ວັນທີ 7 ມີນາ 2022 ຢູ່ທີ່ຫ້ອງປະຊູມຫ້ອງວ່າການແຂວງຫຼວງນ້ຳທາ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊ່ວງກະສິກຳ ແລະ ປ່າໄມ້ ຕາງ ໜ້າໂດຍກົມພັດທະນາຊົນນະບົດ ແລະ ອົງການ ເຮວວີຕັສປະຈຳລາວ ກ່ຽວກັບໂຄງການປັບປຸງຄ້ຳປະກັນສະບຽງອາຫານ ແລະ ໂພສະນາການຢູ່ເຂດພູດອຍ ພາກເໜືອໄລຍະ 2 ໃຫ້ກຽດເຂົ້້າຮ່ວມໂດຍ ທ່ານ ອ່ອນຈັນ ຄຳພາວົງ ຮອງເຈົ້າແຂວງໆຫຼວງນ້ຳທາ ທ່ານ ອາໂນສັກ ແພງທີມມະວົງ ຮອງຫົວໜ້າກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້ ທ່ານ ກຼາດສປາ ໂກຼດເຊັນບາເດີ ອຳນວຍການ ອົງການ ເຮວວີຕັສປະຈຳລາວ ມີບັນດາຫົວໜ້າພະແນກ ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ຕາງໜ້າອີຢູປະຈຳລາວ ຕາງໜ້າເປົ້າໝາຍໂຄງການ 3 ແຂວງຄື: ແຂວງຫຼວງພະບາງ ແມ່ນເມືອງງອຍ, ແຂວງຫຼວງນໍ້າທາ ແມ່ນເມືອງວຽງພູຄາ ແລະ ແຂວງບໍ່ແກ້ວ ແມ່ນເມືອງຫ້ວຍຊາຍ ແລະ ເມືອງເມີງ ພ້ອມທັງພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊູມໄດ້ນຳສະເໜີໂດຍຫຍໍ້ ກ່ຽວກັບຄວາມເຂົ້າໃຈໂຄງການ ໂຄງການປັບປຸງການຄ້ຳປະກັນສະບຽງອາຫານ ແລະ ໂພສະນາການຢູ່ເຂດພູດອຍພາກເໜືອ ໄລຍະ 2 ແມ່ນລວມເອົາສີ່ງທີພົບເຫັນໃນໂຄງການໄລຍະ 1 ມາພັດທະນາ ປັບປຸງ ແລະ ແກ້ໄຂ ແນໃສ່ປັບປຸງການຜະລິດສະບຽງອາຫານໃຫ້ມີທາງເລືອກທີ່ຫຼາກຫຼາຍ ຄຸ້ມຄອງຊັບພະຍາກອນທຳ ມະຊາດໃຫ້ເປັນແຫຼ່ງອາຫານ ແລະ ແຫຼ່ງສ້າງລາຍຮັບທີ່ຍືນຍົງ ໂດຍການເຮັດວຽກກັບຊູມຊົນເປັນເຈົ້າການ ໄລຍະປະຕິບັດໂຄງ ການ ແຕ່ເດືອນ ກໍລະກົດ 2020 – ເດືອນ ມີຖຸນາ 2024 ພື້້ນທີ່ເປົ້າ ໝາຍໂຄງການທັງໝົດ 38 ບ້ານຄື: ແຂວງຫຼວງພະບາງ ເມືອງງອຍ 15 ບ້ານ ,ແຂວງຫຼວງນ້ຳທາ ເມືອງວຽງພູຄາ 15 ບ້ານ ແລະ ແຂວງບໍ່ແກ້ວ ເມືອງຫ້ວຍຊາຍ 4 ບ້ານ ແລະ ເມືຶອງເມີງ 4 ບ້ານ ຜູ້ໄດ້ຮັບຜົນປະໂຫຍດທັງໝົດ 21.613 ຄົນ ຍີງ 10.788 ຄົນ 3.856 ຄົວເຮືອນ ງົບປະມານຂອງໂຄງການທັງໝົດແມ່ນ 996.676 ເອີໂຣ ໂດຍການສະ ໜັບສະໜູນຂອງສະຫະພາບເອີຣົບ ແລະ ອົງການເຮວວີຕັສ ເຢຍລະມັນ ກິດຈະກຳໂຄງການທີ່ປະສົບຜົນສຳເລັດຫຼາຍແມ່ນ ການສືກສາດ້ານໂພສະນາການ ສຸຂະພາບ ສຸຂະອະນາໄມ ການສະໜອງນ້ຳ ແລະ ວິດຖ່າຍ ສວນຜັກ ຕົ້ນໄມ້ກີນໝາກ ການລ້ຽງແບ້ ແລະ ເຂດອານຸລັກສຳຫຼັບອາຫານຢູ່ໃນປ່າ ແລະ ສັດນ້ຳ. ໂຄງການແມ່ນ ປະຕິບັດແຜນໂພສະນາການແຫ່ງຊາດ ເພື່ອປັບປູງຊີວິດການເປັນຢູ່ຂອງປະຊາຊົນເຂດຊົນນະບົດໃຫ້ດີຂື້ນ ເພື່ອສະໜັບສະໜູນວຽກງານໂພສະນາການທີ່ມີຄຸນນະພາບ ໃຫ້ແກ່ບັນດາບ້ານເປົ້າໝາຍ ໃນເຂດຊົນນະບົດຫ່າງໄກຊອກຫຼີກ ເຮັດໃຫ້ໂຕເລກຂາດສານອາຫານຫຼຸດລົງ ພ້ອມທັງສ້າງຂີດຄວາມສາມາດໃຫ້ແກ່ຄູ່ຮ່ວມງານທັງພາກລັດ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ສາມາດປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດທະກິດ – ສັງຄົມ 5 ປີຄັ້ງທີ 9 ໃຫ້ປະກົດຜົນເປັນຈີງ.
ໂອກາດນີ້ກໍ່ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງກະສິກຳ ແລະ ປ່າໄມ້ ວ່າດ້ວຍການອະນຸມັດໃຫ້ກົມພັດທະນາຊົນນະບົດເຊັນບົດບັນທືກຄວາມເຂົ້້າໃຈ ຮັບເອົາໂຄງ ການປັບປຸງຄ້ຳປະກັນສະບຽງອາຫານ ແລະ ໂພສະນາການຢູ່ເຂດພູດອຍພາກເໜືອໄລຍະ 2 ແລະ ຂໍ້ຕົກລົງຂອງກະຊວງການຕ່າງປະເທດ ວ່າດ້ວຍການຮັບເອົາໂຄງການຊ່ວຍເຫຼືອລ້າອົງການ ເຮວວີຕັສປະຈຳລາວພ້ອມທັງລົງນາມເຊັນບົດບັນທືກຮ່ວມກັນ ລະຫວ່າງ ທ່ານ ອາໂນສັກ ແພງທີມມະວົງ ຮອງຫົວໜ້າກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້ ກັບ ທ່ານ ກຼາດສປາ ໂກຼດເຊັນບາເດີ ອຳນວຍການ ອົງການ ເຮວວີຕັສປະຈຳລາວ ໂດຍຊ່ອງໜ້າຜູ້ເຂົ້າຮ່ວມເປັນສັກຂີພິຍານ.
ຂ່າວ: ມຸນຕີ

