ຫ້ອງການບໍລິການຕົວເມືອງນະຄອນ ຫຼວງພະບາງ ໄດ້ກະກຽມການປະດັບປະດາ, ຮັກສາຄວາມສະອາດ ແລະຄວາມເປັນລະບຽບຮຽບຮ້ອຍ ຂອງຕົວເມືອງແບບມີສ່ວນຮ່ວມຂອງປະຊາຊົນ ໃນນັ້ນ ໄດ້ອອກແຈ້ງການໃຫ້ປະຊາຊົນພາຍໃນນະຄອນ ຫລວງພະບາງ ລວມທັງຜູ້ປະ ກອບການທຸລະກິດ ໂຮງແຮມ, ເຮືອນພັກ ແລະຮ້ານອາຫານ ໃຫ້ເອົາໃຈໃສ່ ໃນການອະນາໄມພາຍໃນຂອບເຂດຄວາມ ຮັບ ຜິດ ຊອບຂອງຕົນ ໃຫ້ຄວາມສະອາດ, ສວຍງາມ ແລະເປັນລະບຽບຮຽບຮ້ອຍ. ທ່ານ ນາງ ໄກສອນ ແກ້ວປະເສີດ ຫົວໜ້າຫ້ອງການບໍລິການຕົວເມືອງນະຄອນ ຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ເພື່ອເຮັດໃຫ້ເທດສະບານ ນະຄອນ ຫຼວງພະບາງ ມີຄວາມສະອາດ ສ້າງສີ່ງດືງດູດເອົາແຂກທັງພາຍໃນແລະຕ່າງປະເທດ ໄດ້ປະສານສົມທົບກັບອາສາສະໝັກ, ປະຊາຊົນ ແລະຜູ້ປະກອບການ ຈັດກິດຈະກຳ ໃນການອານາໄມເສັ້ນທາງແຄມຂອງ, ແຄມຄານ, ຂອບເຂດຮັບຜິດຊອບ ແລະບ່ອນສາທາລະນະ ເດືອນລະ 1 ຄັ້ງ, ໄດ້ລົງກວດກາ, ຈັນສັນຕົວເມືອງ ຮ່ວມກັບຄະນະຈັດສັນຂອງນະຄອນ ໃນການລົງກວດກາ ການລະເມີດການຂາຍເຄື່ອງຂອງປະຊົນທີ່ຂາຍເຄື່ງອໃສ່ທາງຍ່າງ ແລະບ່ອນທີ່ຕ້ອງຫ້າມທີ່ຜິດຕໍ່ລະບຽບ 723 ຂອງທ່ານເຈົ້າແຂວງຫລວງພະບາງ ເປັນປະຈໍາທຸກວັນ, ໄດ້ລົງກວດກາເບິ່ງຖັງຂີ້ເຫຍື້ອສາທາລະນະໃນຕົວເມືອງ ເພື່ອເອົນມາສ້ອມແປງໃຫມ່ ແລະໃຫ້ໄດ້ວາງເປັນຈຸດພາຍໃນຕົວເມືອງ ກ່ອນຫນ້າປີໃຫມ່ລາວ ແລະລ້າງເສັ້ນທາງໃນຕົວເມືອງ, ທັງໄດ້ເຜິ້ມທະວີໃນການ ປັດກວາດເສັ້ນທາງພາຍໃນຕົວເມືອງ ໃຫ້ເປັນປົກກະຕິ ແລະຈັດຕັ້ງການສ້ອມໄປລະບົບໄຟຟ້າເຍືອງທາງ ຈຸດທີ່ເປ່ເພ ເພື່ອໃຫ້ມີຄວາມສະຫວ່າງໃນຍາມຄໍ່າຄືນ ຕື່ມອີກ.
ໂອກາດນີ້ ທ່ານ ນາງ ໄກສອນ ແກ້ວປະເສີດ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ພາຍໃນນະຄອນ ຫຼວງພະບາງ ຈົ່ງເປັນເຈົ້າການໃນການເຮັດອະນາໄມ ໃນຂອບເຂດຕົນເອງຮັບຜິດຊອບ ເພື່ອເຮັດໃຫ້ນະຄອນຫຼວງພະບາງ ມີຄວາມສະອາດ ແລະເຮັດໃຫ້ນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວຫຼວງພະບາງ ໃນໄລຍະບຸນກຸດສົງການປີໃໝ່ລາວ ມີຄວາມປະທັບໃຈ.
Loading...