ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເນື່ອງໃນໂອກາດພັກກອມມູນິດຈີນດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX, ເຊິ່ງໄດ້ໄຂຂຶ້ນທີ່ນະຄອນຫຼວງປັກກິ່ງ ໃນວັນທີ 16 ຕຸລາ 2022, ສະຫາຍພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກຊົມເຊີຍເຖິງ ສະຫາຍ ຫຼີ ເຄີ້ສຽງ ,ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ທີ່ນະຄອນຫລວງປັກກິ່ງ ເນື້ອໃນຂອງໂທລະເລກຂຽນວ່າ:
ໃນນາມລັດຖະບານແລະ ປະຊາຊົນລາວກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງ ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຈີນ ຄັ້ງທີ XX ຂອງ ພັກກອມມູນິດຈີນ ແມ່ນເຫດການປະຫວັດສາດທາງການເມືອງທີ່ມີຄວາມໝາຍສໍາຄັນຍິ່ງໃນຊີວິດການເມືອງຂອງພັກກອມມູນິດຈີນ, ເຊິ່ງໄດ້ໄຂຂື້ນໃນໄລຍະທີ່ສໍາຄັນຂອງການປະຕິບັດຍຸດທະສາດ ແລະ ແນວທາງນະໂຍບາຍ ເພື່ອບັນລຸເປົ້າໝາຍ 100 ປີ ເຫດການທີສອງ”ໃນການສ້າງຄວາມຝັນຂອງຈີນ ເພື່ອຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນດ້ວຍບາດກ້າວທີ່ໜັກແໜ້ນ.
ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 101 ປີ ແຫ່ງການກໍາເນີດແລະ ເຕີບໃຫຍ່, ພັກກອມມູນິດຈີນໄດ້ມີບົດບາດການນໍາພາອັນເຂັ້ມແຂງ ແລະ ໄດ້ນໍາພາລະກິດການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງປະດິດສ້າງ, ອັນໄດ້ເປັນການເປີດສັງກາດໃໝ່ແຫ່ງການສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ເຮັດໃຫ້ ສປ ຈີນ ມີການພັດທະນາຢ່າງມະຫັດສະຈັນ, ກ້າວກະໂດດ, ຮັ່ງມີເຂັ້ມແຂງ ແລະ ກ້າວໄປສູ່ຄວາມທັນສະໄໝເທື່ອລະກ້າວ. ພາຍໄຕ້ການນໍາພາທີ່ເປັນປຶກແຜ່ນ ແລະ ມີລັກສະນະສືບທອດຂອງຜູ້ນໍາພັກກອມມູນິດຈີນ ໃນແຕ່ລະໄລຍະ, ອັນມີ ສະຫາຍ ສີ ຈິິ້ນຜິງ ເປັນແກນກາງ, ສປ ຈີນ ໄດ້ສືບຕໍ່ການກໍ່ສ້າງສັງຄົມນິຍົມທີ່ທັນສະໄໝຕາມສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ ໂດຍໄດ້ບັນລຸເປົ້າໝາຍສູ້ຊົນ 100 ປີທຳອິດ ຂອງການສ້າງສັງຄົມອິ່ມໜຳສຳລານຢ່າງຮອບດ້ານ ແລະ ກ້າວໄປສູ່ການເປີດສັງກາດໃໝ່ ແນ່ໃສ່ປະຕິບັດເປົ້າໝາຍສູ້ຊົນໃນການສ້າງຄວາມຝັນຂອງຈີນເພື່ອຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນດ້ວຍບາດກ້າວທີ່ໜັກແໜ້ນ. ຜົນສໍາເລັດໃນການນໍາພາປະເທດຊາດກ້າວສູ່ຄວາມຈະເລີນຮຸ່ງເຮືອງຂອງພັກກອມມູນິດຈີນ ໄດ້ກາຍເປັນຕົ້ນແບບທີ່ດີໃຫ້ແກ່ປະເທດຕ່າງໆໃນໂລກ ໂດຍສະເພາະແມ່ນປະເທດກຳລັງພັດທະນາໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຕົນ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນປີຊາສາມາດຂອງພັກກອມມູນິດຈີນ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຈະສາມາດຍາດໄດ້ໄຊຊະນະອັນໃໝ່, ຮອບດ້ານ ແລະ ຍິ່ງໃຫຍ່ກວ່າເກົ່າ ບົນເສັ້ນທາງແຫ່ງການກໍ່ສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ບັນລຸບັນດາເປົ້າໝາຍຍຸດທະສາດ ແລະ ພາລະກິດທາງປະຫວັດສາດຂອງພັກກອມມູນິດຈີນຢ່າງມີກຽດສະຫງ່າ.
ພັກ, ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍ່ເອົາໃຈໃສ່ຖະໜຸຖະໜອມສາຍພົວພັນມິດຕະພາບອັນເປັນມູນເຊື້ອ ທີ່ການນຳລຸ້ນກ່ອນໆຂອງສອງປະເທດໄດ້ຮ່ວມກັນສ້າງຂຶ້ນ ແລະ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນດັ່ງກ່າວນີ້ໃຫ້ໝັ້ນຄົງຕະຫຼອດໄປ, ຈະພ້ອມກັບລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ເສີມຂະຫຍາຍສາຍພົວພັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ໃຫ້ເຂົ້າສູ່ລວງເລິກນັບແຕ່ສູນກາງຮອດທ້ອງຖິ່ນ, ເພື່ອຜົນປະໂຫຍດອັນຊອບທຳຂອງປະຊາຊົນທັງສອງຊາດລາວ ແລະ ຈີນ.
ຂໍອວຍພອນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຈີນ ຄັ້ງທີ XX ຂອງ ພັກກອມມູນິດຈີນທີ່ມີກຽດສະຫງ່າ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ.
ຂໍອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ຈົ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ໂອກາດດຽວກັນນີ້ ສະຫາຍສະເຫລີມໄຊ ກົມມະສິດ ,ຮອງນາຍົກລັດຖະມົນຕີ , ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ສົ່ງໂທລະເລກ ຊົມເຊີຍເຖິງ ສະຫາຍ ຫວາງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ. ທີ່ເປັນຄູ່ຮ່ວມຕໍາແໜ່ງເຊັ່ນກັນ.