ຕອນເຊົ້າວັນທີ 10 ກໍລະກົດ 2022, ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະຮັບຜິດຊອບວຽກງານ ແຕ່ລະດ້ານ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາຄວາມພ້ອມ ກ່ຽວກັບການສະເຫລີມສະຫລອງ ວັນສ້າງຕັ້ງ ແຂວງອຸດົມໄຊ ແລະ ວັນສ້າງຕັ້ງ ກໍາລັງປ້ອງກັນຄວາມສະຫງົບ ແຂວງ ຄົບຮອບ 60 ປີ ຢູ່ພາຍໃນເທດສະບານແຂວງອຸດົມໄຊ.
ການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນໄດ້ຕິດຕາມ, ກວດກາການກໍ່ສ້າງຄັນຄູດອນກາງຂອງເສັ້ນທາງ,ການກໍ່ສ້າງວົງວຽນ ຢູ່ແຕ່ລະຈຸດ 3 ແຍກ, 4ແຍກ, ການກໍ່ສ້າງຮອງລະບາຍນ້ຳແຄມທາງ, ການປະດັບປະດາ, ຕິດທຸງຊາດ, ທຸງທິວ, ຕິດປ້າຍຄຳຂວັນຕ່າງໆ, ການປົກປັກຮັກສາ ແລະ ອະນາໄມ ເຂດຄວາມຮັບຜິດຊອບຂອງຕົນ, ຕິດຕາມຄວາມພ້ອມ ການວາງສະແດງຜະລິດຕະພັນສິນຄ້າ, ເວທີຮັບໃຊ້ການສະແດງສິລະປະວັນນະຄະດີ ຢູ່ສະຫນາມກິລາແຂວງ, ຕິດຕາມການຝຶກຊ້ອມໃຫຍ່ ຂອງຂະບວນການສິລະປະວັນນະຄະດີ ຢູ່ສະໂມສອນແຂວງ, ການແຂ່ງຂັນກິລາບານເຕະ, ກິລາເປຕັງ. ຈາກນັ້ນ, ຍັງໄດ້ລົງພົບປະໂອ້ລົມ ນໍາອົງການປົກຄອງບ້ານເຈງ ກ່ຽວກັບວຽກງານການຂະຫຍາຍເສັ້ນທາງພາຍໃນບ້ານດັ່ງກ່າວ ໂດຍຍົກໃຫ້ເຫັນເຖິງ ສິດ ແລະ ພັນທະຂອງປະຊາຊົນ ໃນນີ້ ກໍເພື່ອເປັນການພັດທະນາຕົວເມືອງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເຮັດໃຫ້ການສັນຈອນ ມີຄວາມສະດວກສະບາຍ.
ຜ່ານການລົງເຄື່ອນໄຫວຕິດຕາມ, ກວດກາຕົວຈິງຂອງທ່ານເຈົ້າແຂວງ ພ້ອມດ້ວຍຄະນະ ໃນຄັ້ງນີ້ ໂດຍລວມແລ້ວ ການຫ້າງຫາກະກຽມວຽກງານທຸກດ້ານທັງພື້ນຖານໂຄງລ່າງ, ກິດຈະກໍາ ແລະ ຂະບວນການອື່ນໆ ແມ່ນມີຄວາມພ້ອມເປັນສ່ວນໃຫຍ່ແລ້ວ ແຕ່ຍັງມີບາງຫນ້າວຽກທີ່ຍັງຈະໄດ້ສືບຕໍ່ແກ້ໄຂ ເພື່ອໃຫ້ທ່ວງທັນກ່ອນມື້ສະເຫລີມສະຫລອງ ຢ່າງເປັນທາງການ ໃນວັນທີ 15 ກໍລະກົດ 2022 ນີ້.
ຂ່າວ: ຄານມະນີ ຮຽນດໍຈັນ





