາຊົນ ການຂາດນໍ້າກິນ-ນໍ້າໃຊ້ເສັ້ນ ທາງການສັນຈອນລະຫວ່າງບ້ານ- ບ້ານ ຖືກຕັດຂາດ ດິນເຈື່ອນ-ດິນສະໄລ້ ຕົ້ນໄມ້ຫັກທັບທາງ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການດໍາລົງຊີວີດ ແລະ ອື່ນໆ.


ໂອກາດນີ້ ທ່ານເຈົ້າແຂວງລິຄໍາໄຊ ໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງເມືອງ ສືບຕໍ່ເພີມທະວີປະສານສົມທົບກັບພາກ ສ່ວນກ່ຽວຂ້ອງ ໃຫ້ການຊ່ວຍເຫຼຶອປະຊາ ຊົນພາຍໃນເມືອງຢ່າງທົ່ວເຖິງ ໂດຍສະ ເພາະບັນດາບ້ານທີ່ຖືກນໍ້າຖ້ວມຂັງ ສະ ພາບການສັນຈອນເສັ້ນທາງລະຫວ່າງ ບ້ານ-ບ້ານ ເມືອງ-ເມືອງ ແລະ ອື່ນໆ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ຈົ່ງເອົາໃຈໃສ່ ສາມັກຄືຊ່ວຍເຫຼື່ອເບິ່ງແຍ່ງເຊິ່ງກັນ ແລະ ກັນ ມີສະຕິລະວັງຕົວ ເກັບເຄື່ອງຂອງທີ່ມີຄ່າໄວ້ບ່ອນທີ່ປອດໄພ ພ້ອມທັງຕິດຕາມຂໍ້ມູນຂ່າວສ່ານເປັນປະຈໍາ ເພຶ່ອກຽມພ້ອມຮັບເມື່ອຢ່າງທັນການ ແລະ ສາມາດຜ່ານຜ່າວິກິດນີ້ໄປໃຫ້ໄດ້
ຈາກນັ້ນທ່ານເຈົ້າແຂວງບໍລິຄໍາໄຊ ພ້ອມຄະນະ ກໍໄດ້ມອບປ໋ອງປາ ໝີ່ສໍາເລັດຮູບ ນໍ້າດື່ມ ແລະ ເຄື່ອງໃຊ້ຕ່າງໆ ຈໍານວນໜຶ່ງ ໃຫ້ຜູ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນຄັ້ງນີ້ ຕື່ມອີກ.

ນອກຈາກສະພາບນໍ້າຖ້ວມຢູ່ເມືອງປາກະດິງແລ້ວ ອີງຕາມຂໍ້ມູນສັງລວມມາ ຮອດຕອນຄໍ່າວັນທີ 4 ສິງຫາ 2023 ແຂວງບໍລິຄໍາໄຊ ເກີດມີສະພາບນໍ້າຖ້ວມ ດິນເຊາະເຈື່ອນ ແລະ ເສັ້ນທາງຖືກຕັດຂາດແລ້ວ 3 ເມືອງ ໃນ 7 ເມືອງທົ່ວແຂວງ ຄື: ເມືອງປາກກະດິງ ເມືອງຄໍາເກີດ ແລະ ເມືອງວຽງທອງ ແຕ່ປັດຈຸບັນຍັງບໍ່ທັນສະມາດປະເມີນມູນຄ່າຄວາມເສຍຫາຍໄດ້.