ໂອກາດວັນແຫ່ງຊາດຕ້ານຢາເສບຕິດ ວັນທີ່ 12 ຕຸລາ ຄົບຮອບ 20 ປີ ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ຈັດພິທີຈູດທໍາລາຍຢາເສບຕິດຂຶ້ນໃນວັນທີ 12 ຕຸລາ 2021 ນີ້ທີ່ເດີ່ນກິລາໂຮງຮຽນ ປກສ ຊັ້ນສູງເລກ 2 ແຂວງຫຼວງພະບາງ ມີ ທ່ານ ຄໍາຂັນ ຈັນທະວີສຸກ ເຂົ້າແຂວງຫຼວງພະບາງ, ພ້ອມດ້ວຍຄະນະນຳຂອງແຂວງ, ກອງບັນຊາການ ປກສ ແຂວງ ແລະແຂກຮັບເຊີນທີ່ກ່ຽວ ຂ້ອງ ເຂົ້າຮ່ວມ.
ພິທີ ທ່ານ ສອນນິຄົມ ຄຳພາສິດ ຮອງປະ ທານສານປະຊາຊົນແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບການແກ້ໄຂຄະດີຢາເສບຕິດວ່າ: ໃນສົກປີ 2020-2021 ເຈົ້າໜ້າທີ່ ສາມາດມ້າງທະລາຍຄະດີຢາເສບຕິດ ໄດ້ທັງໝົດ 152 ເລື່ອງ, ມີຜູ້ຖືກຫາທັງໝົດ 223 ຄົນ, ຍິງ 15 ຄົນ, ໄດ້ສັ່ງຟ້ອງຂຶ້ນສານ ແລະມີຄຳຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ ຈຳນວນ 119 ເລື່ອງ, ມີນັກ ໂທດ ທັງໝົດ ຈຳນວນ 153 ຄົນ, ຍິງ 07 ຄົນ, ໃນນີ້ ມີນັກໂທດທີ່ຖືກຕັດສິນຈຳຄຸກຕະຫຼອດຊີວິດ 12 ຄົນ, ຂອງກາງມີຢາບ້າ 95.516 ເມັດ, ຢາຝິ່ນ 168,91 ກຣາມ, ເຮໂລອິນ 2,8 ກຣາມ, ລວມທັງອຸປະ ກອນການເສບ ແລະສິ່ງຫຸ້ມຫໍ່ ຢາເສບຕິດຈຳນວນໜຶ່ງ, ໂດຍໄດ້ນຳມາຈູດທຳລາຍໃນຄັ້ງນີ້, ນອກນີ້ ໄດ້ມີຂອງກາງຢາເສບຕິດ ແລະອຸປະກອນການຜະລິດຢາເສບຕິດຈຳນວນໜຶ່ງ ທີ່ພົບເຫັນຢູ່ໃນປ່າທີ່ເຈົ້າໜ້າທີ່ກວດພົບຢູ່ 3 ບ້ານຄື: ບ້ານໝາກຜຸກ, ບ້ານຊົງຈ່າ ແລະບ້ານຫຼັກ 50 ຂອງເມືອງນ້ຳບາກ, ໂດຍບໍ່ຮູ້ເຈົ້າຂອງ ປະກອບມີ ຢາເຮໂຣອິນ(ປະເພດຝຸ່ນ) 83.750 ກິໂລກຼາມ, ຢາບ້າ (ປະເພດເມັດ) 79.682 ກິໂລກຼາມ, ຢາບ້າ (ປະເພດຝຸ່ນ) 129.64 ກິໂລກຼາມ, ຢາໄອ້ 12 ກິໂລກຣາມ ແລະຄ້າຍຄືຢາໄອ້ 14,2 ກິໂລກຼາມ, ພ້ອມດ້ວຍທາດເຄມີເພື່ອປະສົມຢາເສບຕິດ ຄື: ແປ້ງສີຂີ້ດິນ 30,1 ກິໂລກຼາມ, ແປ້ງສີຟ້າ 2 ກິໂລກຼາມ, ແປ້ງສີຂາວ 395,1 ກິໂລກຼາມ, ນ້ຳຢາເຄມີ 310,2 ກິໂລກຼາມ ແລະ 15 ແກ້ວ ກັບ 07 ແກັດ, ຫົວເຊື້ອຢາບ້າ 28 ກິໂລກຼາມ, ສີປະສົມຢາ 600 ກຼາມ, ຖົງຢາງສໍາລັບໄວ້ບັນຈຸຢາ(ສີຟ້າ) 52,4 ກິໂລກຼາມ, ຖົງຢາງສຳລັບໄວ້ຫຸ້ມຫໍ່ (ສີຂາວ) 107,9 ກິໂລກຼາມ, ແກ່ນຝິ່ນ 177,9 ກິໂລກຼາມ, ສ່ວນຢາຝິ່ນຈະບໍ່ໄດ້ທໍາລາຍ ເນື່ອງຈາກຈະໄດ້ນໍາໃຊ້ເຂົ້າທາງດ້ານວິທະຍາສາດການແພດ. ໂອກາດນີ້ ການນຳຂອງແຂວງ ແລະຜູ້ເຂົ້າຮ່ວມ ໄດ້ຮ່ວມກັນຈູດ ທຳລາຍຢາເສບຕິດ ແລະອຸປະກອນເສບຢາ ເສບຕິດຢ່າງເປັນທາງການ.
ຂ່າວ: ອາພຸດເດດ ບຸບຜາ


