ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 2 ກຸມພາ 2022 ນີ້ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງໆສາລະວັນ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ຂະບວນ ການຜະລິດກະສິກຳທີ່ເມືອງຄົງເຊໂດນ, ຕ້ອນຮັບໂດຍ ທ່ານ ສະໄໝ ໂພທິສານ ເຈົ້າເມືອງໆຄົງເຊໂດນ, ມີບັນດາທ່ານຫົວໜ້າພະແນກການທີ່ກ່ຽວຂ້ອງ ແລະຕາງໜ້າຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ການລົງເຄື່ອນໄຫວຄັ້ງນີ້ ທ່ານເຈົ້າແຂວງ ພ້ອມຄະນະໄດ້ຕິດ ຕາມເບິ່ງຄວາມຄືບໜ້າການຈັດ ຕັ້ງປະຕິບັດວຽກຟື້ນຟູສ້ອມ-ແປງລະບົບຊົນລະປະທານ ບ້ານດອນເມືອງ ເຊິ່ງເປັນໂຄງການໜຶ່ງທີ່ໄດ້ຮັບທຶນ ADB ຈາກໂຄງການພັດ ທະນາພຶ້ນຖານໂຄງລ່າງກະສິກຳຕາມແລວຕາເວັນອອກ-ຕາເວັນຕົກ ນອນໃນຈຳນວນ 4ໂຄງການຄື: ໂຄງການຍ່ອຍຈະລານເຊ, ນາທຶນ, ແກ້ງຫວດ ແລະໂຄງການຍ່ອຍດອນເມືອງ, ໂຄງການລະ ບົບຊົນລະປະທານດອນເມືອງແມ່ນຈະນຳໃຊ້ລະບົບຫົວງານເປັນປະເພດຈັກສູບນໍ້າໃຊ້ຄວາມແຮງ 110 kw ຈໍານວນ 3 ເຄື່ອງ, ຖ້າສ້າງສຳເລັດຈະມີບ້ານທີ່ໄດ້ຮັບຜົນປະໂຫຍດໃນການຊົມໃຊ້ນໍ້າ ແລະນຳໄຊ້ເສັ້ນທາງເລວຄອງຊົນລະປະທານ ຈຳນວນ 7 ບ້ານຄື: ບ້ານ ດອນເມືອງ, ຫີນສິ່ວ, ຄຳທອງ, ໂຄກສະຫວາດ, ໂຄກຫົວຊ້າງ, ນາໂພໄຊ ແລະບ້ານໂນນສຳລານ, ຫົດເນື້ອທີ່ນາແຊງ 320 ກ່ວາເຮັກຕາ, ໂດຍແມ່ນບໍລິສັດຈະເລີນນິດກໍ່ສ້າງຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ ໃນມູນຄ່າ 22 ຕື້ກວ່າກີບ, ເຊິ່ງໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ເດືອນສິງຫາ 2021 ປະຈຸບັນປະຕິບັດສຳເລັດ 12% ແລະຈະໄດ້ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດວຽກກໍ່ສ້າງລະບົບຫົວງານ 1 ແຫ່ງ, ກໍ່ສ້າງລະບົບຄອງເໝືອງ 11 ເສັ້ນ ແລະວຽກກໍ່ສ້າງເສັ້ນທາງ 11 ເສັ້ນ.
ໂອກາດດັ່ງກ່າວ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ກໍ່ໄດ້ເນັ້ນໃຫ້ບໍລິສັດ ຈົ່ງສືບຕໍ່ປະ ຕິບັດໜ້າວຽກທີ່ຍັງຄົງຄ້າງໃຫ້ສຳເລັດຕາມໄລຍະເວລາທີ່ກຳນົດໄວ້, ຮັບປະກັນດ້ານເຕັກນິກມາດ ຕະຖານ ແລະຖືກຕ້ອງຕາມການອອກແບບ, ມອບໃຫ້ພະແນກກະສິກຳ-ປ່າໄມ້ແຂວງ ແລະຫ້ອງ ການກະສິກຳ-ປ່າໄມ້ເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ໃນການລົງຕິດຕາມ, ກວດກາ, ຊຸກຍູ້ ແລະ ປະສານສົມທົບກັບບໍລິສັດຢ່າງເປັນປົກ ກະຕິ, ອົງການປົກຄອງເມືອງຄົງເຊໂດນຕ້ອງໄດ້ລາຍງານຄວາມຄືບໜ້າໃນການປະຕິບັດບັນດາໜ້າວຽກໃຫ້ອົງການປົກຄອງແຂວງຢ່າງຕໍ່ເນື່ອງ.
ຈາກນັ້ນທ່ານເຈົ້າແຂວງສາລະວັນ ພ້ອມຄະນະ ກໍ່ໄດ້ສືບຕໍ່ຢ້ຽມຢາມຄອບຄົວຕົວແບບໃນການປູກເຂົ້ານາແຊງ (ຂະຫຍາຍເປັນນາໄຮ່ໃຫຍ່ໃນເນື້ອທີ່ 2 ເຮັກຕາ), ການລ້ຽງປາໃນນາເຂົ້າ ຂອງ ທ່ານ ສຸວັນນະ ບຸນຍະສານ ປະຊາຊົນ ບ້ານໜອງຄຸລຸ, ຢ້ຽມຢາມຄອບ ຄົວ ທ່ານ ນຶກ ຫອມທອງດີ ເຊິ່ງເປັນຄອບຄົວຕົວແບບປູກໝາກໂມປອດສານພິດເປັນສິນຄ້າ ຢູ່ບ້ານນາຮັງ, ແຕ່ລະປີສາມາດຂາຍໝາກໂມ ສ້າງລາຍຮັບໃຫ້ກັບຄອບຄົວປະມານ 30 ລ້ານກ່ວາກີບ.
ພ້ອມນັ້ນກໍ່ໄດ້ລົງຕິດຕາມເບິ່ງໂຄງການກໍ່ສ້າງຂົວຂ້າມເຊໂດນບ້ານບົວລະພາ ເຊິ່ງໄດ້ລົງມືກໍ່ສ້າງມາແຕ່ປີ 2015 ໂດຍແມ່ນບໍລິສັດຈັນທະເມືອງຊອນເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 48ຕື້ກ່ວາກີບ ໂດຍແມ່ນທຶນສົມທົບລະຫ່ວາງລັດຖະບານລາວ ກັບລັດຖະບານປະເທດອຸດຕະຫຼິດ ປະຈຸບັນກໍ່ ສ້າງສຳເລັດແລ້ວ 51 % ແລະຈະໄດ້ສືບຕໍ່ກໍ່ສ້າງໃຫ້ສຳເລັດໃນຊຸມປີຕໍ່ໜ້າຕາມການສະໜອງງົບປະມານ. ພ້ອມດຽວກັນນັ້ນທ່ານເຈົ້າແຂວງ ພ້ອມຄະນະກໍ່ໃດ້ໄປເບິ່ງໂຮງງານປຸງແຕ່ງເຫຼົ້າຂາວເມືອງຄົງເຊໂດນ ເຊິ່ງເປັນເຫຼົ້າທີ່ມີຊື່ສຽງ ແລະໄດ້ຮັບໂລໂກ້ຄຳໃນປີ 2005 ໃນການຜະລິດໂຮງງານເປັນຜູ້ສະໜອງແປ້ງໃຫ້ປະຊາຊົນເປັນຜູ້ຕົ້ມແລ້ວບໍລິສັດເປັນຜູ້ຮັບຊື້ ເພື່ອມາປຸງແຕ່ງພ້ອມການຫຸ້ມ ຫໍ່ທີ່ໄດ້ມາດຕະຖານ ສົ່ງຂາຍສູ່ທ້ອງຕະຫຼາດ ເຮັດໃຫ້ປະຊາຊົນຂອບເຂດບ້ານດັ່ງມີອາຊີບເສີມ ແລະສາມາດສ້າງລາຍຮັບເພິ່ມເຂົ້າສູ່ຄອບຄົວ ນຳພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.
ພາບ-ຂ່າວ: ທິດລານີ ໂຄດໂຍທາ.