ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ໃນຕອນເຊົ້າຂອງວັນທີ 4 ເມສາ 2022 ນີ້, ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ ໄຊຍະບູລີ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ຕ້ອນຮັບ ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະ ໂຄສະນາອົມຮົມສູນກາງພັກ ພ້ອມຄະນະ, ກ່ອນອື່ນ ທ່ານ ນາງ ວິລະວອນ ພັນທະວົງ ໄດ້ສະເໜີຈຸດປະສົງໃນການລົງເຮັດວຽກຢູ່ແຂວງ ໄຊຍະບູລີ  ຄັ້ງນີ້, ເປັນຕົ້ນແມ່ນເພື່ອສະເໜີລາຍງານຕົວໂອກາດທີ່ໄດ້ຮັບໜ້າທີ່ເປັນຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄົນໃໝ່, ເພື່ອຕິດຕາມວຽກງານໂຄສະນາອົບຮົມຢູ່ທ້ອງຖິ່ນ ແລະ ເຜີຍແຜ່ເອກະສານກ່ຽວກັບປີສາມັກຄີລາວ-ຫວຽດນາມ, ຈາກນັ້ນ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ທີມງານ, ພ້ອມທັງໄດ້ລາຍງານສະພາບລວມຂອງແຂວງໂດຍສັງເຂບ, ໂດຍລວມແລ້ວແລ້ວແຂວງ ໄຊຍະບູລີ ແມ່ນມີສະຖຽນລະພາບທາງດ້ານເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດສືບຕໍ່ຂະຫຍາຍຕົວ, ຊຸມປີຜ່ານມາເຖິງວ່າຈະມີຂໍ້ຫຍຸ້ງຍາກເປັນຕົ້ນແມ່ນ ການແຜ່ລະບາດເປັນວົງກວ້າງຂອງພະຍາດ ໂຄວິດ-19, ສະພາບໄພທໍາມະຊາດເຊັ່ນ ໄພນໍ້າຖ້ວມ, ສັດຕູພືດທໍາລາຍຜົນລະປູກຂອງປະຊາຊົນ ແລະ ສະພາບປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ແຕ່ກາານນໍາທຸກພາກສ່ວນຂອງແຂວງ ກໍ່ໄດ້ສຸມໃສ່ໃນການແກ້ໄຂບັນຫາຕ່າງໆ ພ້ອມໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນປູກພືດເປັນສິນຄ້າເພື່ອສົ່ງອອກເຊັ່ນ: ຂະບວນການປູກມັນຕົ້ນ, ໝາກເດືອຍ, ສາລີ, ພືດຕະກຸນຖົ່ວ ແລະ ອື່ນໆ, ນອກນີ້ຍັງໄດ້ສົ່ງເສີມໃຫ້ປະຊາຊົນລ້ຽງສັດປະເພດງົວ-ຄວາຍເພື່ອສົ່ງອອກ, ພ້ອມດຽວກັນກໍ່ໄດ້ເອົາໃຈໃສ່ຜັນຂະຫຍາຍ 2 ວາລະແຫ່ງຊາດ ແລະ ໄດ້ສຸມໃສ່ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ