ບໍລິສັດ ເບຍລາວ ຈໍາກັດ ມອບເງິນຊ່ວຍ ເຫລືອ ມູນຄ່າ 300 ລ້ານກີບ ໃຫ້ບັນດາແຂວງພາກໃຕ້ ຜ່ານກະຊວງສາທາລານະສຸກ ເພື່ອນໍາໄປຈັດຊື້ຕຽງນອນ ແລະ ອຸ ປະກອນການແພດຈໍານວນໜຶ່ງ ໃຫ້ສູນຈໍາກັດບໍລິເວນ ເພື່ອນໍາໃຊ້ເຂົ້າໃນວຽກ ງານປ້ອງກັນ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19.

ພິທີມອບ-ຮັບເງິນຊ່ວຍເຫລືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 19 ກໍລະກົດ 2021 ທີ່ ກະຊວງສາທາລະນະສຸກ ເປັນກຽດກ່າວມອບໂດຍ ທ່ານ ສູນທອນ ພົມມະຈັກ ປະທານ ບໍລິສັດ ເບຍລາວ ຈໍາກັດ ແລະ ກ່າວຮັບໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ບໍລິສັດ ເບຍລາວ ຈໍາກັດ ໄດ້ກາຍເປັນບໍລິສັດໜຶ່ງທີ່ຢູ່ຄຽງຂ້າງ ໃນການປະຕິບັດວຽກງານຊ່ວຍເຫລືອ ເຂົ້າໃນການຕ້ານ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19, ເຊິ່ງໄລຍະຜ່ານມາ ໄດ້ປະກອບສ່ວນເງິນ 2,5 ຕື້ກີບ ເຂົ້າໃນວຽກງານປ້ອງກັນການລະບາດຂອງພະຍາດດັ່ງກ່າວ.
ຂ່າວ-ພາບ: ພຸດດາໝອນ