ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ໃນການພັດທະນາໂຄງການໄຟຟ້າພະລັງງານລົມ ຢູ່ເຂດຈຸດສຸມລາໂກ ເມືອງເຊໂປນ ແຂວງສະຫວັນນະເຂດ ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ບໍລິສັດສະຫວັນວາຍຸ ພະລັງງານສະອາດ ຈໍາກັດ ຮ່ວມກັບ ບໍລິສັດ ເອວເອັມທີລາວ ຈໍາກັດ ຈັດຂື້ນໃນຕອນແລງວັນທີ 9 ກັນຍາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ, ໂດຍການເຂົ້າຮ່ວມລົງນາມຂອງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ແສງສັກ ໄຊຍະລາດ ຜູ້ອຳນວຍການ ສະຫວັນພາຍຸ ພະລັງງານສະອາດຈຳກັດ ແລະ ຜູ້ຕາງຫນ້າບໍລິສັດ ເອວເອັມທີລາວ ຈໍາກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ການຈັດພິທີ ເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ແມ່ນການຮ່ວມມືໃນຂະແໜງການພະລັງງານກັບ ສສ ຫວຽດນາມ ທີ່ເຊັນຮ່ວມກັນເມື່ອວັນທີ 5 ຕຸລາ 2016 ວ່າດ້ວຍການຮ່ວມມືເພື່ອພັດທະນາໂຄງການໂຟຟ້າຢູ່ ສປປ ລາວ, ເປັນການເຊື່ອມຕໍ່ລະບົບສາຍສົ່ງ ແລະ ການຊື້-ຂາຍ ພະລັງງານລະຫວ່າງສອງປະເທດ ນັບແຕ່ປີ 2020 ຫາ 2030. ເຊິ່ງຜູ້ພັດທະນາໂຄງການໄດ້ເລີ່ມສຶກສາຂໍ້ມູນເບື້ອງຕົ້ນກ່ຽວກັບໂຄງການໄຟຟ້າພະລັງງານລົມ ນັບແຕ່ກາງປີ 2021 ເປັນຕົ້ນມາ, ເຫັນວ່າມີທ່າແຮງສູງໃນການພັດທະນາທຸລະກິດດ້ານພະລັງງານເຫຼົ່ານີ້ ສະເໜີໂດຍ ລັດຖະບານ ໃນການດໍາເນີນການສຶກສາສໍາຫຼວດຄວາມເປັນໄປໄດ້ ຫຼື FS ເພື່ອພັດທະນາໂຄງການໂດຍໄດ້ຄົ້ນຄວ້າ ແລະ ປຶກສາຫາລືກັບກະຊວງທີ່ກ່ຽວຂ້ອງນັບແຕ່ປີ 2022. ພາຍຫຼັງໄດ້ປຶກສາຫາລືກັບພາກສ່ວນກ່ຽວຂ້ອງແລ້ວ, ລັດຖະບານໄດ້ຕົກລົງ ແລະ ອະນຸມັດເພື່ອລົງນາມເຊັນບົດບັນທຶກສະບັບນີ້ຮ່ວມກັນ.
ໂຄງການໄຟຟ້າພະລັງງານລົມ ຢູ່ເຂດຈຸດສຸມລາໂກ ມີເນື້ອທີ່ທັງໝົດ 28.513 ເຮັກຕ້າ, ມີກໍາລັງຕິດຕັ້ງການຜະລິດ 1.200 ເມກາວັດ ມູນຄ່າການກໍ່ສ້າງປະມານ 2.159 ລ້ານໂດລາສະຫະລັດ ເຊິ່ງຈະກໍ່ສ້າງສໍາເລັດ ແລະ ເລີ່ມດໍາເນີນການຜະລິດໃນທ້າຍປີ 2025, ເຊິ່ງກະແສໄຟຟ້າທີ່ຜະລິດໄດ້ ຈະນໍາໃຊ້ທັງພາຍໃນ ແລະ ສົ່ງອອກຕ່າງປະເທດ ໂດຍສະເພາະແມ່ນ ສສ ຫວຽດນາມ.
ຂ່າວ – ພາບ : ບັນລັງທອງ ກຽງຄຳຊົນນີ