ຕອນບ່າຍວັນທີ 12 ກັນຍາ 2021 ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງໆສາລະວັນ ໄດ້ລົງຢ້ຽມຢາມພົບປະຄອບຄົບ ຜູ້ທີ່ຖືກລົມພະຍຸເຂດຮ້ອນ ໂກນເຊີນພັດ​ ທີ່ບ້ານໂພນໃຜ ເມືອງ​ແລະແຂວງສາລະວັນ ໃນຕອນແລງວັນທີ 11 ກັນຍາ ເຮັດໃຫ້ ມີ 88 ຫຼັງຄາເຮືອນ ເສຍຫາຍ, ໃນນັ້ນເສຍຫາຍໜັກ 25 ຫຼັງຄາເຮືອນ, ເສຍຫາຍປານກາງ 53 ຫຼັງຄາເຮືອນ, ເສຍຫາຍເລັກນ້ອຍ 10 ຫຼັງຄາເຮືອນ, ເຮັດໃຫ້ມີ139ຄົນຂາດທີ່ຢູ່ອາໃສ,​ ໃນນັ້ນມີຜູ້ເສຍຊີວິດ 1 ຄົນ ເພດຍິງ ອາຍຸ 53ປີ, ມີຜູ້ບາດເຈັບສາຫັດ 2 ຄົນ ແລະບາດເຈັບເລັກນ້ອຍ 6ຄົນ.
ການລົງຢ້ຽມຢາມ ພົບປະຂອງທ່ານ ເຈົ້າແຂວງສາລະວັນຄັ້ງນີ້ ທ່ານກໍ່ໄດ້ມີຄຳເຫັນໂອ້ລົມ ສະແດງຄວາມເສົ້າສະຫຼົດໃຈມາຍັງຄອບຄົວທີ່ເສຍຊີວິດ ແລະໃຫ້ກຳລັງໃຈ ບັນດາຄອບຄົວພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບ ດ້ວຍຄວາມເປັນຫ່ວງເປັນໄຍ, ໃຫ້ມີແນວຄິດອຸ່ນອຽງທຸນທ່ຽງ, ເຕົ້າໂຮມຄວາມສາມະຄີກັນ ຜ່ານຜາອຸປະສັກ ອັນແສນສາຫັດນີ້ໄປດ້ວຍກັນ. ຈາກນັ້ນທ່ານຍັງໄດ້ຖາມເຖິງແນວຄິດຈິດໃຈ ແລະຄວາມຕ້ອງການອັນຈຳເປັນ ໃນເບື້ອງຕົ້ນຂອງພໍ່ແມ່ປະຊົນຕື່ມອີກ.
ໂອກາດດຽວກັນນັ້ນທ່ານເຈົ້າແຂວງສາລະວັນ ກໍ່ ມອບເງິນສົດ ໃຫ້ແກ່ຄອບຄົວ ຜູ້ທີ່ເສຍຊີວິດ 1 ຄອບຄົວ ຈຳນວນ 2.000.000 ກີບ, ມອບໃຫ້ກັບບຸກຄົນ ທີ່ໄດ້ ຮັບບາດເຈັບ ຈຳນວນ 8 ຄົນ ຜູ້ລະ 1.000.000 ກີບ, ຈາກນັ້ນຍັງໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ເປັນສ່ວນລວມ ເປັນປະເພດ ຊຸດບ່ອນນອນ ຈຳນວນ 20 ຊຸດ ແລະເງິນສົດຈຳນວນ 12.800.000ກີບ ເຊິ່ງມີຄ່າລວມ 15.200.000 ກີບ ຮັບໂດຍທ່ານ ຈັນສີລອນ ສີສົມບູນ ເຈົ້າເມືຶອງໆສາລະວັນ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ-ພາບ: ໂສພາ ສໍພະໄຊ
Loading...