ເມື່ອບໍ່ດົນມານີ້ ທ່ານ ພົງສະຫັວນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍທີມງານຂອງແຂວງ ຂອງເມືອງປາກລາຍ ແລະ ເມືອງທົ່ງມີໄຊ ໄດ້ລົງຢ້ຽມຢາມບໍລິດສັດ ແລະ ຟາມລ້ຽງງົວ ຢູ່ເມືອງແກ່ນທ້າວ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ ມີການນຳເມືອງ, ເຈົ້າຂອງບໍລິສັດ ແລະ ເຈົ້າຂອງຟາມໃຫ້ການຕ້ອນຮັບ.
ໃນການການລົງມາຄັ້ງນີ້, ທ່ານເຈົ້າແຂວງ ພ້ອມດ້ວຍທີມງານ ໄດ້ລົງຢ້ຽມຢາມ ບໍລິສັດ ໂຊກໄຊ ສົ່ງເສີມການຜະລິດກະສິກໍາການຄ້າຂາອອກ-ຂາເຂົ້າ ຂອງທ່ານ ບຸນເຮືອງ ໃຈກວ້າງ, ບໍລິສັດ ສະໄໝສຸກກະເສີມ ການຄ້າ ຂາອອກ-ຂາເຂົ້າ ຂອງທ່ານ ສະໄໝ ສຸກກະເສີມ, ເບິ່ງຟາມລ້ຽງງົວຂອງທ່ານ ຫຸມພັນ ສອນສຸພາບ ຢູ່ບ້ານເມືອງໝໍ ແລະ ໄປເບິ່ງຟາມລ້ຽງງົວຂອງທ່ານ ອໍາໄພ ສຸກກະເສີມ ຕື່ມອີກ.
(ຂ່າວ-ພາບ: ແກ່ນທ້າວ)


