ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ ໄດ້ລົງເຄື່ອນໄຫວຊີ້ນໍາ ແລະ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງທຸລະຄົມ ແຂວງວຽງຈັນ ໃນວັນທີ 25 ພຶດສະພາ ຜ່ານມານີ້.
ໂອກາດນີ້, ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ໄດ້ຕາງໜ້າໃຫ້ຄະນະພັກ ຄະນະນໍາຂອງເມືອງ ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ນັບແຕ່ພາຍຫຼັງສໍາເລັດການດໍາເນີນກອງປະຊຸມໃຫຍ່ສາມຂັ້ນຂອງພັກ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ ຄັ້ງທີ VII, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງວຽງຈັນ ຕິດພັນກັບການຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ໄປພ້ອມກັບການຊີ້ນໍາ-ນໍາພາວຽກງານກໍ່ສ້າງຮາກຖານການເມືອງ, ວຽກສາມສ້າງ ແລະ ວຽກງານການປ້ອງກັນ, ຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະການສືບຕໍ່ໃນໄລຍະທີ 3 ຕາມຄໍາສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແລະ ວຽກງານສຳຄັນອື່ນໆອີກຈຳນວນໜຶ່ງ ລວມເຖິງວຽກງານລົງກໍ່ສ້າງຮາກາຖານການເມືອງ; ພ້ອມນີ້, ທ່ານເຈົ້າແຂວງວຽງຈັນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດການຊີ້ນໍາໆພາຂອງຄະນະພັກ, ອົງການປົກຄອງເມືອງທຸລະຄົມ ຮ່ວມກັບປະຊາຊົນບັນດາເຜົ່າທີ່ສາມາດຍາດໄດ້ຜົນງານໃໝ່ເປັນຮູບປະທໍາຫຼາຍດ້ານ ຊຶ່ງຕະຫຼອດໄລຍະຜ່ານມາການນໍາຂອງແຂວງວຽງຈັນ ກໍຮັບຮູ້ດີ ແລະ ເຫັນໄດ້ເຖິງຜົນສໍາເລັດວຽກງານອັນພົ້ນເດັ່ນໃນແຕ່ລະດ້ານຂອງເມືອງທຸລະຄົມ, ເນື່ອງຈາກເມືອງທຸລະຄົມມີທ່າແຮງບົ່ມຊ້ອນບໍ່ໜ້ອຍຖ້າທຽບໃສ່ເມືອງອື່ນໆ, ແຕ່ເຖິງແນວໃດກໍຕາມຖ້າອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານນັ້ນ ບັນດາສະຫາຍຄະນະພັກ, ຄະນະນໍາຂອງເມືອງ ຕ້ອງສືບຕໍ່ຍົກລະດັບຂີດຄວາມສາມາດຊີ້ນໍາ-ນໍາພາວຽກງານຮອບດ້ານຕື່ມອີກ ເປັນຕົ້ນການສ້າງຄວາມເຂັ້ມແຂງ, ຄວາມເປັນແບບເປັນຢ່າງຂອງພະນັກງານການນໍາ, ພະນັກງານຄຸ້ມຄອງນໍາພາ, ການສ້າງພະນັກງານໃຫ້ໄດ້ສາມຮຸ່ນ, ສາມປະເພດ ທີ່ຜ່ານຈາກການທົດສອບວຽກງານຕົວຈິງ; ຍົກສູງຫົວຄິດປະດິດສ້າງດ້ານວິຊາສະເພາະຕິດພັນກັບການນໍາໃຊ້ເຕັກນິກວິຊາການ ແລະ ວິທະຍາສາດເຂົ້າຊ່ວຍເພື່ອຍູ້ແຮງກໍາລັງການຜະລິດຂອງປະຊາຊົນ; ສົ່ງເສີມການຜະລິດເປັນສິນຄ້າໃຫ້ມີຫຼາກຫຼາຍ, ເຮັດໃຫ້ມີສະບຽງອາຫານບໍລິໂພກພຽງພໍ ແລະ ຂາຍເປັນສິນຄ້າ, ຕ້ອງເຮັດແທ້ທໍາຈິງ; ສ້າງຄວາມເຊື່ອໝັ້ນໃນໝູ່ມະຫາຊົນຂອງພັກ ແລະ ໃກ້ຊິດຕິດແທດຊ່ວຍເຫຼືອປະຊາຊົນ ຈຶ່ງຈະເຮັດໃຫ້ບັນດາມະຕິກອງປະຊຸມ ກໍຄືແຜນຈຸດສຸມທີ່ວາງໄວ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍ.
ຈາກນັ້ນ, ທ່ານເຈົ້າແຂວງວຽງຈັນ ຍັງໄດ້ລົງຢ້ຽມຢາມໃຫ້ກໍາລັງໃຈອ້າຍນ້ອງປ້ອງກັນຢູ່ຕາມຈຸດກວດກາຂອງບ້ານຈໍານວນໜຶ່ງ ແລະ ໄປຊຸກຍູ້ວຽກງານລ້ຽງສັດ, ການປູກຜັກສະອາດຢູ່ຟາມນໍ້າເພັດ ບ້ານຕານປ່ຽວ ແລະ ຟາມປູກໝາກແຕງຫວານ ຢູ່ບ້ານໄຮຢ່ອນ ຕື່ມອີກ.
(ພາບ-ຂ່າວ: ຖວທ ເມືອງທຸລະຄົມ)

