ປີ 2020 ຜ່ານມາ, ເນື້ອທີ່ປ່າໄມ້ຢູ່ລາວເສຍຫາຍຍ້ອນໄຟໄໝ້ລາມປ່າ 209.682 ເຮັກຕາ, ໃນນີ້ ເກີດຂຶ້ນຫລາຍກວ່າໝູ່ແມ່ນຢູ່ ແຂວງອຸດົມໄຊ, ຫລວງນໍ້າທາ, ບໍ່ແກ້ວ, ຫລວງພະບາງ ແລະ ແຂວງໄຊຍະບູລີ.
ທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ສໍາພາດວ່າ: ປີ 2020 ຜ່ານມາ ຖືເປັນປີທີ່ມີເນື້ອທີ່ປ່າໄມ້ຢູ່ລາວເສຍຫາຍຍ້ອນໄຟໄຫມ້ປ່າຫລາຍກວ່າໝູ່ໃນໄລຍະຜ່ານມາ ເຊີ່ງເກີດຂຶ້ນຈາກຫລາຍສາເຫດ ເປັນຕົ້ນ: ປະຊາຊົນຈຳນວນໜຶ່ງລະເມີດຖາງປ່າເຮັດໄຮ່, ຈູດໄຮ່, ຈູດຄັງລ້ຽງສັດ ແລະ ບຸກຄົນຈຳນວນໜຶ່ງເຂົ້າປ່າຫາກິນໄດ້ດັງໄຟແຕ່ບໍ່ດັບມອດຈິ່ງເຮັດໃຫ້ເກີດໄຟໄໝ້ລາມປ່າ. ນອກຈາກນີ້ ແມ່ນເກີດຈາກສະພາບອາກາດມີການປ່ຽນແປງເຮັດໃຫ້ເກີດໄພແຫ້ງແລ້ງ ແລະ ເກີດໄຟໄໝ້ລາມປ່າ.
ເພື່ອປ້ອງກັນ ແລະ ສະກັດກັ້ນໄຟຟໝ້ລາມປ່າໃນລະດູແລ້ງປີນີ້, ກົມປ່າ ໄມ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກຄຳສັ່ງເລກທີ 2493/ກປ, ລົງວັນທີ 23 ທັນວາ 2020 ກ່ຽວກັບການເພີ່ມທະວີຄວາມຮັບຜິດຊອບ ສະກັດກັ້ນ, ຕ້ານໄຟໄໝ້ລາມປ່າ, ກະກຽມຜະລິດ, ເບ້ຍໄມ້, ປູກໄມ້ ແລະ ຟື້ນຟູປ່າປະ ຈຳປີ 2021 ເຖີງຂະແໜງການທີ່ກ່ຽວຂ້ອງໃນທົ່ວປະເທດ, ພ້ອມນີ້ ໄດ້ແຕ່ງ ຕັ້ງຄະນະຮັບຜິດຊອບເພື່ອ ລົງຊຸກຍູ້, ຕິດຕາມ ແລະ ສະກັດກັ້ນໄຟໄໝ້ລາມປ່າໃນຂອບເຂດທົ່ວປະເທດ ເພື່ອດຳເນີນ 2 ມາດຕະການ ຄື: ມາດຕະການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າ ແລະ ມາດຕະການດັບມອດຫາກມີໄຟໄໝ້ລາມປ່າເກີດຂຶ້ນ. ຄະນະດັ່ງກ່າວປະກອບ ມີ 4 ຄະນະ ເຊີ່ງຄະນະທຳອິດຈະເຄື່ອນໄຫວຢູ່ 4 ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ຫລວງນໍ້າທາ ແລະ ແຂວງບໍ່ແກ້ວ ກ່ອນປີໃໝ່ລາວປີນີ້. ຫລັງຈາກນັ້ນຄະ ນະທີ 2 ຈະເຄື່ອນໄຫວຢູ່ແຂວງອຸດົມໄຊ, ຫລວງພະບາງ, ຊຽງຂວາງ ແລະ ແຂວງຫລວງພັນ, ຄະນະທີ 3 ຈະເຄື່ອນໄຫວຢູ່ແຂວງໄຊຍະບູລີ, ວຽງຈັນ, ນະຄອນຫລວງວຽງຈັນ, ໄຊສົມບູນ ແລະ ແຂວງບໍລິຄຳໄຊ ແລະ ຄະນະສຸດ ທ້າຍຈະເຄື່ອນໄຫວຢູ່ແຂວງສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື.
ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ຕື່ມວ່າ: ສະເພາະລະດູແລ້ງປີ 2021 ນີ້ ມີໄຟໄຫມ້ລາມປ່າເກີດຂຶ້ນຢູ່ບາງແຂວງພາກເໜີືອແລ້ວ ເປັນຕົ້ນ: ແຂວງອຸດົມໄຊ, ຜົ້ງສາລີ ແລະ ອື່ນໆ ແຕ່ບໍ່ຮ້າຍແຮງ ແລະ ຍັງບໍ່ທັນມີລາຍງານຜົນເສຍຫາຍເທື່ອ. ດັ່ງນັ້ນ ທ່ານໄດ້ຮຽກຮ້ອງມາຍັງປະ ຊາຊົນທຸກຄົນ ໂດຍສະເພາະຜູ້ທີ່ອາໃສຢູ່ເຂດທີ່ມີຄວາມສ່ຽງ ຈົ່ງຮ່ວມກັນປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າ, ການເຮັດໄຮ່, ເຮັດສວນ ແລະ ທຳມາຫາກິນ, ກ່ອນການຈູດຕ້ອງເຮັດແລວກັນໄຟອ້ອມຮອບເນື້ອທີ່ທີ່ຈະຈູດໃຫ້ຮັບປະກັນດີຈິ່ງຈູດ ເພື່ອບໍ່ໃຫ້ໄຟລາມໄປບ່ອນອື່ນ, ການຈູດຕ້ອງຈູດຍາມແລງ ຫລື ຍາມແດດອ່ອນ ແລະ ບໍ່ມີລົມແຮງ ແລະ ອື່ນໆ.
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ບຸນຍັງ ພຸດສະຫວັດ
Loading...