ສະຫງວນລິຂະສິດ © ສະຖານນີ ວິທະຍຸກະຈາຍສຽງແຫ່ງຊາດລາວ

ວິທະຍຸກະຈາຍສຽງແຫ່ງຊາດ

Lao National Radio

ຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ
ຄົບຮອບ 65 ປີ ຢ່າງສຸດໃຈ

ເຊື່ອໝັ້ນຕໍ່ການນໍາພາຂອງພັກຢ່າງຕາຍໃຈດັງກ້ອງໃນໃຈຂອງປ້າແພງພອນບໍ່ມີວັນບົກແຫ້ງ:

“ເຊື່ອໝັ້ນຕໍ່ການນໍາພາຂອງພັກຢ່າງຕາຍໃຈ, ບໍລິສຸດຕໍ່ຊາດ ແລະ ຮັບໃຊ້ປະຊາຊົນ, ຄຳເວົ້ານີ້ແມ່ນດັງກ້ອງໃນໃຈຢ່າງບໍ່ມີວັນຈືດຈ່າງຂອງ ທ່ານນາງ ແພງພອນ ຂັນທະຍົງທອງ, ວິລະຊົນແຫ່ງຊາດ” ຊຶ່ງແມ່ນບົດສໍາພາດຕອນໜຶ່ງຂອງເພີ່ນຕໍ່ນັກຂ່າວສໍານັກຂ່າວສານປະເທດລາວ.

ທ່ານນາງ ແພງພອນ ຂັນທະຍົງທອງ, ແພດສະໜາມທະ​ຫານກ້າ, ແມ່ນໜຶ່ງໃນຈໍານວນແມ່ຍິງລາວທີ່ມີນໍ້າໃຈອົງອາດກ້າຫານ, ບໍ່ຢ້ານຕາຍ ແລະ ເສຍສະຫລະຕໍ່ຊາດ ຊຶ່ງໄດ້ຢືນຢູ່ແຖວໜ້າ ແລະ ຕໍ່ສູ້ກູ້ຊາດຄຽງບ່າຄຽງໄລ່ບໍ່ໜ້ອຍໜ້າເພດຊາຍເພື່ອຕ້ານພວກສັດຕູເຂົ້າມາຮຸກຮານເຂດນໍ້າແດນດິນ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ, ໂດຍສະເພາະແມ່ນບັ້ນຮົບສາມໝູ່ບ້ານ, ເມືອງບໍ່ແຕນ, ແຂວງໄຊຍະບູລີ, ໃນນັ້ນທັງປິ່ນປົວພໍ່ແມ່ປະ​ຊາຊົນ, ແລະ ບັນດາສະຫາຍນັກຮົບທີ່ບາດເຈັບ ແລະ ທັງຈັບປືນຕໍ່ສູ້ຕີຖອຍພວກສັດຕູໂດຍບໍ່ຄິດເສຍດາຍເສຍຊີວິດ ເພື່ອປົກປ້ອງເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງເຮົາ, ນໍາເອົາຄວາມຊຸ່ມເຢັນເປັນສຸກ ແລະ ຄວາມສີວິໄລມາສູ່ປະຊາຊົນລາວທັງຊາດ.

ມາຮອດປັດຈຸບັນ, ໃນຍຸກແຫ່ງການສ້າງສາ ແລະ ພັດທະ ນາປະເທດຊາດ, ເພີ່ນໄດ້ຕັ້ງໜ້າສຸມໃສ່ທຸກເຫື່ອແຮງ, ສະຕິປັນຍາ ແລະ ຄວາມອາດສາມາດທີ່ມີຢູ່ເພື່ອສືບຕໍ່ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ແລະ ນໍາເອົາປະເທດຊາດອອກຈາກປະເທດດ້ອຍພັດທະນາກ້າວໄປຫາການກິນອິ່ມນຸ່ງອຸ່ນ, ສະຫງົບສຸກ ແລະ ຈະເລີນໝັ້ນຄົງ, ຕາມນະໂຍບາຍຂອງພັກ ແລະ ລັດຖະບານເຮົາ.
ອີງຕາມປະຫວັດຄວາມເປັນຈິງແລ້ວ, ປ້າແພງພອນ ຂັນທະຍົງທອງ ເກີດໃນປີ 1964, ຢູ່ບ້ານນາຮີ, ເມືອງແອດ, ແຂວງຫົວພັນ; ສະພາບຂອງຄອບຄົວເພີ່ນ ໃນເວລານັ້ນແມ່ນທຸກຍາກລໍາບາກ ຈຶ່ງບໍ່ມີໂອກາດໄດ້ເຂົ້າສຶກສາຮໍ່າຮຽນໃນຕອນອາຍຸຍັງເຍົາໄວ ແຕ່ກໍ່ໄດ້ເຂົ້າຮ່ວມເຮັດການປະຕິວັດ ແລະ ອຸທິດຊີວິດອິນຊີຂອງຕົນເພື່ອພາລະກິດຂອງຊາດ ແລະ ເປັນແບບຢ່າງນໍາໜ້າພາທາງຕາມອຸດົມການຂອງພັກໃຫ້ແກ່ເອື້ອຍນ້ອງໃນກອງກໍາລັງໄຟເພດຍິງ 279 ໂດຍສະເພາະ ເມື່ອປີ 1984 ເພິ່ນໄດ້ເຄື່ອນໄຫວສ່ຽງເປັນສ່ຽງຕາຍໃນບັ້ນຮົບ 3 ໝູ່ບ້ານ ແລະ ບັ້ນຮົບປົກປ້ອງບໍ່ແຕນ, ແຂວງໄຊຍະບູລີ; ໄລຍະຕໍ່ມາ ກໍ່ໄດ້ສືບຕໍ່ມາປະຈໍາການຢູ່ໂຮງໝໍມະໂຫສົດ, ທີ່ນະຄອນຫຼວງວຽງຈັນ.
ຜ່ານຊີວິດຕົວຈິງທີ່ທັງກີ້ງເກືອກລີເລືອ, ລົ້ມລຸກຄຸກຄານ ແລະ ນອນດິນກິນເຂົ້າແຫ້ງໃນແຕ່ລະໄລຍະນັ້ນ ເຫັນວ່າ: ໃນເມື່ອກ່ອນການປິ່ນປົ່ວຍັງໃຊ້ວິທີແບບປະຖົມປະຖານ, ເຄື່ອງມືການແພດກໍ່ບໍ່ທັນສະໄໝ, ຄວາມຮູ້ຄວາມສາມາດຂອງແພດໝໍກໍ່ມີຄວາມຮູ້ຈໍາກັດ, ໂຮງໝໍກໍ່ມີບໍ່ພໍເທົ່າໃດແຫ່ງ ຊຶ່ງເຮັດໃຫ້ຄົນເຈັບໃນບາງທ້ອງຖິ່ນ ແລະ ເຂດຫ່າງໄກສອກຫລີກບໍ່ສາມາດເຂົ້າເຖິງການປິ່ນປົວໄດ້ຢ່າງທົ່ວເຖິງ; ໃນບາງຄັ້ງ ການປິ່ນປົວຍັງໃຊ້ວິທີພື້ນບ້ານປະສົມປະສານກັບການປິ່ນປົວແບບຢາຫຼວງໄປຄວບຄູ່ກັນໄປ; ແລະ ອີກບາງຄັ້ງ, ເມື່ອມີຄົນເຈັບຈໍານວນຫຼາຍກໍ່ບໍ່ສາມາດເຄື່ອນຍ້າຍຄົນເຈັບໄປປິ່ນປົວຢູ່ໂຮງໝໍໃຫຍ່ໄດ້ໂດຍສະເພາະໂຮງໝໍມະໂຫສົດ ແລະ ໂຮງໝໍໂອບີຢູ່ນະຄອນຫຼວງວຽງຈັນ (ປັດຈຸບັນແມ່ນໂຮງໝໍເສດຖາ) ຍ້ອນເສັ້ນທາງຄົມມະນາຄົມບໍ່ສະດວກ ບໍ່ສາມາດເຊື່ອມຕໍ່ຫາກັນນັ້ນ; ໃນຂະນະທີ່ຢູ່ບາງເຂດແຂວງກໍ່ມີເສັ້ນທາງດິນແດງນ້ອຍໆພໍຫລົມແຕ່ຕີນກວຽນ ແລະ ກໍ່ຍັງບໍ່ທັນມີພາຫານະນຳໃຊ້ອີກດ້ວຍ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຈົນເຖິງປັດຈຸບັນ, ພວກເຮົາໄດ້ມີການກໍ່ສ້າງໂຮງໝໍຂຶ້ນໃໝ່ຫລາຍແຫ່ງທີ່ທັນສະໄໝ ແລະ ເຄິ່ງທັນສະໄໝໃນທຸກໆແຂວງທົ່ວປະເທດ, ມີສຸກສາລາ ແລະ ແພດປະຈໍາບ້ານທົ່ວປະເທດ; ຍິ່ງໄປກວ່ານັ້ນພວກເຮົາຍັງມີບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດຮຽນຈົບຈາກຕ່າງປະເທດເປັນຈຳນວນນັບມື້ນັບຫຼາຍເຊັ່ນ: ຈາກສປ ຈີນ, ຫວຽດນາມ, ຝຣັ່ງ, ໄທ ແລະ ອື່ນໆ; ສິ່ງທີ່ສໍາຄັນແມ່ນ ພັກ-ລັດຖະບານເຮົາໄດ້ເປີດກວ້າງການຮ່ວມມືກັບຕ່າງປະເທດເຮັດໃຫ້ມາດຕະຖານການປິ່ນປົວ ແລະ ການບໍລິການຄົນເຈັບກ້າວເຂົ້າສູ່ມາດຕະຖານສາກົນຢ່າງຮອບດ້ານ, ເຊັ່ນຕົວຢ່າງ ລັດຖະບານລາວໄດ້ຮ່ວມມືກັບ ສປ ຈີນ ດ້ານວຽກງານສາທາລະສຸກ, ໂດຍລັດຖະບານຈີນໄດ້ຊ່ວຍສ້າງໂຮງໝໍມະໂຫສົດແຫ່ງໃໝ່ທີ່ມີຄວາມທັນສະໄໝທີ່ສຸດ; ນອກນັ້ນ ລັດຖະບານຍີ່ປຸ່ນກໍ່ໄດ້ສົ່ງອາສາສະໝັກ ມາຊ່ວຍສ້າງໂຮງໝໍເສດຖາທິລາດໃຫ້ລາວ; ໃນຂະນະທີ່ລັດຖະບານຫວຽດນາມກໍ່ມາຊ່ວຍສ້າງໂຮງໝໍ 103 ຕື່ມອີກ.

ນອກຈາກນັ້ນ, ກໍ່ຍັງມີ ສ.ເກົາຫລີ, ຝຣັ່ງ, ອົງການອະນາໄມໂລກ ແລະ ອື່ນໆ ໄດ້ຮ່ວມມືຢ່າງໄກ້ຊິດກັບລັດຖະບານລາວເພື່ອຊ່ວຍພັດທະນາພື້ນຖານໂຄງລ່າງທາງດ້ານສາທາລະນະສຸກ ແລະ ຍົກລະດັບບຸກຄະລາກອນການແພດຂອງລາວເຮົາຢ່າງຕໍ່ເນື່ອງ.
ຍ້ອນແນວນັ້ນ, ຈຶ່ງເວົ້າໄດ້ວ່າ: ໃນໂອກາດຄົບຮອບ 65 ປີຂອງການສ້າງຕັ້ງພັກປະຊາຊົນປະຕິວັດລາວ ປີນີ້ ຖືວ່າ ເປັນ ໝາກຜົນອັນຕົວຈິງ ແລະ ຄວາມສໍາເລັດອັນຍິ່ງໃຫຍ່ທີ່ບໍ່ມີຫຍັງທຽບໄດ້ພາຍໃຕ້ພະລັງແຮງ, ແລະ ນໍ້າໃຈອັນບໍລີສຸດແຫ່ງຄວາມປອງດອງ, ຄວາມເປັນເອກະພາບ, ຄວາມຈົ່ງຮັກພັກດີ, ທັງມີຄວາມຍຸຕິທໍາ, ແລະ ຄວາມເດັດດ່ຽວຂອງປວງຊົນລາວທັງຊາດ ຈຶ່ງສາມາດຍາດໄດ້ໄຊຊະນະອັນເອກອ້າງທະນົງໃຈ ແລະ ມີກຽດສະຫງ່າ.
ເພາະສະນັ້ນ ຄົນລາວເຮົາຮຸ່ນຕໍ່ໆໄປ ຫລື ຮຸ່ນສືບທອດ ຈຶ່ງຄວນສຶກສາຮໍ່າຮຽນເອົາແບບແຜນການດໍາລົງຊີວິດ ແລະ ມູນເຊື້ອອັນດີງາມຂອງພັກມາໝູນໃຊ້ເຂົ້າໃນຊີວິດຕົວຈິງຂອງຕົນເອງຢ່າງຫນັກແຫນ້ນ ເພື່ອໃຫ້ສາມາດປົກປັກຮັກສາ ແລະ ສືບທອດພາລະກິດການປະຕິວັດຂອງພວກເຮົາໃຫ້ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ພາບ-ບົດ: ເກີດຂວັນໃຈ ມາລີຈັນສີ