

ໃນວັນທີ່ 19 ມັງກອນ 2023 ຢູ່ທີ່ ຫ້ອງການ ປກສ ກຸ່ມບ້ານ ສຸວັນນະພູມ ເມືອງປາກລາຍ ແຂວງໄຊຍະບູລີ ສົມທົບກັບກອງຕຳຫຼວດຈະລາຈອນ ປກສ ເມືອງປາກລາຍ ໄດ້ແຈ້ງເຊີນໃຫ້ບັນດາ ຜູ້ຂັບຂີ່ ແລະ ພໍ່-ແມ່ຜູປົກຄອງນັກຮຽນ,ມາເຮັດບົດບັນທຶກສຶກສາອົບຮົມ, ກ່າວເຕືອນ ຕໍ່ຜູ່ລະເມີດ ກົດລະບຽບ ຈະລາຈອນ ທາງບົກ ຢູ່ເຂດລ້ອງນໍ້າພູນ, ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ໄພລັດ ສີວິໄລ ຮອງຫົວໜ້າ ຫ້ອງການ ສຶກສາທິການ ແລະ ກິລາເມືອງປາກລາຍ ມີ ພັນໂທ ບຸນຕາມ ເລີດວິໄລ ຫົວໜ້າ ປກສ ກຸ່ມບ້ານ ສຸວັນນະພູມ, ມີທ່ານ ຄຳພັນ ພົມມະຈັນ ຫົວໜ້າໂຮງຮຽນ ມສ ນໍ້າພູນ, ມີພະນັກງານວິຊາການ ກອງຕຳຫຼວດຈະລາອນ ກອງບັນຊາການ ປກສ ເມືອງປາກລາຍ,ອຳນາດການປົກຄອງບ້ານ ແລະ ພໍ່-ແມ່ ຜູ່ປົກຄອງ ນັກຮຽນ ເຈົ້າຂອງລົດຈັກເຂົ້າຮ່ວມ.


ພັນຕີ ຄຳເຫຼັກ ສິດທະວົງ ຮອງຫົວໜ້າ ປກສ ກຸ່ມບ້ານສຸວັນນະພູມ ໄດ້ຂຶ້ນຜ່ານ ບົດລາຍງານ ຜົນຂອງການຈັດຕັ້ງປະຕິບັດ ລົງເກັບກຳ ຕິດຕາມກວດກາ ຕົວຈິງ ໄດ້ ກວດພົບເຫັນລົດຈັກຂອງນັກຮຽນ ດັດແປງສະພາບເຕັກນິກລົດ,ແຕ່ງ ຢາງນ້ອຍ, ລໍ້ເຫຼດ, ດັດແປງທໍ່ອາຍເສຍ, ບໍ່ມີເອກະສານ, ມີລົດຈັກຈຳນວນ 20 ຄັນ,ຈຶ່ງກັກໄວ້ຊົ່ວ ຄາວຢູ່ຫ້ອງການກຸ່ມບ້ານ, ລໍຖ້າການແກ້ໄຂຕາມລະລະບຽບການ ຈາກນັ້ນ ຮ້ອຍໂທ ສີທົນດວງພະຈັນ ຮອງກອງຈະລາຈອນ ປກສ ເມືອງຂຶ້ນເຜີຍແຜ່ກົດລະບຽບຈະລາຈອນຕາມດຳລັດເລກທີ່ 658/ລບ ວ່າດ້ວຍການປັບໃໝ່ຕໍ່ຜູ່ລະເມີດກົດລະບຽບຈະລາຈອນທາງບົກ. ພ້ອມທັງ ສ້າງບົດບັນທຶກ ສຶກສາອົບຮົມກ່າວເຕືອນ ໂດຍຊ່ອງໜ້າພໍ່ແມ່ຜູ່ປົກຄອງ ແລະ ເຈົ້າໜ້າທີ່, ໂດຍໃຫ້ເຈົ້າຂອງລົດແລະຜູ່ຂັບຂີ່ຂຽນຄຳປະຕິຍານຂອງຕົນເອງ, ຖ້າມີການລະເມີດອີກແມ່ນໃຫ້ຄູນສອງຂອງມູນຄ່າການປັບໃໝ, ພາຍຫຼັງສ້າງບົດບັນທຶກແລ້ວເຈົ້າຂອງລົດຈະຕ້ອງໄດ້ປ່ຽນຖ່າຍສິນສ່ວນລົດທີ່ດັດແປງໃຫ້ຖຶກຕາມສະພາບເຕັກນິກລົດປົກກະຕິຈຶ່ງສາມາດເອົາລົດກັບບ້ານໄດ້, ສິນສ່ວນທີ່ເຈົ້າໜ້າທີ່ຍຶດໄວ້ ແມ່ນຈະໄດ້ມາທຳລາຍຖຶ້ມຕາມລະບຽບເຫຼັກການຕາມລະບຽບລັກການ.

ໃນໂອກາດດັ່ງກ່າວ ກໍ່ໄດ້ຮັບຟັງການ ໂອ້ລົມ ຂອງ ທ່ານ ໄພລັດ ສີວິໄລ ຮອງຫົວໜ້າ ຫ້ອງການ ສຶກສາທິການ ແລະ ກິລາ ເມືອງປາກລາຍ ກ່ອນອື່ນທ່ານຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ແລະ ຮຽກຮ້ອງມາຍັງ ຜູ່ປົກຄອງພໍ່ແມ່ນັກຮຽນ ແລະ ລູກຫຼານຂອງຕົນເອງ, ຕ້ອງເອົາໃຈໃສ່ໃນການສຶກສາ ອົບຮົມ ຂອງຄູ-ອາຈານ, ເອົາໃຈໃສ່ຕັ້ງໃຈຮໍ່າຮຽນ, ບໍ່ໃຫ້ຂັບຂີ່ໄວເກີນຂອບເຂດ, ຫ້າມໃຊ້ສຽງເນືອງນັນລົບກວນຄົນອື່ນ, ທັງເປັນເຈົ້າການຮັກສາ ຄວາມບໍ່ສະຫງົບ ແລະ ຄວາມເປັນລະບຽບຮ້ອບໃນສັງຄົມ.

ຂ່າວ;ພາບ: ນັກຂ່າວ ເມືອງປາກລາຍ ແຂວງໄຊຍະບູລີ