ເຕືອນການສັນຈອນ ຕາມສາຍທາງ 1C ມີດິນເຈື່ອນ ແລະຫີນເຈື່ອນລົງມາຖົມທາງ ບາງບ່ອນ ໃນເວລາ 09:00 ໂມງ ວັນທີ 8 ສິງຫາ 2023 ນີ້!!

ເສັ້ນທາງ 1C (ແຕ່ ສາມແຍກກໍ່ຮີ້ງ ຫາ ເມືອງຮ້ຽມ ສະເພາະຂອບເຂດເມືອງຫົວເມືອງ ແຂວງຫົວພັນ) ປັດຈຸບັນ, ເສັ້ນທາງດັ່ງກ່າວໄດ້ຮັບຜົນກະທົບຈາກຝົນຕົກຢ່າງຕໍ່ເນື່ອງເປັນເວລາຫຼາຍວັນ ເຮັດໃຫ້ມີສະພາບດິນເຈື່ອນ, ເສັ້ນທາງຖືກກັດເຊາະ ແລະ ຕົ້ນໄມ້-ເສົາໄຟຟ້າຫັກທັບເສັ້ນທາງເປັນຈຳນວນຫຼາຍຈຸດພໍສົມຄວນ ເຊິ່ງກຳລັງໄດ້ໄດ້ຮັບການແກ້ໄຂແລ້ວຫຼາຍຈຸດ ແລະ ຍັງສືບຕໍ່ແກ້ໄຂອີກຈຳນວນໜຶ່ງ (ເນື່ອງຈາກສະພາບດິນຟ້າອາກາດບໍ່ອຳນວຍ ຍັງມີຝົນຕົກຕໍ່ເນື່ອງ ເຮັດໃຫ້ບາງຈຸດມີການເຊາະເຈື່ອນຊໍ້າຊ້ອນ ແລະ ຕ້ອງໄດ້ເຝົ້າລະວັງບາງຈຸດທີ່ມີຄວາມສ່ຽງສູງ).


ສຳລັບທ່ານໃດຈະນຳໃຊ້ເສັ້ນທາງດັ່ງກ່າວ ແຕ່ສາມແຍກກໍ່ຮີ້ງ (Km257) – ແກ່ວລົມ (Km215) ຊາຍແດນເມືອງຫົວເມືອງ-ເມືອງຮ້ຽມ ລົດຈັກ ແລະ ລົດນ້ອຍແມ່ນສາມາດໄປໄດ້ໂດຍພື້ນຖານ ແລະ ແຕ່ ແກ່ວລົມ (Km215) – ເມືອງຮ້ຽມ ແມ່ນກຳລັງໄດ້ຮັບການແກ້ໄຂ (ຍັງບໍ່ທັນສາມາດສັນຈອນໄປໄດ້ເທື່ອ)
.
ຂໍ້ມູນ: ຍທຂເມືອງຫົວເມືອງ