ໃນວັນທີ 07 ເມສາ 2022 ທີ່ ອົງການໄອຍະການປະຊາຊົນ ແຂວງ ຈຳປາສັກ ໄດ້ມີພິທີ ເຊັນບົດບັນທຶກຊ່ວຍຈຳ MOU ເພີ່ມທະວີການຮ່ວມມື ລະຫວ່າງ ອົງ ການໄອຍະການປະຊາຊົນແຂວງ ຈຳປາສັກ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ແລະ ອົງການໄອຍະການປະຊາຊົນແຂວງ ເທື່ອທຽນເຫວ້ ສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ.

ຕາງໜ້າ ຄະນະຜູ້ແທນອົງການໄອຍະການ ປະຊາຊົນແຂວງເທື່ອທຽນເຫ້ວ ສາທາລະນະລັດ ສັງ ຄົມນິຍົມ ຫວຽດນາມ ລົງນາມໂດຍ ສະ ຫາຍ ຫງວຽນແທັງ ຮ້າຍກຳມະ ການພັກແຂວງ, ສະ ມາຊິກສະພາແຫ່ງຊາດ, ຫົວໜ້າອົງການໄອຍະການປະຊາຊົນແຂວງ ເທື່ອທຽນເຫ້ວ,ຝ່າຍອົງ ການໄອຍະການປະຊາຊົນແຂວງ ຈຳປາສັກ ລົງ ນາມໂດຍທ່ານ ຄຳມ່ວນ ພິລາພອນເດດ ກຳມະການພັກແຂວງ ສະມາຊິກສະພາແຫ່ງ ຊາດປະຈຳເຂດເລືອກຕັ້ງທີ 15 ຫົວໜ້າອົງການ ໄອຍະການປະ ຊາຊົນແຂວງ ຈຳປາສັກ.
ການເຊັນບົດບັນທຶກມີຂຶ້ນໃນໂອກາດການມາຢ້ຽມຢາມ ແລະ ເຮັດວຽກ ແລກປ່ຽນຖອດຖອນບົດຮຽນ ທີ່ແຂວງຈຳປາສັກຂອງຄະນະຜູ້ແທນອົງການໄອຍະການປະຊາຊົນແຂວງ ເທືອທຽນເຫວ້ ໃນວັນທີ 6-7 ເມສາ 2022.

ຊຶ່ງຄະນະຜູ້ແທນສອງຝ່າຍໄດ້ເອກະພາບຕີລາຄາສູງ ແລະ ໃຫ້ຄໍາໝັ້ນສັນຍາ ຈະສືບຕໍ່ຜັນຂະຫຍາຍສາຍພົວພັນ ມິດຕະ ພາບທີ່ເປັນມູນເຊື້ອມິດຕະພາບ ບົນຈິດໃຈຄວາມສາມັກຄີພິເສດ ແລະ ການຮ່ວມມືອັນເລິກເຊິ່ງ ລະຫວ່າງອົງການໄອ ຍະການປະຊາຊົນສອງແຂວງ,ບົນຈິດໃຈຄວາມສາມັກຄີພິເສດ, ຄວາມສະເໝີພາບ ແລະ ຄວາມເຄົາລົບເຊິ່ງກັນ ແລະ ກັນ, ສອງຝ່າຍໄດ້ເອກະ ພາບກັນດ້ານເນື້ອໃນ ແລະ ແຜນການຮ່ວມມືຢູ່ໃນຕໍ່ໜ້າດັ່ງນີ້:
1. ສອງຝ່າຍສືບຕໍ່ຮັກສາ ແລະ ພັດທະນາສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທຸກດ້ານ ລະຫວ່າງສອງພັກ,ສອງລັດ ຖະບານ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ, ເປັນຕົ້ນແມ່ນສາຍພົວພັນມິດຕະພາບການຮ່ວມມືລະຫວ່າງ ອົງການໄອຍະການປະຊາຊົນແຂວງຈໍາປາສັກ ແລະ ອົງການໄອຍະການປະຊາ ຊົນແຂວງ ເທື່ອທຽນເຫ້ວ.
2. ສອງຝ່າຍຈະສືບຕໍ່ຈັດຕັ້ງປະ ຕິບັດແລກປ່ຽນບົດຮຽນ ແລະ ວຽກງານໄອຍະການ ລະຫວ່າງ ສອງແຂວງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງແຕ່ລະຝ່າຍ, ອົງການໄອຍະການ ປະຊາ ຊົນແຂວງເທື່ອທຽນເຫ້ວ ກຽມ ພ້ອມໃຫ້ການຊ່ວຍເຫຼືອ ດ້ານການກໍ່ສ້າງພະນັກງານ, ສະມາຊິກອົງການໄອ ຍະການປະຊາຊົນແຂວງຈຳປາສັກ ຢູ່ໃນຂົງເຂດຕົວຈິງ ຖ້າມີຄວາມຮຽກຮ້ອງຕ້ອງ ການ ແລະ ຝ່າຍອົງອົງການໄອຍະ ການປະຊາຊົນແຂວງເທື່ອທຽນເຫ້ວ ກໍ່ຕອບສະໜອງໃຫ້ໄດ້.
3. ສອງຝ່າຍສືບຕໍ່ປະສານສົມທົບຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ບັນດາຄວາມຮຽກຮ້ອງຕ້ອງ ການຊ່ວຍເຫຼືອທາງ ດ້ານກົດ ໝາຍເຊິ່ງກັນແລະກັນໃນເລື່ອງທາງແພ່ງ ແລະ ທາງອາຍາ ພາຍ ໃຕ້ຂໍ້ກໍານົດຂອງສອງປະ ເທດ ຫວຽດນາມແລະ ລາວ.
4. ສອງຝ່າຍຕົກລົງເຫັນດີເປັນເອກະພາບເປັນເຈົ້າພາບຈັດກອງປະຊຸມສະຫຼັບກັບ 1 ປີ ຕໍ່ຄັ້ງ. ປີ 2023 ອົງການໄອ ຍະການປະ ຊາຊົນແຂວງເທື່ອທຽນເຫ້ວ ຈະເປັນເຈົ້າພາບເປີດກອງປະຊຸມ.

ກ່ຽວກັບໄລຍະເວລາ ອົງການໄອຍະການ ປະຊາຊົນ ສອງຝ່າຍ ຈະປະສານສົມທົບຄວາມເປັນເອກະ ພາບນຳກັນ; ຫລັງຈາກນັ້ນຈະແຈ້ງເຖິງການນຳອົງການໄອ ຍະການປະຊາຊົນ ສູງສຸດ ແລະ ການນໍາຂອງສອງທ້ອງຖີ່ນຮັບຊາບ ໂດຍຜ່ານພະແນກການຕ່າງປະ ເທດທັງສອງແຂວງ.

ເກດສະໜາ ແກ້ວສຸວັນນະແສງ