ວັນທີ 22 ກໍລະກົດ 2021,ຢູ່ໂຮງແຮມຈໍາປາສັກແກຣນ ນະຄອນປາກເຊ ໄດ້ມີພິທີເຊັນສັນຍາທີ່ປຶກສາ ເພື່ອສໍາຫຼວດ-ອອກແບບ ແລະ ຄຸ້ມຄອງໂຄງການພັດທະນາລະບົບສະໜອງນ້ໍາປະປາພາກໃຕ້ ແຂວງຈໍາປາສັກ ແລະ ແຂວງສາລະວັນ.

ໃນພິທີ ທ່ານ ປອ.ວິໄລວົງ ບຸດດາຄໍາ ເຈົໍ້າແຂວງຈໍາປາສັກ ໄດ້ມີຄໍາເຫັນ ໂດຍຕີລາຄາສູງຕໍ່ໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ ແຂວງຈໍາປາສັກ ແລະ ແຂວງສາລະວັນຊຶ່ງມີຄວາມສໍາຄັນຫຼາຍ ອັນຈະນໍາປະໂຫຍດມະຫາ ສານຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄືຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂຶ້ນ ດ້ວຍການຊົມໃຊ້ນໍ້າປະປາທີ່ສະອາດ,ປອດໄພ ໂດຍສະເພາະບັນດາບ້ານ,ເມືອງທີ່ນອນໃນໂຄງການໃຫ້ຫຼາຍຂຶ້ນກ່ວາເກົ່າ .ໂຄງການນີ້ແມ່ນໜື່ງໃນຫຼາຍໂຄງການທີ່ເກີດຂື້ນໄດ້ໂດຍການຮ່ວມມືອັນສະໜິດແໜ້ນແລະ ມີໝາກຜົນ ລະຫວ່າງແຂວງຈໍາປາສັກ ສປປລາວ ກັບ ສາທາລະນະລັດ ເກົາຫຼີ . ຈາກນີ້ ທ່ານ ພູທົງ ຄໍາມະນີວົງ ຮອງເຈົໍ້າແຂວງສາລະວັນ ແລະ ທ່ານ Lee, Dong Geon ຜູ້ຕາງໜ້າກອງທຶນຮ່ວມພັດທະນາເສດຖະກິດ ແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ ໄດ້ຜັດປ່ຽນກັນຂຶ້ນມີຄໍາເຫັນ ຕໍ່ການເຊັນສັນຍາທີ່ປຶກສາ ເພື່ອສໍາຫຼວດ-ອອກແບບ ແລະ ຄຸ້ມຄອງໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້.

ທ່ານ ບາສີ ພອນແກ້ວ ຫົວໜ້າໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ ໄດ້ຕາງໜ້າພະແນກ ຍທຂ ແຂວງຈໍາປາສັກ ກ່າວວ່າ: ຈຸດປະສົງ ແລະ ເປົ້າໝາຍຂອງໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ ຕົໍ້ນຕໍ ແມ່ນເພື່ອຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນໃນບັນດາບ້ານເປົໍ້າໝາຍ ດ້ວຍການສະໜອງນໍ້າສະອາດ, ປາສະຈາກພະຍາດ ທີ່ເກີດຈາກນ້ໍາ ແລະ ມີສຸຂະອານາໄມທີ່ດີ ໂດຍການປັບປຸງ ແລະກໍ່ສ້າງ ລະບົບສະໜອງນ້ໍາປະປາ ຢູ່ບັນດາເມືອງຂອງແຂວງຈໍາປາສັກ ທີ່ຍັງບໍ່ທັນມີນໍ້າປະປາ ຄື: ເມືອງມຸນລະປາໂມກ, ເມືອງສຸຂຸມາ, ເມືອງປະທຸມພອນ, ເມືອງປາກຊ່ອງ,ເມືອງບາຈຽງຈະເລີນສຸກ, ເມືອງຊະນະສົມບູນ, ເມືອງຈໍາປາສັກ, ນະຄອນປາກເຊ(ເພີ່ມກໍາລັງຜະລິດ) ແລະ ອີກໜຶ່ງເມືອງຂອງແຂວງສາລະວັນ ຄື: ເມືອງສາລະວັນ(ເພີ່ມກໍາລັງຜະລິດ).ໂຄງການດັ່ງກ່າວແມ່ນໄດ້ເລີ່ມສຶກສາຄວາມເປັນໄປໄດ້ແຕ່ກາງປີ 2019, ມາຮອດເດືອນພະຈິກ ປີ 2020. ລັດຖະບານ ສປປ ລາວ ໄດ້ເຊັນສັນຍາກູ້ຢືມທຶນ ຈາກກອງທຶນຮ່ວມມື ເພື່ອພັດທະນາເສດຖະກິດ ປະເທດ ສ.ເກົາຫຼີ ໂດຍແມ່ນພະແນກ ຍທຂ ແຂວງຈໍາສັກ ເປັນຜູ້ຈັດຕັໍ້ງປະຕິບັດ.ໂຄງການໄດ້ເລີມຈັດຕັໍ້ງການປະມູນເອົາບໍລິສັດທີ່ປຶກສາ ແຕ່ວັນທີ16 ພະຈິກ 2020 ແລະ ສໍາເລັດ ໃນວັນທີ 26 ກຸມພາ 2021 ເຊິ່ງໄດ້ຜ່ານການເຫັນດີຮັບຮອງເອົາຈາກກອງທຶນຮ່ວມມື ເພື່ອການພັດທະນາເສດຖະກິດ ຂອງ ສ.ເກົາຫຼີ ເຫັນດີໃຫ້ພະແນກ ຍທຂ ແຂວງຈໍາປາສັກ ເຊັນສັນຍາ ກັບ ບໍລິສັດທີ່ປຶກສາ JV of KUNWHA Engineering & Consulting Co., Ltd. ແລະ ISAN Corporation ໃນຄັໍ້ງວັນທີ 15 ມີນາ 2021 ເພື່ອເປັນທີ່ປຶກສາໂຄງການ ໃນມູນຄ່າ 4.128.000 ໂດລາສະຫະລັດ ເຊິ່ງການຈັດຕັໍ້ງປະຕິບັດແມ່ນແບ່ງອອກເປັນສອງໄລຍະຄື:ໄລຍະທີ 1 ເປັນໄລຍະການສໍາຫຼວດ-ອອກແບບລະອຽດ ແລະ ປະມູນເອົາຜູ້ຮັບເໝົາກໍ່ສ້າງ; ໄລຍະທີ 2 ເປັນໄລຍະຕິດຕາມການກໍ່ສ້າງ. ສໍາລັບພິທີເຊັນສັນຍາຄັ້ງນີ້ ແມ່ນເພື່ອເປັນການຮັບຮູ້ - ຢັ້ງຢືນ ຄືນ ທັງຮ່ວມເປັນສັກຂີພະຍານ ກາຽວກັບສັນຍາການສໍາຫຼວດ- ອອກແບບ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດໂຄງການ.

ໂອກາດນີ້ທ່ານ Kim, Jong Tae ຕາງໜ້າ ບໍລິສັດທີ່ປຶກສາໂຄງການ ໄດ້ສະເໜີຕື່ມວ່າ: ໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ ນີ້ ຈະກວມພື້ນທີ່ 306 ບ້ານຂອງແຂວງຈໍາປາສັກ ແລະ 128 ຂອງແຂວງສາລະວັນ ທີ່ຈະໄດ້ຮັບນໍ້າສະອາດຈາກໂຄງການ, ໜ້າວຽກທໍາອິດທີ່ຈະຈັດຕັ້ງປະຕິບັດ ແມ່ນການກໍ່ສ້າງຫໍສູບນໍ້າ ທີ່ສາມາດສູບນໍ້າໄດ້ 47.350 ແມັດກ້ອນ/ວັນ. ຈາກນັ້ນ ແມ່ນກໍ່ສ້າງໂຮງງານຜະລິດນໍ້າປະປາ ດ້ວຍກໍາລັງການຜະລິດ 20.600 ແມັດກ້ອນ/ວັນ ເພື່ອຜະລິດນໍ້າສະອາດ. ຈາກນັ້ນ ທ່ານ Kim, Jong Tae ຍັງໄດ້ອະທິບາຍຂັ້ນຕອນຕ່າງໆ ໃນການຜະລິານໍ້າ.ປະປາ ທີ່ສະອາດ ຕື່ມອີກ.

ຕອນທ້າຍພິທີ ກໍມີການເຊັນສັນຍາ ລະຫວ່າງ ພະແນກ ຍທຂ ແຂວງຈໍາປາສັກ ລົງນາມໂດຍ ທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກ ຍທຂ ແຂວງ ແລະ ບໍລິສັດ ທີ່ປຶກສາ ລົງນາມໂດຍ ທ່ານ Kim, Jong Tae ຕາງໜ້າ ບໍລິສັດທີ່ປຶກສາໂຄງການ ໂດຍມີ ທ່ານ ປອ.ວິໄລວົງ ບຸດດາຄໍາ ເຈົໍ້າແຂວງຈໍາປາສັກ, ທ່ານ ພູທົງ ຄໍາມະນີວົງ ຮອງເຈົໍ້າແຂວງສາລະວັນ, ທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ), ທ່ານ Lee Dong Geon ຜູ້ຕາງໜ້າກອງທຶນຮ່ວມພັດທະນາເສດຖະກິດ ແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ, ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງຈໍາປາສັກ ແລະ ການນໍາຈາກກົມກ່ຽວຂ້ອງຂອງສູນກາງ, ການນໍາແຂວງ, ການນໍາພະແນກ ຍທຂ ແຂວງຈໍາປາສັກ, ສາລະວັນ, ການນໍານະຄອນປາກເຊ, ການນໍາ 7 ເມືອງຂອງແຂວງຈໍາປາສັກ, ການນໍາເມືອງສາລະວັນ ແຂວງສາລະວັນ ແລະ ພາກສ່ວນທີ່ກ່ຽວຂ້ອງໃນ 2 ແຂວງ ເຂົ້າຮ່ວມ.
ເເກດສະໜາ ແກ້ວສຸວັນນະແສງ