ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ໄດ້ໃຫ້ຮູ້ວ່າ: ແຂວງເຊກອງ ໄດ້ຊຸກຍຸ້ກະກຽມເປີດການທ່ອງທ່ຽວສີຂຽວ ເຊິ່ງໄດ້ມີຄວາມພ້ອມແລ້ວຈໍານວນໜຶ່ງ ເປັນຕົ້ນ: ໄດ້ເປັນເຈົ້າການສູງໃນການຈັດຕັ້ງປະຕິບັດມາດຕະການຄວບຄຸມ, ປ້ອງກັນ ແລະສະກັດກັ້ນການແຜ່ລະບາດ ຂອງພະຍາດໂຄວິດ-19 ໂດຍສະເພາະການສັກວັກຊີນໃຫ້ປະຊາກອນກຸ່ມເປົ້າໝາຍໄດ້ກວມເປີເຊັນສູງສົມຄວນ, ສະພາບການລະບາດ ຂອງພະຍາດດັ່ງກ່າວມາຮອດມື້ນີ້ເຫັນວ່າມີລັກສະນະຫຼຸດນ້ອຍຖອຍລົງ, ເຊິ່ງແຂວງພວກເຮົາສາມາດເປີດການທ່ອງທ່ຽວໄດ້ເປັນປົກກະຕິໃນໄລຍະທີ 2.
ພ້ອມນີ້ແຂວງພວກເຮົາມີຄວາມອຸດົມສົມບູນທາງດ້ານທຳ ມະຊາດ, ມີສະຖານທີ່ທ່ອງທ່ຽວ ເຊັ່ນ: ສະຖານທີ່ທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັນສາດ, ວັດທະນະທຳ, ກະສິ ກຳ, ຫັດຖະ ກຳ ແລະອຸດສະຫະກຳ ທີ່ໄດ້ຮັບການພັດທະນາແລ້ວ, ກຳລັງພັດ ທະນາ ແລະມີແຜນຈະພັດທະນາ ອີກຈຳນວນໜຶ່ງ, ມີຄວາມພ້ອມທາງດ້ານສະຖານທີ່ພັກເຊົາ-ກິນດື່ມ ເຊັ່ນ: ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານກິນດື່ມ-ບັນ ເທີງ, ບຸກຄະລາກອນພາທ່ຽວ, ມີສິ່ງເອື້ອອໍານວຍຄວາມສະດວກທາງດ້ານພື້ນຖານໂຄງລ່າງ ເສັ້ນ ທາງເຂົ້າຫາແຫຼ່ງທ່ອງທ່ຽວ, ມີດ່ານສາກົນ ດາກຕະອອກ-ນາມຢາງ ທີ່ເຊື່ອມຕໍ່ ເຊື່ອມຈອດກັບບັນດາແຂວງ ພາກກາງຂອງ ສສ ຫວຽດນາມ ແລະອອກສູ່ທະເລນະຄອນດານັງ ມີໄລຍະທາງເຊື່ອມໂຍງດ້ານຕາເວັນອອກ ແລະຕາເວັນຕົກທີ່ສັ້ນທີ່ສຸດ ເພື່ອຮອງຮັບ-ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດທີ່ຈະເຂົ້າມາທ່ຽວ ຢູ່ແຂວງເຊກອງ.
ຂ່າວ:ພຸດທະສອນ