ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 25 ກັນຍາ 2021 ນີ້ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ຂັ້ນແຂວງຫຼວງພະບາງ ໄດ້ຈັດກອງປະຊຸມດ່ວນ ເພື່ອແກ້ໄຂການລະ ບາດຂອງພະຍາດໂຄວິດ 19 ຢູ່ພາຍໃນແຂວງ, ໂດຍມີ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍຄະ ນະສະເພາະກິດຂັ້ນແຂວງເຂົ້າຮ່ວມ.
ວາລະກອງປະຊຸມ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ຫົວໜ້າຄະນະສະເພາະກິດຂັັ້ນແຂວງ ໄດ້ລາຍງານສະພາບ ການເຄື່ອນໄຫວວຽກງານໂດຍຫຍໍ້, ຈາກນັ້ນ ທ່ານເຈົ້າແຂວງໄດ້ເນັ້ນໜັກ ໃຫ້ຄະນະສະເພາະກິດແຕ່ລະຂັ້ນ ສຸມໃສ່ແກ້ໄຂການລະບາດຢູ່ເມືອງງອຍ ໃຫ້ເປັນບຸລິມະສິດອັນດັບໜຶ່ງ ເພາະປະຈຸບັນເຫັນວ່າ ການລະບາດແມ່ນມີຄວາມສ່ຽງສູງທີ່ຈະຂະຫຍາຍເປັນວົງກວ້າງ, ໂດຍສືບຕໍ່ໂຄສະນາສຶກສາອົບຮົມ ໃຫ້ປະຊາ ຊົນພາຍໃນເມືອງງອຍ ປະຕິບັດມາດຕະການປ້ອງກັນຕົວເອງ ຢ່າງເປັນປົກກະຕິ, ກຳນົດເຂດພື້ນທີ່ສີແດງ ເພື່ອປິດການເຂົ້າ-ອອກ ແລະເລັ່ງຊອກຫາຜູ້ສຳພັດໃກ້ສິດໂດຍໄວ ເພື່ອນຳເຂົ້າສູນກັກກັນ ແລະກວດຫາເຊື້ອ, ສຳລັບຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ 19 ໃຫ້ປີ່ນປົວຢູ່ໂຮງໝໍສະໜາມ ທີ່ກຳນົດຢູ່ຂັ້ນເມືອງ, ພ້ອມນີ້ ທ່ານໄດ້ເນັ້ນໃຫ້ຄະນະສະເພາະກິດ ຮີບ ຮ້ອນແກ້ໄຂບັນຫາຢູ່ເມືອງທີ່ລະບາດໜັກໃນປັດຈຸບັນ ເປັນຕົ້ນ ເມືອງງອຍ, ເມືອງນານ, ເມືອງວຽງຄຳ ແລະນະຄອນ ຫຼວງພະບາງ, ໂດຍເລັ່ງໃສ່ ເຝົ້້າລະວັງຊອກຄົ້ນຫາ ຜູ້ສຳພັດໃກ້ສິດກັບຜູ້ຕິດເຊື້ອ, ກະກຽມທິມແພດໝໍໃຫ້ມີຄວາມພ້ອມຢູ່ສະເໝີ, ເພີ່ມທະວີຄວາມຮັບຜິດຊອບຂອງຄະນະນຳ ແລະວິຊາການ ທັງຊຸກຍູ້ໃຫ້ມີການປ້ອງກັນຕົວເອງໃຫ້ສູງຂຶ້ນ, ສຳລັບຈຸດກວດຄົນເຂົ້າ-ອອກເມືອງ ແລະສູນກັກກັນຕ້ອງເຂັ້ມງວດທີ່ສຸດ, ເພື່ອບໍ່ໃຫ້ເກີດການລະບາດອອກເປັນວົງກວ້າງ.