ກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ຊະນະການປະມູນໂຄງ ການປັບປຸງ ແລະ ສ້ອມ ແປງທາງເລກ 13 ເໜືອ ໄລຍະທາງແຕ່ສີໄຄ, ເມືອງສີໂຄດຕະບອງ ຫາ ສີເກີດ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ, ລວມມູນຄ່າໂຄງການທັງໝົດ 10.294.408,44 ໂດລາສະຫະລັດ. ພິທີເຊັນສັນ ຍາໂຄງການປັບປຸງ ແລະ ສ້ອມແປງທາງດັ່ງກ່າວ ຈັດຂຶ້ນໃນຕອນຄໍ່າວັນທີ 29 ກັນຍາ 2023 ທີ່ໂຮງແຮມລາວພາຊ່າ, ນະຄອນຫລວງວຽງຈັນ ໂດຍມີ ທ່ານ ງາມປະສົງ ເມືອງມະ ນີ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຮົວ ແສງອາລຸນ,ປະທານ ກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ, ພ້ອມດ້ວຍແຂກຮັບເຊີນເຂົ້າຮ່ວມ.
ທ່ານ ລັດສະໝີ ອະລິຍະວົງສິງ, ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ໄລຍະທາງນະຄອນ ຫຼວງວຽງຈັນ ຫາ ໂພນໂຮງ, ແຂວງວຽງຈັນ ລາຍງານໃຫ້ຮູ້ວ່າ: ໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ໄລຍະທາງແຕ່ ສີໄຄ ຫາ ສີເກີດ ມີຄວາມລວງຍາວ 6 ກິໂລ ແມັດ, ເປັນໂຄງການສືບຕໍ່ຈາກໄລຍະທາງສີເກີດ ຫາ ໂພນໂຮງ (ລວງຍາວ 58 ກິໂລແມັດ) ທີ່ສຳເລັດການກໍ່ສ້າງໃນກາງປີ 2023 ນີ້, ໂດຍໄດ້ຮັບທຶນເງິນກູ້ດອກເບ້ຍຕ່ຳຈາກ 3 ສະຖາບັນການເງິນ ຄື: ທະນາຄານໂລກ (World Bank), ທະນາຄານການລົງທຶນໂຄງລ່າງພື້ນຖານອາຊີ (Asian Infrastructure Investment Bank AIIB) ແລະ ກອງທຶນຂອງກຸ່ມປະເທດນໍດິກ ເພື່ອການພັດທະນາ (Nordic Development Fund – NDF), ລວມທັງທຶນສົມທົບຂອງລັດຖະບານລາວ. ຜູ້ໃຫ້ທຶນໄດ້ອະນຸມັດສືບຕໍ່ສັນຍາກູ້ຢືມອອກໄປອີກໄລ ຍະເວລາ 22 ເດືອນຈາກວັນທີ 31 ພຶດສະ ພາ 2023 ທີ່ເປັນມື້ໝົດອາຍຸເບື້ອງຕົ້ນຈົນຮອດວັນທີ 31 ເດືອນມີນາ ປີ 2025 ເພື່ອກວມເອົາວຽກປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ໄລຍະທາງແຕ່ສີໄຄ ຫາ ສີເກີດ ໃຫ້ໄດ້ຮັບການກໍ່ສ້າງສໍາເລັດທັງ ໝົດໃນຕົ້ນປີ 2025. ສະນັ້ນ ໄລຍະກໍ່ສ້າງທາງ ໄລຍະ 6 ກິໂລແມັດນີ້ ຈະປະ ກອບມີ 2 ແລ້ງ ແລະ 1 ຝົນ ນັບແຕ່ເວລານີ້ເປັນຕົ້ນໄປ.
ການປັບປຸງໄລຍະທາງທາງ 6 ກິໂລແມັດດັ່ງກ່າວ ຈະໃຊ້ເວລາທັງໝົດ 18 ເດືອນ. ຈາກນັ້ນ ຈະສືບຕໍ່ເປັນໄລຍະສ້ອມແປງບຳລຸງຮັກສາໄປອີກ 36 ເດືອນ, ລວມໄລຍະເວ ລາຂອງສັນຍາເປັນທັງໝົດ 54 ເດືອນ ຊຶ່ງເປັນສັນຍາແບບມອບເໝົາ (OPBRC) ຈ່າຍຕາມຜົນສໍາເລັດຂອງຕອນທາງຍ່ອຍທີ່ເຮັດແລ້ວໄດ້ຕາມແຜນການທີ່ອະນຸມັດ ແລະ ຕາມມາດຕະຖານເຕັນນິກທີ່ກຳນົດໄວ້ໃນສັນຍາ. ສັນຍາມອບເໝົາດັ່ງກ່າວ ເປັນເອກະສານປະມູນມາດຕະຖານຂອງຜູ້ໃຫ້ທຶນທີ່ອະນຸມັດໃຫ້ນໍາໃຊ້ໃນໂຄງການດັ່ງກ່າວນີ້.
ສ່ວນການແກ້ໄຂສິ່ງກີດຂວາງຕາມແລວທາງສອງຂ້າງ ເຂດເມືອງສີໂຄດຕະບອງ ແລະ ເຂດເມືອງນາຊາຍທອງ ແລະ ເບີກຈ່າຍຄ່າຊົດເຊີຍໃຫ້ແກ່ປະຊາຊົນ ໄດ້ດຳເນີນມາແຕ່ເດືອນມີນາ 2023 ເປັນຕົ້ນມາ, ໄລຍະທາງ 6 ກິໂລ ແມັດນີ້ ມີຈໍານວນຄອບ ຄົວທີ່ຖືກກະທົບຈາກໂຄງການ ທັງໝົດ 588 ຄອບຄົວ, ມາຮອດປັດຈຸບັນ ໄດ້ເບີກຈ່າຍສໍາເລັດແລ້ວທັງໝົດ 392 ຄອບຄົວ ຄາດວ່າອີກປະມານ 2 ອາທິດຂ້າງໜ້າ ຈະສຳເລັດ 532 ຄອບຄົວ ແລະ ຍັງຈະສືບຕໍ່ຈ່າຍຄ່າຊົດເຊີຍໃຫ້ສຳເລັດທັງໝົດກ່ອນມອບສະໜາມກໍ່ສ້າງໃຫ້ຜູ້ຮັບເໝົາໃນເດືອນຕຸລາ 2023 ເພື່ອລົງມືວຽກກໍ່ສ້າງຢູ່ສະໜາມ.
ທ່ານ ລັດສະໝີ ອະລິຍະວົງສິງ ໃຫ້ຮູ້ຕື່ມວ່າ: ການປັບປຸງເສັ້ນທາງ 6 ກິໂລແມັດນີ້ ເປັນການຂະຫຍາຍໜ້າທາງຕາມແລວທາງເກົ່າໃຫ້ກວ້າງອອກຕື່ມຈາກໜ້າທາງເກົ່າກວ້າງ 7-8 ແມັດ, ປູຢາງສອງຊັ້ນແຕ່ເກົ່າ, ມີ 2 ຊ່ອງຈະລາຈອນໄປ-ກັບ, ໃຫ້ມາ ເປັນໜ້າທາງກວ້າງລວມ 20-23 ແມັດ, ໜ້າທາງປູດ້ວຍເບຕົງຊີມັງເສີມເຫຼັກ, ມີ 4 ຊ່ອງຈະລາຈອນໄປ-ກັບ, ລວມທັງດອນກາງທາງ, ໄຟເຍືອງທາງ, ປ້າຍຈະລາຈອນ, ຂີດເສັ້ນໜ້າທາງ, ລະບົບໄຟອຳນາດຂອງທາງແຍກ, ລະບົບໄຟທາງຄົນຍ່າງຂ້າມທາງ, ທາງມ້າລາຍ, ລະ ບົບການລະບາຍນໍ້າອອກຈາກແລວທາງ ແລະ ທາງຍ່າງທັງ ສອງເບື້ອງ.
ສໍາລັບການປະມູນ ແມ່ນການແຂ່ງຂັນເປີດກວ້າງແບບສາກົນຕາມລະບຽບການຂອງຜູ້ໃຫ້ທຶນ, ມີບໍລິສັດສົນ ໃຈເຂົ້າຮ່ວມຊື້ຊອງປະມູນທັງໝົດ 42 ບໍລິສັດ (ລາວ 21 ບໍລິ ສັດ, ຈີນ 18 ບໍລິສັດ, ຫວຽດນາມ 1 ບໍລິສັດ, ໄທ 1 ບໍລິ ສັດ ແລະ ຍີ່ປຸ່ນ 1 ບໍລິສັດ). ຮອດເວລາຍື່ນຊອງປະມູນ ມີ 15 ບໍລິສັດມາຍື່ນຊອງ (ລາວ 10 ບໍລິສັດ ແລະ ຈີນ 5 ບໍລິ ສັດ). ຜົນການຕີລາຄາຄັດເລືອກເອົາຜູ້ຮັບເໝົາ ໄດ້ສຳເລັດ ແລະ ໄດ້ຮັບອະນຸມັດຈາກຜູ້ໃຫ້ທືນໃນວັນທີ 21 ກໍລະກົດ 2023 ແລະ ຈາກ ກະຊວງ ໂຍທາທິການ ແລະ ຂົນສົ່ງໃນວັນທີ 8 ສິງຫາ 2023 ຄື ຮັບຮອງເອົາກຸ່ມບໍລິສັດ ຕັງຈະ ເລີນ ຈຳກັດ ເປັນຜູ້ທີ່ມີເງື່ອນໄຂຄົບຖ້ວນ ແລະ ຊະນະການປະມູນ ເປັນຜູ້ຮັບເໝົາປັບປຸງ ແລະ ສ້ອມແປງໂຄງ ການ, ໃນມູນຄ່າສັນຍາລວມທັງໝົດ ເປັນເງິນ 10.294.408,44 ໂດລາສະຫະລັດ.
Cr: BT, ວສລ


