ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມຄະນະກຳມາທິການ ຄັ້ງທີ 18 ພາຍໃຕ້ກອງປະຊຸມລັດຖະມົນຕີລັດພາຄີ ວ່າດ້ວຍສັນຍາອາຊຽນ ດ້ານມົນລະພິດໝອກຄວັນຂ້າມຜ່ານຊາຍແດນ (COM18) ຈັດຂຶ້ນໃນຕອນບ່າຍ ວັນທີ 22 ສິງຫາ 2023 ນີ້, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ໂລນຄໍາ ອາດສະນາວົງ, ຫົວໜ້າສະຖາບັນຄົ້ນຄວ້າຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ.
ກອງປະຊຸມຄັ້ງນີ້ ຖືເປັນໂອກາດສໍາຄັນໃຫ້ຜູ້ແທນກອງປະຊຸມ ທີ່ມາຈາກປະເທດສະມາຊິກອາຊຽນໄດ້ ແລກປ່ຽນຄວາມຮູ້, ຂໍ້ມູນ ແລະ ບົດຮຽນຮ່ວມກັນຢ່າງເລິກເຊິ່ງ, ແນໃສ່ເພີ່ມທະວີການຮ່ວມມືກັນເພື່ອບັນລຸເປົ້າໝາຍຮ່ວມກັນໃນການແກ້ໄຂບັນຫາມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ເຊິ່ງພາກພື້ນອາຊຽນປະເຊີນກັບບັນຫາດັ່ງກ່າວເປັນປະຈຳທຸກປີໃນທົດສະວັດທີ່ຜ່ານມາ.
ທ່ານ ໂລນຄໍາ ອາດສະນາວົງ ກ່າວໄຂກອງປະຊຸມຄັ້ງນີ້ວ່າ: ມົນລະພິດໝອກຄວັນ ເປັນອັນຕະລາຍຕໍ່ສິ່ງແວດລ້ອມ ແລະ ສົ່ງຜົນກະທົບຕໍ່ສຸຂະພາບຂອງມວນມະນຸດຢ່າງຫຼວງຫຼາຍ, ດ້ວຍການໃຫ້ສັດຕະຍາບັນຢ່າງເຕັມທີ່ຕໍ່ສັນຍາອາຊຽນ ດ້ານມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ຈາກປະເທດສະມາຊິກອາຊຽນທັງໝົດ, ສະນັ້ນ ຈຶ່ງເປັນເວລາທີ່ເໝາະສົມແລ້ວທີ່ປະເທດສະມາຊິກອາຊຽນຕ້ອງເພີ່ມທະວີຄວາມພະຍາຍາມລະດັບຊາດ ແລະ ພາກພື້ນເພື່ອແກ້ໄຂບັນຫາໃຫຍ່ນີ້ຮ່ວມກັນ,
ພ້ອມນີ້ ທ່ານສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມຄັ້ງນີ້ຈະເປັນເວທີທີ່ມີປະສິດທິຜົນສູງໃນການຕີລາຄາຄວາມຄືບໜ້າ ແລະ ໝາກຜົນຂອງການຮ່ວມມືຂອງປະເທດສະມາຊິກອາຊຽນ, ການປັບປຸງແຜນປະຕິບັດງານເຄື່ອນໄຫວລະດັບຊາດເພື່ອປ້ອງກັນໄຟໄໝ້ປ່າ ແລະ ການກວດກາຄືນແຜນທີ່ການຮ່ວມມືອາຊຽນໃນການຄວບຄຸມມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ດ້ວຍວິທີປະຕິບັດງານທີ່ດີ.
ທ່ານ ໂລນຄໍາ ອາດສະນາວົງ ກ່າວຕື່ມວ່າ: ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລືຫລາຍບັນຫາສໍາຄັນ, ໃນນັ້ນ ລວມທັງປຶກສາຫາລືກ່ຽວກັບການສ້າງຕັ້ງສູນປະສານງານ ການຄວບຄຸມມົນລະພິດໝອກຄວັນຂ້າມຜ່ານຊາຍແດນອາຊຽນ ແລະ ແລກປ່ຽນບົດຮຽນເຊິ່ງກັນແລະກັນໃນຕໍ່ໜ້າ, ເຊິ່ງຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ຈະລາຍງານຕໍ່ກອງປະຊຸມລັດຖະມົນຕີລັດພາຄີວ່າດ້ວຍສັນຍາອາຊຽນດ້ານມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ຄັ້ງທີ 18 ທີ່ຈະຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 23 ສິງຫາ 2023 ເພື່ອຮັບຮອງເອົາຢ່າງເປັນທາງການ.
ຂ່າວ+ພາບ: ຄໍາກອງ ກິດຕິຄຸນ ແລະ ດວງສະຫວັນ ຂັນທະວົງສາ