ໃນລະຫວ່າງ ວັນທີ 27-31 ສິງຫາ 2021 ນີ້ ເຈົ້າໜ້າທີ່ຕໍ່າຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ກອງບັນຊາການ ປ.ກ.ສ ແຂວງຫຼວງພະບາງ ໄດ້ເຄື່ອນໄຫວຕິດ ຕາມເປົ້າໝາຍ ຄ້າຂາຍຢາເສບຕິດ ເຊີ່ງສາມາດຍຶດຂອງກາງໄດ້ຫຼາຍລາຍການ ແລະກັກຕົວຜູ້ກະທຳຜິດ ໄດ້ຈຳນວນໜື່ງ. ພັນໂທ ສົມບູນ ທະນາວັນ ຮອງຫົວໜ້າກອງບັນຊາການ ປ.ກ.ສ ແຂວງ ຫົວໜ້າຫ້ອງຕໍ່າຫຼວດ ຜູ້ຊີ້ນຳວຽກງານສະກັດກັ້ນ ແລະຕ້ານຢາເສບຕິດ ແຂວງຫຼວງພະບາງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວຂອງແຂວງໃນ ວັນທີ 4 ຕຸລາ 2021 ນີ້ວ່າ: ຫຼັງຈາກເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ກອງບັນຊາການ ປ.ກ.ສ ແຂວງຫຼວງພະບາງ ທີ່ໄດ້ຮັບຂໍ້ມູນລະອຽດ ຈິ່ງໄດ້ສົມທົບກຳລັງເຄື່ອນໄຫວຕ້ານ-ສະກັດກັ້ນ ຢູ່ບ້ານປົ່ງດົງ ເມືອງນານ, ບ້ານຊົງຈ່າ, ບ້ານຫຼັກ50 ເມືອງນ້ຳບາກ ແຂວງຫຼວງພະບາງ ແລະບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ ເພື່ອບໍ່ໃຫ້ພວກກຸ່ມຄົນບໍ່ດີ ເຄື່ອນຍ້າຍຢາເສບຕິດ ອອກໄປຈຳ ໜ່າຍ ສາມາດກັກຜູ້ຕ້ອງຫາໄດ້ທັງໝົດ 03 ຄົນ ຄື: ທ້າວ ບີ ທຳມະຈິດ ອາຍຸ 27 ປີ ອາຊີບຫວ້າງງານ, ຊົນເຜົ່າລາວ ຢູ່ບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ, ທ້າວ ເບັງລີ ອາຍຸ 29 ປີ ອາຊີບ ຫວ້າງງານ ຢູ່ບ້ານສີບຸນເຮືອງ ເມືອງຮຸນ ແຂວງອຸດົມໄຊ ແລະທ້າວ ສີດາເລົ່າ (ດາລີ) ອາຍຸ 27 ປີ ອາຊີບຄ້າຂາຍ ຢູ່ບ້ານຊົ່ງຈາ ເມືອງນ້ຳບາກ ແຂວງຫຼວງພະບາງ ພ້ອມຂອງກາງມີລົດໃຫຍ່ 3 ຄັນ ແລະຢາບ້າ 3 ລ້ານກວ່າເມັດ, ເງິນກີບທະນາຄານ ຈໍານວນ 5 ລ້ານກີບ, ເງິນບາດໄທ ຈໍານວນ 1.075.000 ບາດ, ສາຍຄໍຄຳພ້ອມກີ້ ຈໍານວນ 01 ເສັ້ນ, ສາຍແຂນຄໍາ 01 ເສັ້ນ, ແຫວນຄໍາ 02 ວົງ, ແຫວນຍົກ(ສີຂຽວ) 01 ວົງ, ພາຫະນະລົດໃຫຍ່ 03 ຄົນ, ປືນສັ້ນ F92 ຈໍານວນ 01 ກະບອກ, ລູກປຶນ ຈໍານວນ 350 ລູກ, ຈັກບົດຢາບ້າ 01 ເຄື່ອງ ແລະໂທລະສັບມືຖື ຈໍານວນ 06 ໜ່ວຍ. ເຊີ່ງຂອງກາງປະເພດຢາບ້າຈະໄດ້ສືບຕໍ່ດຳເນີນຄະດີໃຫ້ສຳເລັດ ແລະຈັດພິທີທຳລາຍ ໂອກາດວັນແຫ່ງຊາດຕ້ານຢາເສບຕິດ ທີ່ຈະມາເຖີງນີ້.
ໂອກາດນີ້ ທ່ານໄດ້ຮຽກຮ້ອງເຖີງພະ ນັກງານ, ທະຫານຕໍາຫຼວດ, ນັກທຸລະກິດ ພໍ່ຄ້າຊາວຂາຍ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຈົ່ງຊ່ວຍກັນເປັນຫູເປັນຕາ ໃຫ້ກັບເຈົ້າໜ້າທີ່ ເພື່ອບໍ່ໃຫ້ມີຊ່ອງຫວ່າງສວຍໂອກາດຂອງກຸ່ມຄົນບໍ່ດີຄ້າຂາຍສິ່ງເສບຕິດ ທີ່ເປັນໄພອັນຕະລາຍຕໍ່ສັງຄົມ, ເຮັດໃຫ້ສັງຄົມເກີດມີປະກົດການຫຍໍ້ທໍ້ຍ້ອນຜິດຢາບ້າ, ເປັນສິ່ງກົດໝ່ວງຕໍ່ການພັດທະນາປະເທດຊາດ, ຫາກພົບເຫັນກຸ່ມຄົນບໍ່ດີ ທີ່ເຄື່ອນໄຫວຄ້າ-ຂາຍຢາເສບຕິດ ໃຫ້ແຈ້ງເຈົ້າໜ້າທີ່ ແລະພ້ອມກັນສະກັດກັ້ນ ໃຫ້ໝົດໄປຈາກສັງຄົມລາວ.

