ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ປັດຈຸບັນ, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດທົ່ວປະ ເທດເຫັນວ່າ ບໍ່ມີທ່າອ່ຽງທີ່ຈະຫຼຸດລົງ ເຊິ່ງຫຼາຍແຂວງຍັງສືບຕໍ່ຕິດຕາມເຝົ້າລະວັງ ແລະແກ້ໄຂ ເພື່ອບໍ່ໃຫ້ພະຍາດດັ່ງກ່າວ ແຜ່ຂະຫຍາຍອອກໄປສູ່ວົງກວ້າງ.
ຕໍ່ກັບບັນຫາດັ່ງກ່າວ ໃນວັນທີ 19 ຕຸລາ 2021 ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ກໍໄດ້ເນັ້ນໃຫ້ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ-ເມືອງ ແລະຂະແໜງການກ່ຽວຂ້ອງເອົາໃຈໃສ່ປະຕິບັດ 4 ວຽກໃຫຍ່ຄື: 1. ສືບຕໍ່ສັກວັກຊິນປ້ອງກັນໂຄວິດ-19 ໃຫ້ປະຊາຊົນກຸ່ມເປົ້າໝາຍ ໂດຍສະເພາະຜູ້ທີ່ມີອາຍຸ 18 ປີຂຶ້ນໄປໃຫ້ໄດ້ຕາມແຜນການທີ່ວາງໄວ້; 2. ສືບຕໍ່ຕິດຕາມກວດກາຄົນເຂົ້າ-ອອກແຂວງ ໂດຍສະເພາະຜູ້ທີ່ເດີນທາງມາຈາກຕ່າງແຂວງ ກໍຄືຕ່າງປະເທດທີ່ມີການລະບາດຂອງພະຍາດໂຄວິດ-19 ຕ້ອງໄດ້ກັກບໍລິເວນຕົນເອງຢູ່ພາຍໃນເຮືອນ ຫຼື ສູນກັກບໍລິເວນທີ່ຄະນະສະເພາະກິດກໍານົດໄວ້; 3. ເລັ່ງເກັບກໍາຂໍ້ມູນບຸກຄົນ-ກຸ່ມຄົນທີ່ມີຄວາມສ່ຽງ ເພື່ອມາກວດຫາເຊື້ອ, ກັກບໍລິເວນຕາມລະບຽບການ ແລະ 4. ເພີ່ມທະວີການໂຄສະນາດ້ວຍຫຼາຍຊ່ອງທາງ ເພື່ອໃຫ້ປະຊາຊົນຮັບຮູ້, ເຂົ້າໃຈ ແລະເຂົ້າຮ່ວມປະຕິບັດມາດຕະການຕ່າງໆ, ຖ້າພົບເຫັນບຸກຄົນ, ນິຕິບຸກຄົນ ແລະ ຂະ ແໜງການໃດລະເມີດ ກໍໃຫ້ດໍາເນີນການຕາມລະບຽບກົດໝາຍຢ່າງເຂັ້ມງວດ. ທັງນີ້ ກໍເພື່ອເປັນການຕັດວົງຈອນ ແລະຕ້ານການລະບາດຂອງພະຍາດດັ່ງກ່າວ ໃຫ້ໝົດໄປໂດຍໄວ.
ສໍາລັບແຂວງເຊກອງໄດ້ເອົາໃຈໃສ່ຕິດຕາມ, ເຝົ້າລະວັງ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນໄດ້ຕັ້ງຈຸດກວດຄັດກອງຄົນເຂົ້າ-ອອກແຂວງມີ 3 ຈຸດຄື: ຈຸດບ້ານເຊນໍ້ານ້ອຍເມືອງລະມາມ, ຈຸດບ້ານຫຼັກຂາວ ແລະຈຸດບ້ານກົກພຸງໃຕ້ເມືອງທ່າແຕງ; ມີສູນຈໍາກັດບໍລິເວນທີ່ຍັງເປີດນໍາໃຊ້ 6 ສູນ 4 ໂຮງແຮມ, ມີຜູ້ຈໍາກັດບໍລິເວນ 95 ຄົນ, ໃນນີ້ເມືອງລະມາມ 66 ຄົນ, ເມືອງທ່າແຕງ 17 ຄົນ, ເມືອງດາກຈຶງ 5 ຄົນ ແລະເມືອງກະລຶມ 7 ຄົນ, ນັບແຕ່ວັນທີ 10 ສິງຫາ-18 ຕຸລາ 2021 ໄດ້ເກັບຕົວຢ່າງໄປກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 667 ຕົວຢ່າງ, ກວດພົບເຊື້ອ 8 ກໍລະນີ (ຕິດເຊື້ອໃໝ່ 0 ຄົນ), ປິ່ນປົວຫາຍດີແລ້ວ 7 ຄົນ.
———-
(ຂ່າວ: ສັນຍາ)