ໃນຕອນບ່າຍຂອງວັນທີ 8 ມິຖຸນາ ປີນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ລົງໄດ້ຕິດຕາມ ແລະ ຊຸກຍູ້ຂະບວນການຜະລິດລະດູປີ, ໂດຍສະເພາະແມ່ນການປູກເຂົ້ານາປີຂອງປະຊາຊົນເມືອງ ຊຽງຮ່ອນ, ໃຫ້ການຕ້ອນຮັບມີ ທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງ ພ້ອມດ້ວຍການນໍາຂອງເມືອງ ແລະ ກຸ່ມຊາວນາເມືອງ ຊຽງຮ່ອນ ເຂົ້າຮ່ວມ.
ປະຈຸບັນຂະບວນການຜະລິດລະດູປີຢູ່ເມືອງ ຊຽງຮ່ອນ ແມ່ນສືບຕໍ່ເປັນຂະບວນຟົດຟື້ນ ເປັນຕົ້ນແມ່ນການປູກເຂົ້ານາປີ, ເຊິ່ງໃນປີນີ້ ມີເນື້ອທີ່ແຜນການຜະລິດລະດູປີລວມທັງໝົດ 10.900 ເຮັກຕາ, ເປັນເນື້ອທີ່ປູກເຂົ້າລວມມີ4.158 ເຮັກຕາ,ໃນນັ້ນ: ເນື້ອທີ່ນາປີ 3.358 ເຮັກຕາ, ມາຮອດປັດຈຸບັນແມ່ນຕົກກ້າສຳເລັດ 100%, ກຽມດິນໄດ້ 80% ເທົ່າກັບ 2.686,56 ເຮັກຕາ, ປັກດຳໄດ້ 1.175,37 ເຮັກຕາ ເທົ່າກັບ 35% ແລະ ເນື້ອທີ່ເຂົ້າເນີນສູງແຜນການ800 ເຮັກຕາ ມາຮອດປະຈຸບັນແມ່ນໄດ້ປູກສຳເລັດແລ້ວ 80%, ແນວພັນທີ່ປະຊາຊົນນໍາມາປູກສ່ວນໃຫຍ່ແມ່ນພັນເຂົ້າປັບປຸງ ແລະ ພັນພື້ນເມືອງຈໍານວນໜຶ່ງ, ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ຮຽກຮ້ອງໃຫ້ຊາວນາຈົ່ງຮີບດ່ວນເອົາໃຈໃສ່ໃນການປັກດໍາເຂົ້ານາປີໃຫ້ສໍາເລັດທ່ວງທັນກັບລະດູການ, ຂົງເຂດໃດທີ່ປັກດໍາແລ້ວກໍ່ເອົາໃຈໃສ່ເບິ່ງແຍງ, ບົວລະບັດຮັກສາດ້ວຍການໃສ່ຝຸ່ນ, ໃສ່ປຸຍ, ທັງນີ້ກໍ່ເພື່ອເຮັດໃຫ້ຜົນຂອງການຜະລິດໄດ້ຫຼາຍ, ນອກຈາກການປູກເຂົ້າແລ້ວກໍ່ຕ້ອງເອົາໃຈໃສ່ປູກພືດອື່ນໆອີກເຊັ່ນ: ໝາກເພັດ, ໝາກເຂືອ, ສາລີຫວານ, ເຜືອກ-ມັນພືດຜັກ ແລະ ອື່ນໆເພື່ອເປັນສະບຽງອາຫານແຮໄວ້ໃນຄອບຄົວ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

