ໃນວັນທີ 7 ມິຖຸນາ ປີນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ການຜະລິດລະດູປີ ຢູ່ເມືອງ ຄອບ, ໂດຍມີ ທ່ານ ແພງຊ້ອຍ ແພງເມືອງ ເຈົ້າເມືອງ ພ້ອມດ້ວຍການນໍາຂອງເມືອງ ແລະ ອໍານາດການປົກຄອງບ້ານອ້ອມຂ້າງເມືອງ ຄອບ ໃຫ້ການຕ້ອງຮັບຢ່າງອົບອຸ່ນ.
ທ່ານ ແພງຊ້ອຍ ແພງເມືອງ ເຈົ້າເມືອງ-ເມືອງ ຄອບ ໄດ້ຂຶ້ນລາຍງານວຽກງານທີ່ພົ້ນເດັ່ນ ໃນໄລຍະ 5 ເດືອນຜ່ານມາ, ໂດຍລວມແລ້ວເມືອງ ຄອບ ແມ່ນຍັງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍອັນເປັນເງື່ອນໄຂເຮັດໃຫ້ວຽກງານຕ່າງໆໄດ້ຮັບການຈັດຕັ້ງປະຕິບັດເປັນຕົ້ນແມ່ນ: ການເກັບກູ້ພືດລະດູແລ້ງສໍາເລັດ 100% ເຊັ່ນ: ເກັບກູ້ເຂົ້ານາແຊງເນື້ອທີ່ 177,1 ເຮັກຕາ ຜົນຜະລິດໄດ້ 726 ໂຕນ; ສາລີແຂງ 91,84 ເຮັກຕາ ຜົນຜະລິດໄດ້ 478 ໂຕນ; ຖົ່ວດິນ 179,1 ເຮັກຕາ ຜົນຜະລິດໄດ້ 377 ໂຕນ; ໝາກໂມ 47,41 ເຮັກຕາ ຜົນຜະລິດໄດ້ 2.370 ໂຕນ; ສາລີຫວານ 14,45 ເຮັກຕາ ຜົນຜະລິດໄດ້ 63,72 ໂຕນ; ໜາກແຕງ 9,59 ເຮັກຕາ, ຜົນຜະລິດໄດ້ 88,37 ໂຕນ ແລະ ພືດຜັກອື່ນອີກຈໍານວນໜຶ່ງ, ມາຮອດປັດຈຸບັນໄດ້ຕົກກ້ານາປີສຳເລັດ 90%; ຊຸກຍູ້ການປູກໄມ້ທົ່ວເມືອງໄດ້ທັງໝົດ 187,2 ເຮັກຕາ, ໄມ້ທີ່ປູກສ່ວນໃຫ່ຍເປັນໄມ້ສັກ, ຢາງພາລາ, ໄມ້ກິນໝາກ, ໄມ້ປະດັບແລະໄມ້ອຸດສາຫະກໍາ, ໄດ້ສັກຢາປ້ອງກັນພະຍາດສັດລ້ຽງໄດ້ 18 ບ້ານມີສັດໄດ້ຮັບການສັກຢາ 18.418 ໂຕໃນນີ້: ງົວ 2.010 ໂຕ, ຄວາຍ 74 ໂຕ, ໝູ 48 ໂຕ ແລະ ສັດປີກ 16.286 ໂຕ, ເກັບລາຍຮັບເຂົ້າງົບປະມານໃນ 5 ເດືອນຜ່ານມາໄດ້ທັງໝົດ 961.348.000 ກີບເທົ່າກັບ 53,11% ຂອງແຜນປີ, ໄດ້ເອົາໃຈໃສ່ໃນການປະຕິບັດບັນດາມາດຕະການຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ, ເປັນຕົ້ນແມ່ນ: ເຝົ້າລະວັງຢູ່ແຕ່ລະບ້ານ, ແຕ່ລະຈຸດໂດຍຕັ້ງຈຸດກັ່ນກອງພາຍໃນເມືອງ, ສ່ວນການເຂົ້າ-ອອກ ແລະ ຂົນສົ່ງສິນຄ້າຢູ່ດ່ານສາກົນປາງມອນກໍ່ໄດ້ປະຕິບັດຕາມມາດຕະການຢ່າງເຂັ້ມງວດ ພ້ອມກັນນີ້ກໍ່ໄດ້ຊີ້ນຳກຳລັງປະກອບອາວຸດເຮັດໜ້າທີ່ລາດຕະເວນປ້ອງກັນເວນຍາມ ຕາມຊາຍແດນລະວ່າງຊາດ ເພື່ອສະກັດກັ້ນການການລັກລອບເຂົ້າ-ອອກທີ່ຜິດກົດໝາຍຂອງພົນລະເມືອງ, ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ກໍ່ໄດ້ໃຫ້ກຽດໂອ້ລົມ ພ້ອມທັງໄດ້ເນັ້ນໜັກໃຫ້ອໍານາດການປົກຄອງເມືອງ ແລະ ບ້ານໃຫ້ເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມເປັນຕົ້ນແມ່ນ: ການຄ້າ-ຂາຍ ແລະ ເສບຢາບ້າ, ຂີ້ລັກງັດແງະ ແລະ ອື່ນໆ, ສືບຕໍ່ຊຸກຍູ້ປະຊາຊົນໃນການຜະລິດລະດູປີໃຫ້ທ່ວງທັນກັບລະດູການ, ເອົາໃຈໃສ່ເຝົ້າລະວັງຕໍ່ພະຍາດໄຂ້ຍຸງລາຍ, ການລະບາດຂອງພະຍາດສັດເຊັ່ນ: ອະຫິວາໝູອາຝະລິກາ, ປາກເປື່ອຍລົງເລັບ ແລະ ພະຍາດຜິວໜັງງົວ-ຄວາຍ, ພ້ອມນັ້ນກໍ່ຕ້ອງເອົາໃຈໃສ່ເຝົ້າລະວັງການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນຕິດຕາມ ແລະ ກວດກາ ແຮງງານທີ່ລັກລອບເຂົ້າມາແຕ່ປະເທດເພື່ອນບ້ານຕາມຊ່ອງທາງຕ່າງໆຢ່າງຈິງຈັງ ແລະ ເຂັ້ມງວດໃນການຈັດຕັ້ງປະຕິບັດຄໍາສັ່ງຂອງຂັ້ນເທິງວາງອອກ ພ້ອມທັງຊຸກຍູ້ໃຫ້ປະຊາຊົນໄປສັກວັກຊີນປ້ອງກັນໂຄວິດ ໃຫ້ໄດ້ 100%.
