ວັນທີ 28 ພະຈິກ 2022, ທີ່ຫ້ອງວ່າການແຂວງອັດຕະປື, ສະຫາຍ ຫງວຽນ ວັນ ຈຸງ ກົງສຸນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ຂອງລາວ ພ້ອມຄະນະ ໄດ້ເຂົ້າອວຍພອນຄະນະພັກ, ຄະນະນໍາແຂວງອັດຕະປື, ເນື້ອງໃນໂອກາດວັນຊາດ 2 ທັນວາ ຄົບຮອບ 47 ປີ, ໂດຍການຕ້ອນຮັບຂອງສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະ.
ໂອກາດນີ້,ສະຫາຍ ຫງວຽນ ວັນ ຈຸງ ໄດ້ສະແດງຄວາມ ຂໍ່ານັບຊົມເຊີຍວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ ຄື: ວັນທີ 2 ທັນວາ 1975 ຫາ ວັນທີ 2 ທັນວາປີ 2022,ໂດຍ ຜ່ານຂະບວນການແຫ່ງໄຊຊະນະອັນຍິ່ງໃຫຍ່ ຂອງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທີ່ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ຍາດມາໄດ້ຕະຫລອດໄລຍະ 47 ປີ. ພ້ອມນັ້ນ ກໍໄດ້ສະແດງຄວາມຂອບໃຈຕໍ່ ອົງຄະນະພັກ-ອົງການປົກຄອງແຂວງອັດຕະປື ທີ່ໄດ້ໃຫ້ການອຳນວຍຄວາມສະດວກ ແລະ ສະໜັບສະໜຸນ ຢ່າງກວ້າງຂວາງ ໃຫ້ແກ່ຜູ້ປະກອບການຊາວຫວຽດນາມ ທີ່ດຳເນີນທຸລະກິດ ຢູ່ແຂວງອັດຕະປື ເຊິ່ງມີຫລາຍບໍລິສັດ, ຫລາຍຫົວໜ່ວຍທຸລະກິດ ຈາກ ສສ ຫວຽດນາມ ເຂົ້າມາລົງທຶນຢູ່ແຂວງອັດຕະປື ເປັນການປະກອບສ່ວນ ອັນສຳຄັນ ໃຫ້ແກ່ການພັດທະນາເສດຖະ ກິດ – ສັງຄົມ ຂອງສອງປະເທດ ໂດຍສະເພາະແມ່ນ ສອງທ້ອງຖິ່ນ.
ສະຫາຍ ເລັດ ໄຊຍະພອນ ໄດ້ສະແດງຄວາມຂອບໃຈ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ແລະ ອວຍພອນຂອງ ສະຫາຍ ຫງວຽນ ວັນ ຈຸງ ໃນຄັ້ງນີ້, ຜ່າມມາສະຖານກົງສຸນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ຂອງລາວ ໄດ້ປະສານງານ ຊ່ວຍຮັດແໜ້ນຄວາມສາມັກຄີ ແລະ ຜັນຂະຫຍາຍການຮ່ວມມື ລະຫວ່າງ ແຂວງອັດຕະປື ກັບບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ສສ ຫວຽດນາມ, ເຮັດໃຫ້ມີການຮ່ວມມືສະໜິດແໜ້ນ, ເລິກເຊິ່ງ, ທັງເກີດຜົນປະໂຫຍດຕົວຈິງຫລາຍຂຶ້ນ. ພ້ອມກັນ ສືບຕໍ່ເພີ່ມພູນສາຍສຳພັນ ມິດຕະພາບອັນຍິ່ງໃຫຍ່, ມູນເຊື້ອອັດດີງາມ, ຄວາມສາມັກຄີອັນພິເສດ ແລະ ການຮ່ວມ ມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໂດຍສະເພາະແມ່ນ ແຂວງອັດຕະປື ໃຫ້ໝັ້ນຄົງຂະໜົງແກ່ນຕະຫລອດໄປ.
ຂ່າວ: ວິໄລສັກ ແກ້ວຫຼວງໂຄດ.ຂ.ອັດຕະປື

