ສະຫະພັນກິລາເຕັນນິສແຫ່ງຊາດລາວ ໄດ້ລະດົມທຶນຈາກບັນດາບໍລິສັດຫ້າງຮ້ານ ແລະ ພາກສ່ວນຕ່າງໆໄດ້ງົບປະມານ 20 ລ້ານກີບ ນຳໄປມອບໃຫ້ແກ່ໂຮງຮຽນພອນສະຫວັນກິລາ-ກາຍຍະກໍາ ຫຼື ຮພກ ສະຖາບັນການກິລາ-ກາຍະກຳ ກະຊວງສຶກສາ ທິການ ແລະ ກິລາ (ສສກ) ເພື່ອນຳໃຊ້ເຂົ້າໃນການປັບປຸງກໍ່ສ້າງສະໜາມກິລາເຕັນນິສຂອງໂຮງຮຽນດັ່ງກ່າວໃຫ້ສຳເລັດຢ່າງສົມບູນ ສາມາດຈັດຕັ້ງປະຕິບັດເຂົ້າໃນການຮຽນການສອນຫຼັກສູດສາຍສາມັນປະສົມປະສານວິຊາກິລາຂອງ ຮພກ ແນໃສ່ສ້າງນັກກິລາຮຸ່ນສືບທອດໃນອະນາຄົດ.

ພິທີມອບ-ຮັບເງິນຈຳນວນ 20 ລ້ານກີບຈາກສະຫະພັນກິລາດັ່ງກ່າວ ໄດ້ມີຂຶ້ນ ໃນວັນທີ 21 ມີນາ 2022 ທີ່ສູນຝຶກກິລາແຫ່ງຊາດ ສະຖາບັນກິລາ-ກາຍະກຳ ບ້ານສີເກີດ ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ໂດຍການກ່າວມອບໂດຍ ທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນກິລາເຕັນນິສແຫ່ງຊາດລາວ ຕາງໜ້າຮັບແມ່ນທ່ານ ສູນທອນ ຄຳສານ ຮອງຜູ້ອໍານວຍການໂຮງຮຽນພອນສະຫວັນກິລາ-ກາຍຍະກໍາ. ມີ ທ່ານ ສິງຄຳ ນາລິນ ຮັກສາການຜູ້ອໍານວຍການ ສະຖາບັນກິລາ-ກາຍຍະກຳ ມີບັນດາຄະນະອໍານວຍການສະຖາບັນກິລາ-ກາຍຍະກຳ, ບັນດາຄະນະບໍລິຫານງານສະຖາບັນກິລາ-ກາຍຍະກຳ, ແຂກທີ່ກ່ຽວຂ້ອງ ແລະ ຄູຝຶກສອນກິລາເຕັນນິສ ຮພກ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສູນທອນ ຄຳສານ ແຈ້ງໃຫ້ຮູ້ວ່າ: ປັດຈຸບັນ ຮພກ ໄດ້ສ້າງຫຼັກສູດການຮຽນ ການສອນກິລາເຕັນນິສຂຶ້ນມາແລ້ວ ແຕ່ທີ່ຜ່ານມາຍ້ອນວ່າ ໄດ້ມີການຈັດຕັ້ງປະຕິ ບັດການຮຽນການສອນໃຫ້ແກ່ນ້ອງນັກຮຽນທາງດ້ານການປະຕິບັດຕົວຈິງ ໂດຍນຳໃຊ້ສະໜາມກິລາເຕັນນິສ ແລະ ສະຖານທີ່ພາຍໃນສະຖາບັນກິລາ-ກາຍຍະກຳ ເປັນບ່ອນຝຶກແອບ ແລະ ນຳພານັກຮຽນກິລາເຕັນນິສທີ່ມີປັດຈຸບັນ ຈຳນວນ 5 ຄົນ, ຍິງ 2 ຄົນ ໄປຝຶກຊ້ອມນອກຫຼັກສູດເປັນປົກກະຕິ ແລະ ຕໍ່ເນື່ອງ, ດັ່ງນັ້ນ ທາງສະຫະພັນເຕັນນິສແຫ່ງຊາດລາວ ໄດ້ປະກອບສ່ວນສົ່ງເສີມດ້ວຍການລະດົມທຶນຈາກນັກທຸລະກິດ ສາມາດໄດ້ເງິນຈຳນວນ 20 ລ້ານກີບ ເພື່ອໃຫ້ໂຮງຮຽນນຳໃຊ້ເຂົ້າໃນການປັບປຸງ ແລະ ກໍ່ສ້າງສະໜາມກິລາເຕັນນິສປະຈຳຂອງໂຮງຮຽນໃຫ້ສຳເລັດສົມບູນ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ ເວົ້າສະເພາະແລ້ວ ສະໜາມເຕັນນິສແຫ່ງນີ້ ຈະເປັນອີກແຫ່ງສຳຄັນໃນການຕອບສະໜອງຮັບເອົານັກກິລາເຕັນນິສຮຸ່ນສືບທອດຂອງສະຫະພັນເຕັນນິສແຫ່ງຊາດລາວໃນອະນາຄົດ.
ໂດຍ: ສົງການ ພັນແພງດີ