ເຈົ້າແຂວງ ໄຊຍະບູລີ ໂອ້ລົມອ້າຍນ້ອງທະຫານຊາຍແດນ 150
ໃນຕອນບ່າຍຂອງວັນທີ 25 ກຸມພາ ປີນີ້, ສະຫາຍ ພົງສະຫວັນ ສິດທະວົງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ລົງຢ້ຽມຢາມອ້າຍນ້ອງທະການຊາຍແດນ 150 ທີ່ເມືອງຄອບ ແຂວງ ໄຊຍະບູລີ, ໃຫ້ການຕ້ອນຮັບມີ ສະຫາຍ ພັຕ ຄໍາຕຸ່ນ ສົມມະນີ ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 150, ມີຄະນະພັກ, ຄະນະບັນຊາ ແລະ ອ້າຍນ້ອງທະຫານພາຍໃນກອງຮ້ອຍເຂົ້າຮ່ວມ.
ກ່ອນອື່ນ ສະຫາຍ ພັຕ ຄໍາຕຸ່ນ ສົມມະນີ ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 150 ແມ່ນໄດ້ລາຍງານສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃນໄລຍະຜ່ານມາ, ເຊິ່ງສະຫາຍໄດ້ກ່າວວ່າ: ກອງຮ້ອຍທະຫານຊາຍແດນ 150 ເປັນກອງຮ້ອຍທີ່ຂຶ້ນກັບກອງບັນຊາການທະຫານແຂວງ ໄຊຍະບູລີ, ເຊິ່ງຕັ້ງຢູ່ເມືອງ ຄອບ, ເຮັດໜ້າທີ່ປ້ອງກັນຊາຍແດນ, ຮັບຜິດຊອບກວມເອົາ 6 ບ້ານລຽບຊາຍແດນ, ຜ່ານມາແມ່ນໄດ້ເອົາໃຈໃສ່ໃນການເຮັດໜ້າທີ່-ທີ່ໄດ້ຮັບການມອບໝາຍ ເປັນຕົ້ນແມ່ນລາດຕະເວນຕາມຊາຍແດນ, ເຮັດໜ້າທີ່ສືກສາອົບຮົມປະຊາຊົນແຕ່ລະບ້ານລຽບຊາຍແດນ, ກວດກາ ແລະ ຕິດຕາມກຸ່ມເປົ້າໝາຍທີ່ລັກລອບຄ້າ-ຂາຍຢາເສບຕິດຜ່ານຊາຍແດນ, ການລັກລອບຂົນສິນຄ້າໜີພາສີ, ການລັກຕັດໄມ້ຂ້າມຊາຍແດນ ແລະ ອື່ນໆ, ຈາກນັ້ນ ສະຫາຍ ພົງສະຫວັນ ສິດທະວົງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ໃຫ້ກຽດໂອ້ລົມ, ເຊິ່ງກ່ອນອື່ນ ສະຫາຍໄດ້ຖາມຂ່າວຄາວ, ຄວາມສຸກ-ທຸກຂອງອ້າຍນ້ອງທະຫານແຕ່ລະສະຫາຍ, ພ້ອມທັງໄດ້ເໜັ້ນໜັກໃຫ້ຄະນະພັກ, ຄະນະບັນຊາກອງຮ້ອຍຈົ່ງສືບຕໍ່ເອົາໃຈໃສ່ເຮັດໜ້າທີ່ວິຊາສະເພາະທີ່ພັກ-ລັດໄດ້ມອບໝາຍໃຫ້, ໂດຍສະເພາະແມ່ນເອົາໃຈໃສ່ໃນການລາດຕະເວນຕາມແນວຊາຍແດນໃຫ້ເປັນປົກກະຕິ, ກໍາໃຫ້ໄດ້ກຸ່ມຄົນບໍ່ດີທີ່ເຮັດຜິດກົດໝາຍຕາມຊາຍແດນ ເປັນຕົ້ນແມ່ນ ການລັກລອບຂົນຢາເສບຕິດ, ສິນຄ້າໜີພາສີ ແລະ ອື່ນໆ, ສືບຕໍ່ລົງຕິດຕາມ ແລະ ສືກສາອົບອົບຮົມປະຊາຊົນແຕ່ລະບ້ານລຽບຊາຍແດນບໍ່ໃຫ້ລັກຕັດໄມ້, ລ້ຽງສັດ ແລະ ທໍາມາຫາກິນລຽບຊາຍແດນ ແລະ ຂ້າມເຂດແດນເດັດຂາດ, ສືບຕໍາເອົາໃຈໃສ່ປະຕິບັດລະບຽບວິໄນຂອງກອງທັບ ກໍ່ຄືກອງຮ້ອງຊາຍແດນວາງອອກໃຫ້ເຂັ້ມງວດ ແລະ ພ້ອມກັນສ້າງພາລາທິການກັບທີ່ ດ້ວຍການປູກ ແລະ ລ້ຽງໃຫ້ຫຼາຍ ສາມມາດກຸ້ມກົມກອງ ແລະ ຂາຍເປັນສິນຄ້າສ້າງລາຍຮັບເຂົ້າກົມກອງຕາມຄວາມອາດສາມາດ, ໂອກາດດັ່ງກ່າວກໍ່ໄດ້ມອບເຄື່ອງບໍລິໂພກໃຫ້ກອງຮ້ອຍຊາຍແດນ, ຈາກນັ້ນກໍ່ໄດ້ເຂົ້າຢ້ຽມຢາມ ແລະ ມອບເຄື່ອງບໍລິໂພກໃຫ້ ທະຫານເມືອງ ຄອບ ແລະ ຢ້ຽມຢາມເບິ່ງການລ້ຽງງົວ-ຄວາມແບບຂຸນຂອງປະຊາຊົນຕື່ມອີກ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ