ພະແນກຕໍາຫລວດຈະລາຈອນນະຄອນຫລວງວຽງຈັນ ນໍາໃຊ້ກໍາລັງ 529 ຄົນ ເພື່ອປະຕິບັດໜ້າທີ່ເຄື່ອນໄຫວລົງກວດກາບັງຄັບໃຊ້ກົດໝາຍ ແລະ ລະບຽບການຈະລາຈອນທາງບົດຢູ່ນະຄອນ ຫລວງວຽງຈັນ ໃນໄລຍະບຸນປີໃໝ່ລາວ ພສ 2565 ເພື່ອແນໃສ່ປ້ອງກັນອຸບັດຕິເຫດທີ່ອາດຈະເກີດຂຶ້ນ.
ພັທ ຈັນທະບູນ ມະນີວົງ, ຮອງຫົວໜ້າຫ້ອງຕໍາຫລວດ, ຜູ້ຊີ້ນໍາວຽກງານຈະລາຈອນ, ພະແນກຄວບຄຸມກ້ອງວົງຈອນປິດ ແລະ ພະແນກມອດໄຟນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນຕອນເຊົ້າວັນທີ 11 ເມສາ 2022 ວ່າ: ເພື່ອເຄື່ອນໄຫວລົງກວດກາບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກຢູ່ນະຄອນຫລວງວຽງຈັນ ໃນໄລຍະບຸນປີໃໝ່ລາວ ພສ 2565, ຫ້ອງຕໍາຫລວດ ໄດ້ມອບໃຫ້ພະແນກຕໍາຫລວດຈະລາຈອນນະ ຄອນຫລວງວຽງຈັນ ສົມທົບກັບຈະລາຈອນ 9 ຕົວເມືອງ ມີກໍາລັງທັງໝົດ 529 ຄົນ ລົງປະຈໍາຕັ້ງດ່ານຢູ່ບັນດາເສັ້ນທາງສໍາຄັນ ມີ 8 ດ່ານ, ຕາມວັດວາອາຮາມ 9 ຈຸດ ແລະ ປະຈໍາປ້ອງຍາມທັງ ໝົດ 60 ປ້ອມ. ນອກຈາກນີ້ ໄດ້ແບ່ງອອກເປັນ 3 ຈຸ ເພື່ອສົມທົບກັບ 19 ສະຖານີ 1191 ຢູ່ໃນນະຄອນຫລວງວຽງຈັນ ເຄື່ອນໄຫວກວດກາລາດຕະເວນຢູ່ຕາມເສັ້ນທາງຕ່າງໆ ທັງກາງເວັນ ແລະ ກາງຄືນ ເພື່ອເຮັດໃຫ້ການສະເຫລີມສະຫລອງບຸນປີໃໝ່ລາວຢູ່ນະຄອນຫລວງວຽງຈັນ ປີນີ້ ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ, ທັງຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ເຮັດໃຫ້ການສັນຈອນໄປ-ມາ ມີຄວາມສະດວກສະບາຍ.
ສໍາລັບເຈົ້າໜ້າທີ່ຕໍາຫລວດຈະລາຈອນນະຄອນຫລວງວຽງຈັນ ໄດ້ເລີ່ມປະຈໍາຢູ່ຈຸດຕ່າງໆ ຕາມການມອບໝາຍໃນລະຫວ່າງວັນທີ 11-17 ເມສານີ້ ເຊີ່ງ ພັທ ຈັນທະບູນ ມະນີວົງ ຮຽກຮ້ອງໃຫ້ຜູ້ນໍາໃຊ້ລົດໃຊ້ຖະໜົນພາຍໃນນະຄອນຫລວງວຽງຈັນ ເອົາໃຈໃສ່ປະຕິບັດຕາມກົດໝາຍຈະລາຈອນ ກໍຄື ລະບຽບການ ແລະ ການແນະນໍາຂອງເຈົ້າໜ້າທີ່ກ່ຽວຂ້ອງຢ່າງເຂັ້ມງວດ ແລະ ມີສະຕິທຸກຄົນໃນການຂັບຂີ່ ເພື່ອແນໃສ່ປ້ອງກັນສະພາບອຸບັດຕິເຫດທີ່ອາດຈະເກີດຂຶ້ນຕາມທ້ອງຖະໜົນໃນໄລຍະສະເຫລີມສະຫລອງຕ້ອນຮັບປີໃໝ່ລາວ ພສ 2565 ເຊີ່ງຈະນໍາໄປສູ່ການສູນເສຍຊີ ວິດ ແລະ ຊັບສິນຢ່າງຫລວງຫລາຍ.
ສໍາລັບອຸບັດຕິເຫດທີ່ເກີດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 ນັບແຕ່ວັນທີ 14-16 ເມສາ 2021 ຜ່ານມາ ມີທັງໝົດ 18 ກໍລະນີ, ມີຜູ້ເສຍຊີວິດຈຳນວນ 8 ຄົນ, ຍິງ 1 ຄົນ, ເມືອງທີ່ເກີດຫຼາຍກວ່າໝູ່ແມ່ນ ເມືອງສີໂຄດຕະບອງ ແລະ ເມືອງໄຊທານີ, ເກີດຂຶ້ນເມືອງລະ 5 ກໍລະ ນີ.
ຂ່າວ: ບຸນຕຽງ ຈັນທະວົງ



13,762
People reached
669
Engagements
Boost post
You and 59 others
6 Comments
9 Shares
Like
Comment
Share