ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ຕ້ອນຮັບຄະນະຜູ້ແທນຈາກ ກອງບັນຊາການທະຫານເຂດ2 ສສ ຫວຽດນາມ ນໍາໂດຍ ພົນຈັດຕະວາ ຟາມ ຮົງ ເຈືອງ ຫົວໜ້າການທະຫານ ກອງບັນ ຊາ ການທະຫານເຂດ2 ສສ ຫວຽດນາມ, ໃນຕອນເຊົ້າຂອງວັນທີ 2 ພະຈິກ ປີນີ້ ທີ່ຫ້ອງຮັບຮອງຊັ້ນ2 ຫ້ອງວ່າການແຂວງ ໄຊຍະບູລີ.
ພົນຈັດຕະວາ ຟາມ ຮົງ ເຈືອງ ຫົວໜ້າການທະຫານ ກອງບັນຊາການທະຫານເຂດ2 ສສ ຫວຽດນາມ ໄດ້ສະເໜີຈຸດ ປະສົງທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ໄຊຍະບູລີ ພ້ອມທັງໄດ້ສະເໜີສະພາບທີ່ຕັ້ງ, ຈຸດພິເສດ ແລະ ຂອບເຂດການຊີ້ນໍາ-ນໍາພາຂອງ ກອງບັນຊາການທະຫານເຂດ2 ສສ ຫວຽດນາມ, ຈາກນັ້ນ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ກ່າວສະແດງຄວາມຕ້ອນຮັບຄະນະຜູ້ແທນຈາກ ກອງບັນຊາການທະຫານເຂດ2 ສສ ຫວຽດ ນາມ, ພ້ອມທັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງໂດຍສັງເຂບໃຫ້ຄະນະຜູ້ແທນກອງບັນ ຊາການ ທະຫານເຂດ 2 ໄດ້ຮັບຊາບ, ເຊິ່ງການພັດທະນາເສດຖະກິດຂອງແຂວງ ແມ່ນອີງໃສ່ 3 ທ່າແຮງ ທີ່ເປັນເສົາຄໍ້າຄື: ການຜະລິດກະສິກໍາຮອບດ້ານຕິດພັນກັບການປຸງແຕ່ງ; ອຸດສາຫະກຳພະລັງໄຟຟ້າ ແລະ ການບໍລິການ ແລະ ການຄ້າຊາຍ ແດນ, ໃນ 1 ປີຜ່ານມາ ເສດຖະກິດຂອງແຂວງ ໄດ້ສືບຕໍ່ຂະຫຍາຍຕົວສະເລ່ຍໃນລະດັບ 4,4 % ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 11.041 ຕື້ກີບ, ສະເລ່ຍໃສ່ຫົວຄົນໄດ້ 2,156 ໂດລາ, ຈາກນັ້ນ ຄະນະຜູ້ແທນ ກອງບັນຊາການທະຫານເຂດ2 ສສ ຫວຽດນາມ ກໍ່ໄດ້ເດີນທາງໄປຢ້ຽມຢາມພົບປະກັບຄະນະພັກ, ຄະນະບັນຊາ ກອງພັນໃຫຍ່ 202 ແລະ ຄະ ນະພັກ, ຄະນະບັນຊາກອງພົນທະຫານຮາບທີ2ຕື່ມອີກ, ເຊິ່ງນໍາພາລົງຢ້ຽມຢາມ ແລະ ພົບປະຄັ້ງນີ້ໂດຍ ທ່ານ ພັອ ດາວນ້ອຍ ບຸດບົວທອງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ໄຊຍະບູລີ.


