ຕອນແລງວັນທີ 10 ກຸມພາ 2022, ທີ່ຫອ້ງການກະຊວງແຜນການ ແລະ ການລົງທຶນ, ນະຄອນຫລວງວຽງ ຈັນ ໄດ້ຈັດພິທີເຊັນສັນຍາ ວ່າດ້ວຍການຂຸດຄົ້ນ, ປຸງແຕ່ງ, ສົ່ງອອກ ແຮ່ທອງ ແລະ ແຮ່ຄໍາ ໃນເນື້ອທີ່ 18,28 ກິໂລຕາ ແມັດ, ໃນອາຍຸສັນຍາ 20 ປີ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈໍາກັດຜູ້ດຽວ.
ຕາງໜ້າເຊັນສັນຍາໃຫ້ລັດຖະບານ ແຫ່ງ ສປປ ລາວ ແມ່ນ ທ່ານ ນາງ ຄໍາຈັນ ວົງແສນບູນ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າກຸ່ມບໍ ລິສັດ ນິກສັນ ພັດທະນາບໍ່ແຮ່ ຈໍາກັດຜູ້ດຽວ ແມ່ນ ທ່ານ ນິກສັນ ພົມມະວິຈິດ, ປະທານ ກຸ່ມບໍລິ ສັດນິກສັນ ພັດທະ ນາບໍ່ແຮ່ ຈໍາກັດຜູ້ດຽວ, ເປັນຜູ້ລົງທຶນ ແລະ ຖືຫຸ້ນ 100% ໂດຍມີ ທ່ານ ບຸນຈັນ ສີວົງພັນ, ເຈົ້າແຂວງຊຽງຂວາງ, ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ຫົວໜ້າກົມ, ຫົວໜ້າຫ້ອງການກະຊວງທີ່ກ່ຽວ ຂ້ອງ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ແລະ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ, ທ່ານ ບຸນຍູ້ ສີສານ ທີ່ປຶກສາຂອງ ບໍລິສັດ ນິກສັນພັດທະ ນາບໍ່ແຮ່ ຈໍາກັດ, ພ້ອມດ້ວຍພະນັກງານກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈໍາກັດຜູ້ດຽວ ແລະ ແຂກຮັບເຊີນຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ພ້ອມດຽວກັນນີ້, ໃນພິທີເຊັນສັນຍາຄັ້ງນີ້, ປະທານ ກຸ່ມບໍລິສັດນິກສັນ ພັດທະນາບໍ່ແຮ່ ຈໍາກັດຜູ້ດຽວ, ພ້ອມດ້ວຍຄະນະ ຍັງໄດ້ມອບພັນທະຄ່າຊັບພະຍາກອນລ່ວງ ໜ້າໃຫ້ລັດຖະບານກ່ອນ ຈໍານວນ 2.000.000$ (ສອງລ້ານໂດລາສະຫະລັດ) ແລະ ຊ່ວຍສ້ອມແປງທາງໃຫ້ລັດຖະບານໂດຍບໍ່ໄດ້ຄິດໄລ່ລາຄາ ແລະ ບໍ່ໄດ້ຫັກຕົ້ນທຶນ ແຕ່ເຂດເມືອງຄໍາ, ແຂວງຊຽງຂວາງ ຫາ ເຂດເມືອງຮ້ຽມ, ແຂວງຫົວພັນ ເຊີ່ງມີໄລຍະທາງທັງໝົດ 48 ກິໂລແມັດ, ລວມມູນຄ່າຈໍານວນ 24.000.000.000 ກີບ (ຊາວສີ່ຕື້ກີບ). ບໍລິສັດຈະລົງທຶນຂຸດຄົ້ນ ແລະ ສ້າງຕັ້ງໂຮງງານທີ່ທັນສະໄໝຕາມມາດຕະຖານສາກົນ ດ້ວຍທຶນເບື້ອງ ຈໍານວນ 46.000.000$ (ສີ່ສິບຫົກລ້ານໂດລາສະຫະລັດ).
ການລົງທຶນຂອງບໍລິສັດດັ່ງກ່າວໃນຄັ້ງນີ້ ເພື່ອປະຕິ ບັດຕາມແນວທາງພັດທະນາຂອງລັດຖະບານ ເພື່ອແນໃສ່ເຮັດໃຫ້ເສດຖະກິດແຫ່ງຊາດນັບມື້ເຕີບໃຫຍ່ຂະຫຍາຍຕົວ ກໍຄື ເພື່ອສ້າງລາຍຮັບໃຫ້ແກ່ລັດຖະບານ, ທັງເປັນການປະກອບສ່ວນເຮັດໃຫ້ປະຊາຊົນທີ່ອາໃສຢູ່ຂົງເຂດໃກ້ ຄຽງການລົງທຶນໄດ້ມີວຽກເຮັດງານທໍາ, ມີລາຍຮັບເພີ່ມຂຶ້ນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.


