ຕອນເຊົ້າວັນທີ 6 ເມສາ 2023 ທີ່ກົມກົງສູນ ກະຊວງການຕ່າງປະເທດ, ທ່ານ ມິດສະນີ ເຈີປ່າວທ່າວ ຫົວໜ້າພະແນກໜັງສືຜ່ານແດນ, ກົມກົງສຸນ, ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບບັນຫາທີ່ປະຊາຊົນສ່ອງແສງ ກໍລະນີຜູ້ທີ່ຈ່າຍເງິນເພີ່ມໃຫ້ນາຍໜ້າແມ່ນໄດ້ລັດຄິວສໍາພາດຮ່ວມມື້ ແລະ ໄດ້ຮັບປື້ມຜ່ານແດນໄວ ກົງກັນຂ້າມກັບຜູ້ບໍ່ຈ່າຍເງິນແມ່ນໄດ້ຮັບຊ້າ. ຕໍ່ບັນຫານີ້, ທ່ານ ມິດສະນີ ເຈີປ່າວທ່າວ ໃຫ້ຮູ້ວ່າ: ເຫັນວ່າພາຍຫລັງໄດ້ປະຕິບັດການແຈກຄິວ ຜ່ານອອນລາຍຊຶ່ງເລີ່ມແຕ່ວັນທີ 6 ກຸມພາ 2023 ເປັນຕົ້ນມາ, ສະພາບຢູ່ດ້ານໜ້າຂອງກົມກົງສຸນກໍມີຄົນ ຫລື ນາຍໜ້າເບົາບາງລົງ, ແຕ່ການຂໍແກ້ໄຂນະໂຍບາຍ ຂອງ ພະນັກງານໃຫ້ແກ່ໝູ່ເພື່ອນ, ຍາດພີ່ນ້ອງຈາກບັນດາກົມກອງ, ສໍານັກງານອົງການທັງພາກລັດ ແລະ ເອກະຊົນແມ່ນມີຈໍານວນເພີ່ມຂຶ້ນ ຊຶ່ງຈໍານວນດັ່ງກ່າວນີ້ແມ່ນບໍ່ສາມາດຮູ້ໄດ້ລ່ວງໜ້າວ່າມີຈຳນວນເທົ່າໃດ. ສະນັ້ນ, ຖ້າມື້ໃດມີຫລາຍກໍໄດ້ແກ້ໄຂລ່ວງເວລາໄປຮອດ 17-18ໂມງ ຈຶ່ງແລ້ວ.
ທ່ານ ມິດສະນີ ເຈີປ່າວທ່າວ ຫົວໜ້າພະແນກໜັງສືຜ່ານແດນ ກົມກົງສູນ ກະຊວງການຕ່າງປະເທດຊີ້ແຈງວ່າ: ການແກ້ໄຂນະໂຍບາຍ ແລະ ແກ້ໄຂເອົາໜັງສືຜ່ານແດນ ກ່ອນກຳນົດແມ່ນມີຄື: ແກ້ໄຂຕາມໜັງສືສະເໜີຂໍຂອງ ພະນັກງານຈາກກົມກອງ, ສຳນັກງານ, ອົງການທັງພາກລັດ ແລະ ເອກະຊົນ; ແກ້ໄຂຕາມໃບສະເໜີ, ຂໍ້ຕົກລົງ, ແຈ້ງການ ແລະ ໜັງສືຢັ້ງຢືນອຶ່ນໆ ໂດຍສະເພາະແມ່ນການໄປຝຶກອົບຮົມ, ໄປທັດສະນະສຶກສາ, ໄປແຂ່ງຂັນກິລາ, ໄປສຶກສາຮໍ່າຮຽນ, ໄປອອກແຮງງານຕາມ MOU, ພະສົງຄູບາ-ອາຈານ ໄປສະແຫວງບຸນຢູ່ຕ່າງປະເທດ ແລະ ພະນັກງານບຳນານ, ພະນັກງານລັດ, ຜູ້ເຖົ້າ ແລະ ເດັກນ້ອຍທີ່ມີຄວາມຈໍາເປັນ; ແກ້ໄຂໄປກວດສຸຂະພາບ ແລະ ປິ່ນປົວຕ່າງໆໂດຍອີງໃສ່ໃບຢັ້ງຢືນຈາກໂຮງໝໍທັງພາຍໃນ ແລະ ຕ່າງປະເທດ.
ມາຮອດປັດຈຸບັນ, ສັງເກດເຫັນວ່າຈໍານວນຄົນທີ່ຕ້ອງການຂໍເຮັດໜັງສືຜ່ານແດນແມ່ນຍັງມີຫລາຍ ເຮັດໃຫ້ການຈອງຄິວທາງອອນລາຍແມ່ນເຕັມຮອດ ຕົ້ນເດືອນ ມິຖຸນາ 2003 ແລ້ວ, ວິທີການຈອງຄິວແມ່ນໄດ້ມີ ປ້າຍແນະນຳຢູ່ທາງປະຕູເຂົ້າ ກົມກົງສູນ. ສ່ວນການຈອງຄິວແມ່ນໃຫ້ຜູ້ໃດຈອງໃຫ້ກໍໄດ້, ແຕ່ໄດ້ກໍານົດວ່າໂທລະສັບ 1 ເຄື່ອງສາມາດຈອງໄດ້ 5 ຄົນຕໍ່ມື້ເທົ່ານັ້ນ. ທັງນີ້ກໍເພື່ອຫລີກລ່ຽງການສວຍໃຊ້ເພື່ອຮຽກເງິນຈາກປະຊາຊົນຂອງນາຍໜ້າ.
ທ່ານ ມິດສະນີ ເຈີປ່າວທ່າວ ໃຫ້ຮູ້ທິດທາງແກ້ໄຂໃນຕໍ່ໜ້າວ່າ: ຈະມີການແກ້ໄຂບັນຫາເພື່ອໃຫ້ການເຮັດ ໜັງສືຜ່ານແດນ ສະດວກສະບາຍຕື່ມ ໂດຍກົມກົງສູນ ກໍຄືການຈັດຕັ້ງຂັ້ນເທິງກໍໄດ້ພະຍາຍາມທຸກຄວາມສາມາດ ແລະ ທຸກວິທີທາງເພື່ອເຮັດໃຫ້ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ສ້າງຄວາມສະດວກ ຄວາມທັນສະໄໝ ໃນການອອກໜັງສືຜ່ານແດນ ບໍ່ວ່າດ້ານເວລາ, ດ້ານວິທີການ, ດ້ານເຕັກນິກ ແລະ ເຄື່ອງມືຮັບໃຊ້ຕ່າງໆ. ເຊິ່ງປັດຈຸບັນນີ້, ພວກເຮົາພວມປັບປຸງສະຖານທີ່ເພື່ອຕິດຕັ້ງເຄື່ອງພິມໃໝ່ຈຳນວນໜຶ່ງບວກໃສ່ເຄື່ອງພິມທີ່ມີ ແລະ ຄາດວ່າໃນ ໄລຍະເດືອນ 5-6 2023 ນີ້, ກໍຈະໄດ້ຮັບຄວາມສະດວກຂຶ້ນຕື່ມ.
ໂດຍ: ຄໍາກອງ
