ໃນໂອກາດທີ່ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ ເຂົ້າ ຮ່ວມກອງປະຊຸມວຽກງານແຜນ ການ-ການລົງທຶນ ແລະວຽກງານການເງິນ ປະຈຳປີ 2021 ທີີ່ປິດລົງໃນວັນທີ 26 ມັງກອນ ນີ້ ທ່ານໄດ້ເນັ້ນໜັກໃຫ້ການນໍາຂະແໜງແຜນການ ແລການເງິນ ເອົາໃຈໃສ່ແກ້ໄຂຫຼາຍບັນຫາໃນຕໍ່ໜ້າ ເປັນຕົ້ນ: ບັນຫາທີ1. ຄະນະພັກ, ຄະນະນຳແຕ່ລະຂັ້ນຕ້ອງໄດ້ສຸມໃສ່ການສຶກສາອົບຮົມດ້ານການເມືອງນຳພາ-ແນວຄິດ ໃຫ້ພະນັກ ງານ-ລັດຖະກອນຂອງຂະແໜງແຜນການ-ການເງິນ ແລະຂະ ແໜງການກ່ຽວຂ້ອງ ໃນຂອບ ເຂດທົ່ວແຂວງ ໃຫ້ເລິກເຊິ່ງເຖິງຖອງ ຕິດພັນກັບການຄົ້ນຄ້ວາເຊື່ອມຊຶມ ກຳແໜ້ນບັນດາເນື້ອໃນມະຕິ ຄຳສັ່ງ,ກົດໝາຍ, ດຳ ລັດ,ຄຳແນະນໍາ ແລະບັນດານິຕິກຳຕ່າງໆຂອງສູນກາງພັກ, ລັດ ຖະບານ,ຂອງແຂວງໄດ້ວາງອອກ; 2. ຮີບຮ້ອນປັບປຸງແບບແຜນວິທີເຮັດວຽກ, ຄວາມພ້ອມທາງດ້ານບຸກຄະລະກອນ, ກົງຈັກການຈັດຕັ້ງໃຫ້ເປັນລະບົບເຂັ້ມແຂງ ແລະມີຄວາມພ້ອມຮອບດ້ານໃນການຈັດຕັ້ງປະຕິບັດ ແຜນພັດ ທະນາເສດຖະກິດ-ສັງຄົມ,ແຜນງົບປະມານແຫ່ງລັດ ປີ 2022 ກໍຄື ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ເປັນຮູບປະທຳ.
ບັນຫາທີ3. ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເຖດຖະກິດ-ສັງຄົມ,ແຜນການລົງທຶນ ແລະ ການພັດທະນາຊົນ ນະບົດ ແລະແກ້ໄຂຄວາມທຸກ ຍາກ: ການຄຸ້ມຄອງການລົງທຶນຂອງລັດ ນັບທັງທຶນພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ຂະແໜງການກ່ຽວຂ້ອງ ແລະເມືອງຕ້ອງໄດ້ເອົາໃຈໃສ່ກວດກາຄືນຄວາມຄືບໜ້າຂອງໜ້າວຽກ, ການຊຳລະໃນໄລຍະຜ່ານມາ; ພ້ອມດຽວກັນນີ້, ກໍໃຫ້ເອົາໃຈໃສ່ໃນການກວດກາຄືນ ບັນດາໜ້າວຽກທີ່ຍັງຄ້າງ ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດໃຫ້ສຳເລັດ 100, ສໍາລັບໂຄງການໃໝ່ທີ່ໄດ້ຮັບການອະນຸມັດໃນປີຕ້ອງໄດ້ຮີບຮ້ອນຈັດຕັ້ງປະຕິບັດຕາມກົນ ໄກລະບຽບການທີ່ກຳນົດໃວ້ຢ່າງເຂັ້ມງວດ; ການຈັດຕັ້ງປະ ຕິບັດ ແລະ ຄຸ້ມຄອງທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA):ໃຫ້ຂະແໜງການ ແລະເມືອງ ເອົາໃຈໃສ່ ການຕິດຕາມ, ກວດກາການຈັດຕັ້ງປະຕິບັດພັນທະສັນຍາທີ່ລັດຖະບານໄດ້ໃຫ້ຄໍາໝັ້ນສັນຍາ ໄດ້ກັບຄູ່ຮ່ວມພັດທະນາ, ຈັດຕັ້ງປະຕິບັດ ໂຄງ ການ (ODA) ໃຫ້ໄປຕາມກົດ ໝາຍ ແລະລະບຽບການກຳນົດ; ການລະດົມ ແລະການຈັດຕັ້ງປະຕິບັດການລົງທຶນຂອງເອກະ ຊົນພາຍໃນ ແລະຕ່າງປະເທດ (FDI): ເພີ່ມທະວີການໂຄສະນາເຜີຍແຜ່ກົດໝາຍ ແລະລະບຽບການ ໂດຍສະເພາະນະໂຍບາຍທີ່ລັດຖະບານວາງອອກໃນແຕ່ລະໄລຍະ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນພາຍໃນ ແລະຕ່າງປະເທດ ຄຽງຄູ່ກັບກັບການປັບປຸງ, ແກ້ໄຂບັນຫາຄົງຄ້າງໃນໄລຍະຜ່ານມາໃຫ້ມີຄວາມຄືບໜ້າ ແລະປະກົດຜົນເປັນຈິງໃນປີ 2022 ນີ້.
ບັນຫາທີ4. ການພັດທະນາດ້ານການສຶກສາ ແລະການພັດ ທະນາດ້ານສາທາລະນະສຸກ: ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດບັນ ດາຕົວຊີ້ວັດຕ່າງໆທີ່ຍັງບໍ່ທັນບັນລຸ ຫລື ບັນດາຕົວຊີ້ວັດທີ່ໃກ້ຈະບັນລຸແລ້ວ ໃຫ້ມີຄວາມຄືບໜ້າຫລາຍຂຶ້ນກ່ວາເກົ່າ ແລະກ້າວໄປເຖິງບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ກຳນົດໃວ້, ສຸມໃສ່ສ້າງໃຫ້ໄດ້ໂຮງຮຽນຕົວແບບ ປອດຢາເສບຕິດໃຫ້ໄດ້ທາງດ້ານປະລິມານ ແລະ ຄຸນນະພາບ; ສິ່ງສຳຄັນອີກວຽກໜຶ່ງ ສືບຕໍ່ນຳພາ- ຊີ້ນຳ ການຈັດຕັ້ງປະຕິບັດບັນດາມາດຕະການໃນການຄວບ ຄຸມ, ປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ພັກ-ລັດ ຖະບານ ແລະ ຄະນະສະເພາະກິດວາງອອກໃນແຕ່ລະໄລຍະຢ່າງເຂັ້ມງວດ ແລະ ເລັ່ງສັກຢາວັກຊິນໃຫ້ໄດຕາມແຜນການ ຄື ຫລາຍກ່ວາ 80%; ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ: ໃນປີ2022 ຕ້ອງສູ້ຊົນແກ້ໄຂຄອບຄົວທຸກໃຫ້ຫລຸດລົງ 945 ຄອບຄົວ ໂດຍເລັ່ງໃສ່ຫັນພະນັກງານຫລັກແຫລ່ງຂອງແຂວງ-ເມືອງ, ພະນັກງງານວິຊາ ການຂອງແຂວງ-ຂອງເມືອງ ລົງສູ່ຮາກຖານ ແລະຊ່ວຍເຫລືອປະ ຊາຊົນໃນການຜະລິດ, ພັດທະນາອາຊີບທີ່ໝັ້ນຄົງໃຫ້ແກ່ປະຊາຊົນ ຕິດພັນກັບການສ້າງພະນັກງານສືບທອດປ່ຽນແທນໃນອະນາຄົດ.
ພ້ອມນີ້ ຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2022 ໃຫ້ແຂງແຮງກ່ວາເກົ່າ, ຕ້ອງໃຫ້ປະຕິບັດໄປຕາມແຜນທີ່ສະພາແຫ່ງຊາດ ແລະສະພາປະຊາຊົນແຂວງໄດ້ຮັບ ຮອງເອົາ, ໂດຍສະເພາະໃນການຈັດເກັບລາຍຮັບໃຫ້ບັນລຸຕາມແຜນການວາງໄວ້, ບັນດາພະ ແນກການທີ່ໄດ້ຮັບການມອບ ໝາຍຕົວເລກຈັດເກັບລາຍຮັບຕ້ອງປະຕິບັດຢ່າງຄົບຖ້ວນ; ສຸມໃສ່ປະຕິບັດວາລະແຫ່ງຊາດວ່າດ້ວຍການຈັດຕັ້ງປະຕິບັດມາດຕະການການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດ ຖະກິດ-ການເງິນ ໂດຍມອບໃຫ້ ບັນດາການນຳພະແນກການ, ການນຳເມືອງ ຕ້ອງເປັນເຈົ້າການນຳພາ ຊີ້ນຳ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳ ເລັດເປັນຢ່າງດີ.
ຂ່າວ:ພຸດທະສອນ

