ວັນທີ 21 ມິຖຸນາ 2023 ນີ້, ຢູ່ກອງບັນຊາ ການປ້ອງກັນຄວາມສະຫງົບ ເມືອງຊຽງເງິນ ແຂວງຫລວງພະບາງ, ເຈົ້າໜ້າທີ່ຫ້ອງການອຸດສາຫະກຳ ແລະ ການຄ້າ ສົມທົບກັບ ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ໄດ້ຈັດພິທີທຳລາຍສິ່ງຜິດກົດໝາຍ ແລະສິນຄ້າໝົດອາຍຸ ແລະອາວຸດລ່າເນື້ອ, ໂດຍເປັນປະທານຮ່ວມຂອງ ທ່ານ ສົມແວວເພັດ ດວງປະສິດ ເຈົ້າເມືອງຊຽງເງິນ, ທ່ານ ຄຳປະສົງ ດິດຍະວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ນາຍບ້ານພາຍໃນເມືອງ ເຂົ້າຮ່ວມ.
ພິທີ ພັນໂທ ວັນນະສິດ ຄອນພະຈິດ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຊຽງເງິນ ໄດ້ລາຍງານສະ ພາບການ ການປະຕິບັດໜ້າທີ່ກວດກາສີນຄ້າທີ່ຜິດກົດໝາຍ, ອາວຸດລ່າເນື້ອ, ຢາເສບຕິດ ແລະສິນຄ້າໝົດອາຍຸ ໂດຍການປະສານສົມທົບລະຫວ່າງເຈົ້າໜ້າທີ່ ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ແລະຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ສາມາດຢຶດ ອາວຸດລ່າເນືອ ປະ ເພດ ປືນແກັບ ຈຳນວນ 800 ກະບອກ, ຈັກຕັດໄມ້ ຫຼື ຈັກສະຕີ່ນ ຈຳນວນ 4 ເຄື່ອງ, ອຸປະກອນນຳໃຊ້ເສບຢາເສບຕິດ ປະເພດຢາຝິ່ນ ຈຳນວນ 10 ຊຸດ, ສິນຄ້າໝົດອາຍຸ, ສິນຄ້າເຊື່ອມຄຸນນະພາບ, ສິນ ຄ້າປ້ອມແປງ ແລະສິນຄ້າບໍ່ເສຍພາສີ ມີທັງໝົດ 49 ລາຍການ ລວມມູນຄ່າທັງ ໝົດ 10 ລ້ານ 4 ແສນກວ່າກີບ, ນອກ ຈາກນີ້ ໄດ້ກວດພົບຊິງສັ່ງບໍ່ໄດ້ມາດຖານ ຈຳນວນ 7 ໜ່ວຍ, ໂອກາດນີ້ ໄດ້ມີການທໍາລາຍສີນຄ້າ ແລະເຄື່ອງທີ່ຜິດກົດໝາຍ ດ້ວຍການນຳຟັງດິນໃນຂອບເຂດທີ່ກຳນົດ.
ພາບ-ຂ່າວ ໂດບ ໄຊຍະສອນ ພັນທະວົງ

