ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ແຂວງເຊກອງຈັດພິທີເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ມິດຕະ ພາບລາວ-ຫວຽດນາມ ຂຶ້ນໃນວັນທີ 1 ກໍລະກົດ 2022 ທີ່ສູນການຄ້າແຂວງເຊກອງ, ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ວໍ ຊວນ ກາ ຄະນະປະຈໍາພັກແຂວງ, ປະທານແນວໂຮມແຫ່ງຊາດຫວຽດນາມ ແຂວງກວາງນາມ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ທ່ານຮອງເລຂາພັກແຂວງສາລະວັນ, ຮອງເຈົ້າແຂວງຈໍາປາສັກ ສປປ ລາວ, ຕາງຫນ້າການນໍາແຂວງກວາງນາມ, ເທື່ອທຽນເຫວ້, ກອນຕູມ, ນະຄອນດານັງ ສສ ຫວຽດນາມ, ຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.
ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ຫົວໜ້າຈັດງານວາງສະແດງສິນຄ້າໄດ້ກ່າວວ່າ:ການຈັດງານວາງສະແດງສິນຄ້າມິດຕະພາບ ລາວ- ຫວຽດນາມ ທີ່ແຂວງເຊກອງໃນຄັ້ງນີ້, ເປັນເຫດການທີ່ມີຄວາມໝາຍສໍາຄັນຍິ່ງ ເຊິ່ງໄດ້ເປັນການປະກອບສ່ວນສ້າງ ຂະບວນການໃຫ້ແກ່ການຈັດຕັ້ງປະຕິບັດການສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ລາວ-ຫວຽດ ນາມ 2022″ ວັນເຊັນສັນຍາມິດຕະພາບ ແລະການຮ່ວມມື ຄົບຮອບ 42 ປີ (18/7/1977 18/7/2022) ແລະວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962 5/9/ 2022) ແລະວັນສໍາຄັນຕ່າງໆ ຂອງພັກ-ຂອງຊາດ ໃຫ້ມີບັນຍາກາດຟົດຟື້ນ, ພ້ອມດຽວກັນນີ້ ກໍເປັນການເລັງໃສ່ຍົກສູງກຳລັງແຮງພັດທະນາແຂວງເຊກອງ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຮັບປະກັນການຜະລິດກະສິກຳສະອາດປອດສານພິດຕາມທິດສີຂຽວ ແລະຍືນຍົງ, ສົ່ງເສີມການລົງທຶນ, ພັດທະນາອຸດສາຫະກຳ, ການຄ້າ, ການທ່ອງທ່ຽວ ໃຫ້ໄດ້ຄຸນນະພາບຕິດພັນກັບການພັດທະນາສັງຄົມ ຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກຕອນໃຕ້ທີ່ສັ້ນທີ່ສຸດ.
ການຈັດງານໃນຄັ້ງນີ້ ຈຸດປະສົງຫຼັກ ກໍເພື່ອເປັນການເປີດກ້ວາງ, ເປີດໂອກາດ ລວມທັງເປັນ ການຊຸກຍູ້, ສົ່ງເສີມ ແລະສະໜັບສະໜູນໃຫ້ຜູ້ຜະລິດ, ຜູ້ປະກອບການ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ໄດ້ມີການພົວພັນແລກປ່ຽນ ຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ລະຫວ່າງ 4 ແຂວງພາກໃຕ້ ສປປ ລາວ ກັບ 4 ແຂວງພາກກາງ ສສ ຫວຽດນາມ ເວົ້າສະເພາະ, ເວົ້າລວມ ແມ່ນສອງຊາດ ລາວ-ຫວຽດນາມ ໃຫ້ຖືກຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ.
ທັງນີ້ກໍເພື່ອເປັນການກະຕຸກຊຸກຍູ້, ສົ່ງເສີມສິນຄ້າພູມປັນຍາຂອງທ້ອງຖິ່ນ, ກຸ່ມຜູ້ຜະລິດ-ປຸງແຕ່ງ ຜະລິດຕະພັນ ແລະສິນຄ້າອຸປະໂພກ, ບໍລິໂພກທົ່ວໄປ, ພິເສດແມ່ນສິນຄ້າໂອດອບ ຂອງແຂວງເຊກອງ ແລະບັນດາແຂວງໃກ້ຄຽງ ທັງພາຍໃນ ແລະຕ່າງປະເທດ ທີ່ໄດ້ນຳສິນຄ້າຂອງຕົນມາວາງສະແດງ ແລະຈຳໜ່າຍອອກສູ່ສາຍຕາຂອງທົ່ວສັງຄົມອີກດ້ວຍ.
ເຊິ່ງສິນຄ້າທີ່ນໍາມາວາງສະແດງ ແລະຈໍາໜ່າຍໃນຄັ້ງນີ້ ສ່ວນໃຫຍ່ກໍລ້ວນແຕ່ເປັນສິນຄ້າທີ່ເປັນທ່າແຮງຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຂອງບັນດາແຂວງ, ເຊິ່ງມີຈຳນວນເຂົ້າຮ່ວມທັງໝົດ 104 ຫົວໜ່ວຍ, ມີຫ້ອງເພື່ອວາງສະແດງສິນຄ້າຈໍານວນ 90 ຫ້ອງ ລວມມູນຄ່າສິນຄ້າທີ່ມາວາງສະແດງທັງໝົດ 4,9 ຕື້ກວ່າກີບ, ໃນນີ້, ລວມມູນຄ່າສິນຄ້າພາຍໃນປະເທດ 900 ລ້ານກວ່າກີບ ແລະລວມສິນຄ້ານຳເຂົ້າຈາກຕ່າງປະເທດ ເກືອບ 4 ຕື້ກີບ.
ຈາກນັ້ນ ຄະນະປະທານທັງສອງຝ່າຍ ໄດ້ໃຫ້ກຽດຕັດແຖບຜ້າ ແລະ ທ່ານ ມະໄລທອງ ກົມມະສິດ ກໍໃຫ້ກຽດລັ່ນຄ້ອງ 9 ບາດ ເພື່ອເປັນການເປີດງານຢ່າງເປັນທາງການ; ນອກຈາກນີ້ ຄະນະນໍາ ແລະແຂກເຂົ້າຮ່ວມ ຕະຫຼອດຮອດປະຊາຊົນບັນດາເຜົ່າຊາວແຂວງເຊກອງ ໄດ້ທ່ຽວຊົມງານວາງສະແດງ ແລະ ຈໍາໜ່າຍສິນຄ້າຢ່າງຄຶກຄື້ນມ່ວນຊື່ນ.
ຂ່າວ: ພຸດທະສອນ