ໃນໄລຍະຜ່ານມາ ເຈົ້າໜ້າທີ່ຈຳປະຈຳດ່ານສາກົນນໍ້າພາວ ເມືອງຄຳເກີດແຂວງບໍລິຄຳໄຊ ແລະ ແກວແຈ່ວຂອງຫວຽດ ນາມໄດ້ເອົາໃຈໃສ່ວາງມາດຕະການຢ່າງເຂັ້ມງວດ ເພື່ອຕ້ານ ແລະ ສະກັດກັ້ນ ການລັກລອບຄ້າຂາຍ, ຂົນສົ່ງສັດປ່າທີ່ຫວງຫ້າມ ແລະ ຜິດກົດໝາຍຕາມຊາຍແດນ.
ທ່ານ ໄຊຊະນະ ວົງຊົມພູ ຮອງຫົວໜ້າດ່ານພາສີສາກົນນໍ້າພາວເມືອງຄໍາເກີດແຂວງບໍລິຄໍາໄຊ ໃຫ້ສຳພາດຕໍ່ສື່ມວນຊົນລາວ ແລະ ຫວຽດນາມວ່າ: ຜ່ານມາ, ດ່ານສາກົນນໍ້າພາວໄດ້ເອົາໃຈໃສ່ຕໍ່ວຽກ ງານສະກັດກັ້ນການລັກລອບ ຄ້າຂາຍ ແລະ ຂົນສົ່ງສັດປ່າທີ່ຜິດກົດໝາຍຂ້າມຊາຍແດນລະຫວ່າງດ່ານ ສາກົນນໍ້າພາວເມືອງ ຄໍາເກີດ ແກວແຈ່ວຂອງຫວຽດ ນາມ ໂດຍເນັ້ນໃສ່ຕິດຕາມກວດກາລົດຂົນສົ່ງສິນ ຄ້າເຂົ້າ-ອອກດ່ານທຸກປະເພດ ເປັນປົກກະຕິ ໂດຍນຳໃຊ້ເຄື່ອງມືທີ່ທັນສະໄໝ ເພື່ອຫລີກລ່ຽງການນໍາ ເຂົ້າ ແລະ ສົ່ງອອກສິນຄ້າທີ່ຜິດ ໝາຍທຸກປະເພດ ລວມທັງສັດປ່າທີ່ຫວງຫ້າມ. ເຊິ່ງຜ່ານການກວດກາ ດັ່ງກ່າວເຈົ້າໜ້າທີ່ກໍສາມາດຢຶດ ສີນຄ້າປະເພດສັດປ່າທີ່ປະເພດຜິດກົດໝາຍຈຳນວນໜຶ່ງ ເຊິ່ງມີທັງ ສົ່ງອອກ ແລະ ນຳເຂົ້າ ໂດຍນຳໃຊ້ ຮູບແບບຊຸກເຊື່ອງໄວ້ໃນລົດຂົນສົ່ງສິນຄ້າທີ່ປະເພດອື່ນໆ ສ່ວນ ໃຫຍ່ຈະເປັນບັນ ດາສາກສັດປ່າ ເຊັ່ນ: ໜັງເສືອ, ໜັງໝີ ພ້ອມທັງຂອງກາງຈໍານວນໜຶ່ງ ເພື່ອນໍາໄປທຳ ລາຍຖິ່ມ, ສ່ວນຜູ້ກະທໍາຜິດທາງເຈົ້າ ໜ້າທີ່ໄດ້ນໍາໄປດຳເນີນຄະດີຕາມລະບຽບກົດໝາຍ.
ຮອງຫົວໜ້າດ່ານພາສີສາກົນນໍ້າພາວໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ພັກ ແລະ ລັດຖະບານໄດ້ຖືເອົາ ວຽກງານໂຄສະນາເຜີຍແຜ່ ແລະ ການສ້າງຈິດສຳນຶກໃຫ້ທົ່ວສັງຄົມໄດ້ຮັບຮູ້ເຂົ້າໃຈ ແລະ ເຫັນໄດ້ ຄວາມສຳ ຄັນຂອງການອະນຸລັກສັດປ່າ ເພື່ອຕ້ານ ແລະ ສະກັດກັ້ນການຄ້າຂາຍສັດປ່າທີ່ຜິດກົດໝາຍ ໃນລາວທຸກຮູບແບບ ແນໃສ່ການປົກປັກຮັກສາຊັບພະຍາກອນປ່າໄມ້ ໃຫ້ມີຄວາມອຸດົມສົມບູນມີ ຄວາມຫລາກຫລາຍທາງຊີວະນາໆພັນ ແລະ ມໍລະດົກທາງທຳມະຊາດ ທີ່ເປັນເອກະລັກສະ ເພາະ ຊຶ່ງບໍ່ ສະເພາະເເຕ່ເປັນການອະ ນຸລັກສັດປ່າ ໃຫ້ມີຄວາມຍືນຍົງເທົ່ານັ້ນ, ແຕ່ຍັງເປັນການຮັກສາ ສຸຂະພາບ ແລະ ປ້ອງກັນພະຍາດຈາກສັດປ່າທີ່ຈະຕິດແປດມາສູ່ຄົນ ສະນັ້ນ, ວຽກງານດັ່ງກ່າວ ແມ່ນຄວາມ ຮັບຜິດຊອບ ແລະ ເປັນພັນທະຂອງໝົດທຸກຄົນທີ່ຈະຕ້ອງໄດ້ຊ່ວຍກັນອະນຸລັກຮັກສາໄວ້ ເພື່ອໃຫ້ ລຸ້ນຕໍ່ໄປໄດ້ເບິ່ງໄດ້ຊົມຕະຫລອດໄປ.%



